ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ

Published

on

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ພາຍໃຕ້ຄຳຂວັນ ‘ຮັບປະກັນໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ; ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວທັງ 3 ປະເພດກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ປະຊາຊົນ” ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 18 ພະຈິກ 2020 ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະພັກກະຊວງ, ຄະນະພັກນະຄອນຫລວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ບັນດາສະຫາຍຜູ້ແທນສົມບູນຈຳນວນ 213 ສະຫາຍ, ເພດຍິງ 2 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວກອງທັບເຂົ້າ ຮ່ວມ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງ ຄະນະພັກກະຊວງປ້ອງກັນປະເທດຄັ້ງນີ້ ມີຄວາມໝາຍສຳຄັນໃນຊີວິດການເມືອງຂອງກອງທັບເຮົາ, ເປັນການປະຕິບັດຕາມຫລັກການນຳພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນຳພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດຳເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກອງທັບ ເຊິ່ງຜ່ານກອງປະຊຸມໃຫຍ່ຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນຳພາຂອງຄະນະພັກໃນກອງທັບໄດ້ຮັບການເຊີດຊູສູງຂຶ້ນ.

ກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງການນຳພາຂອງຄະນະພັກກະຊວງປ້ອງກັນປະເທດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການນຳພາ 5 ປີຕໍ່ໜ້າ (2021-2025). ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມເອກອ້າງທະນົງໃຈຕໍ່ຜົນງານອັນໃຫຍ່ຫລວງຕະຫລອດ 45 ປີ ແຫ່ງການສະຖາປະນາ ສປປ ລາວ, ຜົນສຳເລັດການຈັດຕັ້ງປະຕິບັດໄລຍະມ້ວນທ້າຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII.

ພ້ອມກັນນັ້ນ ກໍເປັນໄລຍະເວລາທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນສ້າງຜົນງານ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ດ້ວຍຈິດໃຈຟົດຟື້ນປະຕິວັດຢ່າງກວ້າງຂວາງ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍົກໃຫ້ເຫັນວ່າ: ຕະຫລອດໄລຍະຊຸມປີຜ່ານມາ, ຄະນະພັກກະຊວງປ້ອງກັນປະເທດ ໄດ້ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເຂົ້າໃນໜ້າວຽກຕົວຈິງຢ່າງເປັນຂະບວນຟົດຟື້ນ-ຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດໃນຫລາຍດ້ານ ຕາມມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ; ໃນນີ້, ໄດ້ເອົາໃຈໃສ່ຊີ້ນຳ ແລະ ປັບປຸງການຈັດຕັ້ງພາຍໃນພັກ ໂດຍເລີ່ມແຕ່ຂັ້ນຮາກຖານພັກ ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໄດ້ຮັບການປັບປຸງຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ ທັດສະນະ ແລະ ການກະທຳ, ເສີມຂະຫຍາຍໄດ້ປະຊາທິປະໄຕ, ບົດບາດ, ຄວາມສາມາດນຳພານັບມື້ສູງຂຶ້ນ.

ໃນກອງປະຊຸມ, ບັນດາຜູ້ແທນທີ່ເຂົ້າຮ່ວມຕ່າງກໍຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າເຊື່ອມຊຶມ ສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງທັງສອງພາກ ບົນພື້ນຖານໄຈ້ແຍກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະຕໍ່ຂົງເຂດວຽກງານປ້ອງກັນຊາດ, ການກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຕາມທິດສ້າງກອງທັບມີແບບແຜນ ແລະ ທັນສະໄໝ ແລະ ຂົງເຂດວຽກງານອື່ນໆ.

ພ້ອມກັນນັ້ນ ກໍໄດ້ຮັບຟັງການປະກອບຄຳເຫັນຂອງບັນດາສະຫາຍຕາງໜ້າຄະນະພັກອົງການ-ກົມກອງຈຳນວນໜຶ່ງ ກ່ຽວກັບການປະຕິບັດໜ້າທີ່ປ້ອງກັນຊາດ ແລະ ປັບປຸງກໍ່ສ້າງກຳລັງຢູ່ອົງການ-ກົມກອງຂອງຕົນ. ກອງປະຊຸມ ຈະໄດ້ພ້ອມກັນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ-ສຳຮອງໄປຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XI ຂອງພັກ ພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກດ້ວຍ.

ຂ່າວ:ສຸພະສະຫວັນ-ພາບ:ອ່າຍຄຳ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້