ຊ່ວຍເຫຼືອ
ຂໍຄວາມຊ່ວຍເຫຼືອສົມທົບປຸກເຮືອນໃຫ້ ແມ່ຕູ້ກວດແກ້ວ ທີ່ຖືກນໍ້າຖ້ວມ ແລະ ໄຟໄໝ້ດ້ວຍ.

ຂໍຄວາມຊ່ວຍເຫຼືອສົມທົບປຸກເຮືອນໃຫ້ ແມ່ຕູ້ກວດແກ້ວ ທີ່ຖືກນໍ້າຖ້ວມ ແລະ ໄຟໄໝ້ ຢູ່ບ້ານດົງຫວາຍ, ເມືອງຊົນລະບູລີ, ແຂວງສະຫວັນນະເຂດ 🙏

ທີມງານແອັດມີນ ໄດ້ມີໂອກາດຕິດຕາມຄະນະນໍາສູນກາງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງແຂວງສະຫວັນນະເຂດ ໄປຮ່ວມມອບເຄື່ອງຊ່ວຍເຫຼືອຄອບຄົວທີ່ຖືກນໍ້າຖ້ວມ ຢູ່ບ້ານດົງຫວາຍ, ເມືອງຊົນລະບູລີ, ແຂວງສະຫວັນນະເຂດ ລວມທັງຄອບຄົວທີ່ເຮືອນຖືກໄຟໄໝ້ໝົດຫຼັງ ຈໍານວນ 7 ຫຼັງຄາເຮືອນ ແລະ ໄໝ້ລາມໄປສ່ວນໜຶ່ງ ອີກ 2 ຫຼັງ ລວມເປັນ 9 ຫຼັງ.

ໃນນັ້ນ, ໄດ້ມີ ຄອບຄົວແມ່ຕູ້ ກວດແກ້ວ ອາຍຸ 63 ປີ ຊຶ່ງລູກໆໄດ້ໄປສູ່ລູກຫາເມຍຢູ່ບ້ານອື່ນ ຜູ້ທີ່ເຄີຍຢູ່ນໍາແມ່ນໄດ້ໄປເຮັດວຽກຢູ່ປະເທດເພື່ອນບ້ານ. ສຳລັບລູກຊາຍຫຼ້າ ອາຍຸ 44 ປີ ໄດ້ບວດ ແລະ ຈຳວັດຢູ່ ບ້ານໜອງຜື, ເມືອງຊົນນະບູລີ, ແຂວງສະຫວັນນະເຂດ ດົນນານແລ້ວ.

ຜ່ານການຖາມຂ່າວຄາວ ແລະ ໂອ້ລົມອໍານາດການປົກຄອງ ຈຶ່ງຮູ້ວ່າປະຈຸບັນ ແມ່ຕູ້ກວດແກ້ວ ເປັນຄົນຫຼົງໆລືມໆ, ດຳລົງຊີວິດຢູ່ລໍາພັງຢ່າງໂດດດ່ຽວປ່ຽວພອຍ, ບໍ່ມີລູກຫຼານໃຫ້ເພິ່ງພາອາໃສ ແລະ ບໍ່ຮູ້ວ່າໃນຊີວິດນີ້ຕົນເອງຈະມີໂອກາດໄດ້ຢູ່ເຮືອນຂອງຕົນເອງອີກ ຫຼື ບໍ່ 😭

ພວກເຮົາໃນນາມແອັດມີນກຸ່ມສົ່ງເສີມການລ້ຽງລູກດ້ວຍນົມແມ່ ຈຶ່ງມີແນວຄວາມຄິດຢາກຊ່ວຍເຫຼືອໃຫ້ແມ່ຕູ້ກວດແກ້ວ ໄດ້ມີເຮືອນຢູ່ພໍໄດ້ຊົ້ນແດດຊົ້ນຝົນ ໃນບັ້ນປາຍຂອງຊີວິດ.
ດັ່ງນັ້ນ, ຈຶ່ງຂໍແຈ້ງຂ່າວມາຍັງທຸກໆທ່ານທີ່ມີຈິດໃຈໃສສັດທາ ຮ່ວມກັນສົມທົບທຶນຜູ້ລະເລັກລະນ້ອຍ ໂດຍໂອນປັດໃຈເຂົ້າບັນຊີຂອງ ແອັດມີນນີອອນ ຕາມລາຍລະອຽດດັ່ງນີ້: 010-12-00-00062229-001 ອອກຊື່ Neeorn SAYACHACK.

ເພື່ອຄວາມໂປ່ງໃສ ກະລຸນາລະບຸໃນການໂອນວ່າ: “ສົມທົບປຸກເຮືອນແມ່ຕູ້ກວດແກ້ວ” ພາຍຫຼັງໂອນແລ້ວ ຂໍໃຫ້ແຄັບໜ້າຈໍສົ່ງໃຫ້ແອັດມີນປ້າຕຸ້ຍ ທີມແອັດມີນພວກເຮົາຈະແຈ້ງ ແລະ ລົງຮູບຂອບໃຈທຸກໆລາຍການໂອນ ເປັນແຕ່ລະໄລຍະ ແລະ ຈະນໍາເອົາເງິນທຸກກີບໄປມອບໃຫ້ການຈັດຕັ້ງສະຫະພັນແມ່ຍິງລາວ ເພື່ອນໍາໄປສົມທົບປຸກເຮືອນນ້ອຍໃຫ້ ແມ່ຕູ້ກວດແກ້ວ ຕາມຄວາມມຸ່ງຫວັງດ້ວຍ


ຊ່ວຍເຫຼືອ
ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ
ເດີນທາງໄກ້ຈະປອດໄພ ໜຸ່ມວິນ
ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

…

….

….

….

ຄລິບ
ຊ່ວຍເຫຼືອ
ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

ຊ່ວຍເຫຼືອ
ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ
ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ