ມີການລັກເອົາຫົວນ໋ອດຈັບລາງລົດໄຟ​ ມ້າງຮົວກັ້ນເສັ້ນທາງລົດໄຟລາວ-ຈີນ ຢູ່ບາງຂົງເຂດ

ທາງລົດໄຟລາວ-ຈີນທີ່ຈະເປີດບໍລິການຢ່າງເປັນທາງການໃນປີ 2021 ທີ່ຈະມາເຖິງນີ້ຍັງມີອຸປະສັກຫຼາຍຢ່າງ ຊຶ່ງຈໍາເປັນຕ້ອງໄດ້ເລັ່ງແກ້ໄຂຢ່າງຮີບດ່ວນ ໂດຍສະເພາະຍັງພົບການລັກລອບຫັນເອົາຫົວນ໋ອດຈັບລາງລົດໄຟ, ປະຊາຊົນປ່ອຍສັດລ້ຽງຊະຊາຍ ແລະ ບັນຫາອື່ນໆທີ່ຈະກໍ່ໃຫ້ເກີດອຸບັດເຫດໃນເວລາລົດໄຟແລ່ນ.

ອໍານວຍການໃຫຍ່ບໍລິສັດທາງລົດໄຟ ທ່ານ Xiao Qian Wen ໄດ້ລາຍງານກ່ຽວກັບຄວາມປອດໄພໃນໄລຍະທີ່ເປີດແລ່ນລົດໄຟໃນປີ 2021 ຕໍ່ສະມາຊິກສະພາແຫ່ງຊາດ ທີ່ໄດ້ລົງຢ້ຽມຢາມ ໂຄງການທາງລົດໄຟລາວ-ຈີນ ເມື່ອບໍ່ດົນມານີ້ວ່າ: ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ເປັນອຸປະສັກໃນການປ້ອງກັນອຸບັດເຫດຕາມເສັ້ນທາງລົດໄຟ

ເນື່ອງຈາກວ່າ ຕາມເສັ້ນທາງລົດໄຟຢູ່ບາງຂົງເຂດຍັງມີປະຊາຊົນຈໍານວນ ໜຶ່ງທີ່ລັກເຮັດຂົວຕັດຜ່ານຂ້າມລາງລົດໄຟໂດຍບໍ່ແຈ້ງພາກສ່ວນກ່ຽວຂ້ອງ, ປ່ອຍໃຫ້ສັດລ້ຽງເຂົ້າໄປໃນຂອບເຂດທາງລົດໄຟ ແລະ ລັກເອົາຫົວນ໋ອດຈັບລາງລົດໄຟ,​ ມ້າງຮົວກັ້ນທາງລົດໄຟອອກ ເພື່ອເຮັດທາງຜ່ານບໍ່ຢາກເວັ້ນໄກ, ສິ່ງເຫຼົ່ານີ້ຖືວ່າບໍ່ຮັບປະກັນດ້ານຄວາມປອດໄພໃນເວລາທີ່ມີການແລ່ນລົດໄຟ ຊຶ່ງຈໍາເປັນຕ້ອງໄດ້ເລັ່ງແກ້ໄຂ ແລະ ຕ້ອງເຮັດໃຫ້ປະຊາຊົນແຕ່ລະຂົງເຂດເຂົ້າໃຈກ່ຽວກັບເລື່ອງນີ້.

ທ່ານ Xiao Qian Wen ໄດ້ສະເໜີກ່ຽວກັບສິ່ງທ້າທາຍດັ່ງກ່າວ ຕໍ່ສະມາຊິກ ສະພາແຫ່ງຊາດແຕ່ລະເຂດ ຊ່ວຍໂຄສະນາດ້ານຄວາມປອດໄພໃຫ້ກັບປະຊາຊົນ ທີ່ຢູ່ອ້ອມເສັ້ນທາງຜ່ານລົດໄຟລາວ-ຈີນ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ເຂົາເຂົ້າໃຈກ່ຽວກັບເລື່ອງນີ້.​