ຂ່າວພາຍໃນ
ຊາວລາວດີໃຈ ທາງດ່ວນລາວ-ຈີນ ຊ່ວງວຽງຈັນ-ວັງວຽງ ກຽມເປີດສັນຈອນ

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 17 ພະຈິກ 2020 ວ່າ ທາງດ່ວນສາຍທຳອິດຂອງຈີນໃນລາວ ແລະ ຫວັງວ່າອານາຄົດພື້ນທີ່ສ່ວນອື່ນໃນລາວຈະມີຖະຫນົນທີ່ດີແບບນີ້ດ້ວຍ ທ່ານ ຄອນສະແຫວງ ສີລາສົງຊາວລາວອາຍຸ 22 ປີ ຈາກເຂດນາຊາຍທອງ ນະຄອນຫຼວງວຽງຈັນຂອງລາວ ຊື່ງເປັນຈຸດເລີ່ມຕົ້ນຂອງທາງດ່ວນລາວ-ຈີນ ຊ່ວງວຽງຈັນ-ວັງວຽງ ກ່າວ

ທາງດ່ວນລາວ-ຈີນ ມີຈຸດເລີ່ມຕົ້ນໃນວຽງຈັນ ແລະສິ້ນສຸດທີ່ບໍ່ເຕ່ນ ແຂວງຫລວງນ້ຳທາ ຊື່ງເປັນເມືອງຊາຍແດນລາວ-ຈີນ ມີຄວາມຍາວປະມານ 440 ກິໂລແມັດ ໃຊ້ມາດຕະຖານທາງເທັກນິກຂອງຈີນໃນການກໍ່ສ້າງ ແລະດຳເນີນ ໂດຍແຜນດຳເນີນການແບ່ງອອກເປັນ 4 ໄລຍະດ້ວຍກັນ

ການກໍ່ສ້າງໄລຍະທຳອິດຄືທາງດ່ວນຊ່ວງວຽງຈັນ-ວັງວຽງ ດຳເນີນງານໂດຍບໍລິສັດຫວິ໋ນຫນານ ຄອນສະຕັກຊັນ ແອນ ອິນເວສເມັນ ໂຮລດິງ ກຸ໊ບ ຈຳກັດ ຂອງຈີນຮ່ວມກັບລັດຖະບານລາວ ໂດຍການກໍ່ສ້າງເລີ່ມຕົ້ນເມື່ອວັນທີ່ 30 ທັນວາ 2018 ທາງດ່ວນຊ່ວງດັງກ່າວຈັດເປັນທາງດ່ວນສາຍທຳອິດຂອງລາວ ແລະກຳລັງຢູ່ລະຫວ່າງກຽມເປີດສັນຈອນແລ້ວ

ທາງດ່ວນຊ່ວງວຽງຈັນ-ວັງວຽງ ເປັນທາງດ່ວນສອງທິດທາງ 4 ຊ່ອງຈະລາຈອນ ມີຄວາມຍາວປະມານ 110 ກິໂລແມັດ ແລະມາພ້ອມຄວາມໄວອອກແບບ 80-100 ກິໂລແມັດຕໍ່ຊົ່ວໂມງ
ທ່ານຄອນສະແຫວງຮ່ຳ

ຮຽນພາສາຈີນທີ່ນະຄອນຄຸນຫມິງ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ແລະຫວນກັບບ້ານເກີດໄດ້ຫລາຍປີແລ້ວ ເພື່ອຮ່ວມງານກໍ່ສ້າງ ແລະດຳເນີນງານຂອງທາງດ່ວນສາຍນີ້ ທ່ານຄອນສະແຫວງກ່າວກັບຜູ້ສື່ຂ່າວເມື່ອທ້າຍເດືອນຕຸລາວ່າໃນອາດິດຕົນຈະຂັບລົດຈາກວຽງຈັນໄປວັງວຽງກັບຄອບຄົວເທີງຖະຫນົນທີ່ ແຕກຕ່າງ ຈາກທາງຫລວງສາຍປະຈຸບັນຊື່ງທັງວ່ອງໄວ ປອດໄພ ແລະມີຄຸນນະພາບ
ທ່ານເຊຍ ລາວລີ ຄົນຂັບລົດອາຍຸ 38 ປີ ຈາກແຂວງຜົ້ງສາລີທາງພາກເຫນືອຂອງລາວ ຊື່ງຢູ່ຫ່າງຈາກວຽງຈັນໄປທາງເຫນືອກວ່າ 730 ກິໂລແມັດ ຂັບລົດຈາກວຽງຈັນ-ວັງວຽງມາດົນກວ່າ 7 ປີແລ້ວ ທ່ານເຊຍລໍຖ້າການເປີດໃຊ້ທາງດ່ວນສາຍໃຫ່ມຢ່າງໃຈຈົດໃຈຈໍ ເນື່ອງຈາກ ກ່ອນຫນ້ານີ້ຕົນໃຊ້ເວລາຫລາຍກວ່າ 3 ຊົ່ວໂມງເພື່ອເດີນທາງໄປວັງວຽງແຕ່ (ທາງດ່ວນສາຍໃຫ່ມ) ຈະຜ່ອນເວລາເດີນທາງເຫລືອພຽງກວ່າ 1 ຊົ່ວໂມງເທົ່ານັ້ນ

ທ່ານເຊຍ ຫວັງວ່າທາງຫລວງຮູບແບບດຽວກັນນີ້ຈະຕັດຜ່ານບ້ານເກີດຂອງຕົນດ້ວຍ ຕົນຈະໄດ້ເດີນທາງກັບໄປຢາມບ້ານເກີດເລື້ອຍໆ ຕອນນີ້ຕົນໄປຍາມພໍ່ແມ່ທີ່ອາໄສຢູ່ໃນພື້ນທີ່ພູໄດ້ບໍ່ຫລາຍເທ່ົາໃດ
ດ້ານທ່ານຢາງອວິ້ນ ຮອງຜູ້ຈັດການໂຄງການວິສະວະກຳຂອງທາງດ່ວນ ເຮັດວຽກໃນໂຄງການນີ້ມາເກືອບ 3 ປີແລ້ວ ທ່ານເປີດເຜີຍກັບຜູ້ສື່ຂ່າວວ່າອາກາດທີ່ລາວຂ້ອນຂ້າງຮ້ອນ ແລະມີລະດູຝົນຍາວນານ ທັງຍັງຂາດແຄນອຸປະກອນ ແລະແຮງງານມີທັກສະ ຂະນະທີ່ການລະບາດຂອງໂລກຕິດເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມ (ໂຄວິດ-2019) ເຮັດໃຫ້ການຈັດການຈັດຫາວັດສະດຸເກີດຄວາມລ່າຊ້າ ຊື່ງອຸປະສັກທັງຫມົດທັງມວນລ້ວນເພີ່ມຄວາມຍາກລຳບາກໃນງານກໍ່ສ້າງ ວ່າປະສົບການຂອງທີມງານປະຈຳໂຄງການ ແລະມາດຕະການດຳເນີນງານອັນມີປະສິດທິພາບໄດ້ພັກດັນການກໍ່ສ້າງໃຫ້ຄືບຫນ້າຢ່າງວ່ອງໄວ
ທ່ານລິນດາ ນູບົວລາພັນ ສາວນ້ອຍຊາວລາວທີ່ເຂົ້າຮ່ວມໂຄງການທາງດ່ວນ ຫລັງຈົບການສຶກສາຈາກມະຫາວິທະຍາໄລອູ່ຣັ່ນຂອງຈີນ ເມື່ອເດືອນພຶດສະພາທີ່ຜ່ານມາກ່າວກັບຜູ້ສື່ຂ່າວວ່າຕົນພູມໃຈທີ່ໄດ້ມີສ່ວນຮ່ວມໃນງານກໍ່ສ້າງທາງດ່ວນ ແລະຈະເຮັດວຽກຂອງຕົນໃຫ້ດີຕໍ່ໄປ ລາວແລະຈີນເປັນເພື່ອນບ້ານ ແລະຫຸ້ນສ່ວນທີ່ດີຕໍ່ກັນ ຫວັງວ່າທັງສອງປະເທດ ແລະປະຊາຊົນຈະຮ່ວມມືກັນສ້າງອານາຄົດອັນດີ ແລະສວຍງາມຍິ່ງຂື້ນ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ