ຂ່າວພາຍໃນ
ສຶກສາອົບຮົມ… ແຕ່ບໍ່ເຂັດຫຼາບ ຍັງສືບຕໍ່ຂາຍເຄື່ອງກີດຂວາງເສັ້ນທາງ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ນຳຕົວ ທ້າວ ພູຂັນ ອາຍຸ 41 ປີ ບ້ານທາດຫຼວງເໜືອ ໄປສຶກສາອົບຮົມ ພາຍຫຼັງຜູ້ກ່ຽວໄດ້ຈອດລົດ ຂາຍເຄື່ອງຊະຊາຍຕາມແຄມທາງ ເຮັດໃຫ້ກີດຂວາງການຈະລາຈອນທາງບົກ, ເຊິ່ງຜູ້ກ່ຽວໄດ້ໃຊ້ລົດກະບະຮຸນໄດບັນທຸກໝາກໄມ້ຕາມລະດູການຈອດຂາຍຊະຊາຍຕາມແຄມທາງ, ເຊິ່ງຜິດຕໍ່ລະບຽບກົດໝາຍ ພາໃຫ້ຫຍຸ້ງຍາກໃນການສັນຈອນ ແລະ ອາດນໍາໄປສູ່ການເກີດອຸບັດຕິເຫດ.

ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບຮ້ອງຟ້ອງຈາກອົງການຈັດຕັ້ງບ້ານຫົວຂົວ ກ່ຽວກັບກຸ່ມຄົນທີ່ຈອດລົດຂາຍໝາກໄມ້ແຄມເສັ້ນທາງ, ເຊິ່ງກີດຂວາງການຈະລາຈອນທາງບົກ ຈຶ່ງໄດ້ລົງເກັບກໍາຂໍ້ມູນ ເຫັນວ່າ: ການຂາຍເຄື່ອງແຄມທາງສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ການສັນຈອນຂອງຜູ້ຄົນທີ່ໃຊ້ລົດໃຊ້ຖະໜົນ ເເລະ ເເຕະຕ້ອງເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ອາດພາໃຫ້ເກີດອຸບັດຕິເຫດຕາມມາ; ຈາກນັ້ນ, ຮອດວັນທີ 7 ພະຈິກ 2020 ເຈົ້າໜ້າທີ່ຕໍາຫຼວດກອງຄະດີອາຍາ ຈຶ່ງໄດ້ລົງກວດກາສະຖານທີ່ດັ່ງກ່າວ ພົບເຫັນ ທ້າວ ພູຂັນ ຈອດລົດກະບະຮຸນໄດ ຂາຍໝາກໄມ້ຕາມລະດູການ (ໝາກກ້ຽງ ແລະ ໝາກໂມ) ຢູ່ແຄມທາງໜ້າໂຮງໝໍເມືອງໄຊເສດຖາ ເຂດບ້ານຫົວຂົວ ກ່ອນນຳຕົວຜູ້ກ່ຽວພ້ອມລົດກະບະຮຸນໄດສີປອນ ປ້າຍທະບຽນ ກມ 2406 ກໍາແພງນະຄອນ ໄປສຶກສາອົບຮົມກ່າວເຕືອນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ, ທ້າວ ພູຂັນ ສາລະພາບວ່າ: ໄດ້ມາຂາຍໝາກໄມ້ຕາມລະດູຢູ່ແຄມທາງເຂດບ້ານຫົວຂົວແທ້ ໂດຍສະເພາະຢູ່ໜ້າໂຮງໝໍເມືອງໄຊເສດຖາ ແລະ ໜ້າວັດຫົວຂົວ, ເຊິ່ງເລີ່ມຂາຍມາແຕ່ປີ 2015 ເປັນຕົ້ນມາ, ໂດຍໃຊ້ຮູບການໄປຊື້ ໝາກໄມ້ຕາມລະດູ ເຊັ່ນ: ໝາກກ້ຽງ, ໝາກໂມ ແລະ ໝາກແຕງ ໃສ່ລົດກະບະຮຸນໄດ ແລ້ວມາຈອດຂາຍຕາມແຄມທາງ; ໃນການຈອດລົດນັ້ນ ຜູ້ກ່ຽວໄດ້ເອົາຕີນລົດດ້ານໜຶ່ງຂຶ້ນຟຸດບາດ ແລະ ອີກດ້ານໜຶ່ງແມ່ນຢຽບເສັ້ນທາງກວມເອົາໜ້າທາງປະມານ 60 ຊັງຕີແມັດ ຫາ 1 ແມັດ ໂດຍການຈອດບາງຄັ້ງແມ່ນຈອດລົດຢູ່ທາງເຂົ້າໜ້າໂຮງໝໍເລີຍ ແລະ ຂາຍໃນເວລາປະມານ 7-8 ໂມງ ເຊົ້າ ຫາ 20:00 ໂມງ.

ນອກນັ້ນ, ໄລຍະຜ່ານມາ, ທ້າວ ພູຂັນ ຍັງຍອມຮັບວ່າ: ເຄີຍຖືກສຶກສາອົບຮົມກ່າວເຕືອນ ແລະ ໄດ້ຮັບຮູ້ກ່ຽວກັບຄໍາສັ່ງຂອງເຈົ້າເມືອງເລື່ອງ: ການຫ້າມບໍ່ໃຫ້ຂາຍເຄື່ອງຊະຊາຍຢູ່ຕາມແຄມທາງ, ແລວທາງໃນບໍລິເວນເຂດບ້ານຫົວຂົວ, ແຕ່ຜູ້ກ່ຽວກໍຍັງກັບຄືນມາຈອດລົດຂາຍໝາກໄມ້ຢູ່ສະຖານທີ່ດັ່ງກ່າວຄືເກົ່າ ຍ້ອນວ່າຢູ່ສະຖານທີ່ດັ່ງກ່າວແມ່ນໄດ້ຂາຍດີ ແລະ ກໍຮູ້ດີວ່າ ມັນເປັນການກີດຂວາງການສັນຈອນຂອງລົດ ແລະ ຄົນຍ່າງ ບາງຄັ້ງກໍພາໃຫ້ລົດຕິດຂັດ, ອັ່ງອໍ ແຕ່ຜູ້ກ່ຽວກໍຍັງສືບຕໍ່ມາຈອດລົດຂາຍໝາກໄມ້ຄືເກົ່າ ໂດຍສະເພາະແມ່ນຕອນແລງວັນສຸກ, ວັນເສົາ ແລະ ວັນອາທິດ.
ມາຮອດເວລາ 6:00 ໂມງ ຂອງວັນທີ 7 ພະຈິກ 2020, ທ້າວ ພູຂັນ ໄດ້ໄປຂາຍໝາກໄມ້ຢູ່ຕະຫຼາດປອດສານພິດ (ສູນການຄ້າລາວ-ໄອ ເຕັກ) ພໍຮອດເວລາປະມານ 17:00 ໂມງຂອງວັນດຽວກັນ ຜູ້ກ່ຽວພ້ອມດ້ວຍຄອບຄົວ ໄດ້ເອົາລົດກະບະຮຸນໄດ ທະບຽນ ກມ 2406 ໄປຈອດຂາຍໝາກໂມ ແລະ ໝາກກ້ຽງໃຫຍ່ຢູ່ແຄມທາງ ໜ້າໂຮງໝໍເມືອງໄຊເສດຖາ ກໍຖືກເຈົ້າໜ້າທີ່ຕໍາຫຼວດ ກັກຕົວໄປສຶກສາອົບຮົມ-ກ່າວເຕືອນ.

ເຈົ້າໜ້າທີ່ຕໍາຫຼວດ ຍັງໃຫ້ຮູ້ອີກວ່າ: ການກະທໍາຂອງຜູ້ກ່ຽວມີເຈດຕະນາຈອດລົດຂາຍໝາກໄມ້ຢູ່ໃນບໍລິເວນໜ້າໂຮງໝໍເມືອງໄຊເສດຖາແທ້ ໂດຍຂາຍມາໄດ້ຫຼາຍປີ ແລະ ຖືກສຶກສາອົບຮົມມາແລ້ວຈໍານວນຫຼາຍຄັ້ງ, ເຊິ່ງຂັດຕໍ່ຄໍາສັ່ງຂອງເຈົ້າເມືອງໄຊເສດຖາ ສະບັບເລກທີ 003, ລົງວັນທີ 15 ກັນຍາ 2020. ແຕ່ຜູ້ກ່ຽວກໍບໍ່ປະຕິບັດຍັງດື້ດ້ານຫົວແຂງກັບຄືນມາຈອດລົດຂາຍໝາກໄມ້ຢູ່ບໍລິເວນດັ່ງກ່າວຄືເກົ່າ. ນອກນັ້ນ, ການກະທໍາດັ່ງກ່າວມັນເຮັດໃຫ້ກີດຂວາງການສັນຈອນ ອັນເປັນເຫດທີ່ພາໃຫ້ການສັນຈອນແອອັດ (ລົດຕິດ) ເຮັດໃຫ້ມີຄວາມສັບສົນ ແລະ ສັງຄົມບໍ່ມີຄວາມສະຫງົບ, ເຫັນວ່າ: ຜູ້ກ່ຽວຜິດໃນສະຖານການກີດຂວາງການຈະລາຈອນທາງບົກ ໃນມາດຕາ 144 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ຈຶ່ງໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ ຖ້າກໍລະນີກັບໄປລະເມີດອີກ ແມ່ນຈະດຳເນີນຄະດີຕາມກົດໝາຍ.
ສະນັ້ນ, ຂໍຝາກເຕືອນມາຍັງຜູ້ທີ່ຈະມາຂາຍໝາກໄມ້ ແລະ ຂາຍເຄື່ອງຕ່າງໆໃນສະຖານທີ່ດັ່ງກ່າວນີ້ໃຫ້ປະຕິບັດຕາມຂໍ້ກໍານົດກົດລະບຽບທີ່ວາງໄວ້ຢ່າງເຂັ້ມງວດ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ