ລັກຊັບພົນລະເມືອງ 02 ຄັ້ງ ສຸດທ້າຍຖືກຈັບດໍາເນີນຄະດີ – ສື່ລາວ.ຄອມ
Connect with us

ທົ່ວໄປ

ລັກຊັບພົນລະເມືອງ 02 ຄັ້ງ ສຸດທ້າຍຖືກຈັບດໍາເນີນຄະດີ

Published

on

ຕອນເຊົ້າ ວັນທີ 19 ກັນຍາ 2020 ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ກອງບັນຊາການ ປກສ ເມືອງບໍລິຄັນແຂວງບໍລິຄຳໄຊ ໄດ້ຮັບແຈ້ງຄວາມ ຈາກ ນາງ ເຕັ່ງລີ ອາຍຸ 52 ປີ, ອາຊີບ ຊາວນາ, ຢູ່ ບ້ານ ວັດທາດ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ວ່າມີຄົນຮ້າຍໄດ້ມາລັກເຂົ້າເຮືອນຂອງຜູ້ກ່ຽວ, ແລ້ວຄົນຮ້າຍໄດ້ລັກເອົາ ສາຍຄໍຄໍາ 01 ເສັ້ນ ໜັກ 02 ບາດ, ປອກແຂນເງິນ 01 ວົງ, ເງິນຂັນ 02 ຂັນ, ເງິນກີບທະນາຄານ 300,000 ກີບ ແລະ ປື້ມເງິນຝາກທະນາຄານ ຈໍານວນ 05 ຫົວ, ທີ່ເກັບຮັກສາໄວ້ໃນຫີບຢູ່ໃນຫ້ອງນອນເຮືອນຂອງຕົນ.

ຕົກມາຮອດເວລາ 20 ໂມງຂອງວັນທີ 19 ຕຸລາ 2020 ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ກໍ່ໄດ້ຮັບແຈ້ງຄວາມຈາກ ທ້າວ ເນັ່ງຈື່ຢ່າງ, ອາຍຸ 51 ປີ, ອາຊີບ ຊາວນາ ບ້ານ ສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ເຂົ້າມາແຈ້ງຄວາມວ່າ ໄດ້ມີຄົນຮ້າຍມາລັກຂື້ນເຮືອນຂອງຜູ້ກ່ຽວ ແລ້ວໄດ້ລັກເອົາເຄື່ອງຂອງມີຄ່າເປັນປະເພດສາຍຄໍຄຳ ໜັກ 02 ບາດ, ເງິນຂັນຈຳນວນ 10 ຂັນ, ເງິນບີ້ 13 ບີ້, ໂທລະສັບ 01 ເຄື່ອງ ຍີ່ຫໍ່ຊໍາຊຸງ, ເງິນກີບທະນາຄານ 600,000ກີບ, ທີ່ຜູ້ກ່ຽວເກັບຮັກສາໄວ້ໃນລີ້ນສັກ ຢູ່ໃນຫ້ອງນອນເຮືອນຂອງຕົນເອງ.

ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງລົງກວດກາສັນນະສູດສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈີງ, ຈາກນັ້ນ ກໍ່ໄດ້ຂື້ນບັນຊີເປົ້າໝາຍຄົນຮ້າຍຢູ່ພາຍໃນເມືອງ, ຕົກມາຮອດວັນທີ່ 22 ຕຸລາ 2020 ເຈົ້າໜ້າທີ່ຈຶ່ງສາມາດກັກຕົວຜູ້ຖືກສົງໃສໄດ້ 01 ຄົນ, ຊື່ ທ້າວ ບີ່ຢ່າງ, ອາຍຸ 19 ປີ, ອາຊີບ ປະຊາຊົນ, ຢູ່ບ້ານ ວັດທາດ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ມາທໍາການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ທ້າວ ບີ່ຢ່າງ ໄດ້ໃຫ້ການຮັບສາລະພາບວ່າ: ໃນຄັ້ງວັນທີ່ 18 ຕຸລາ 2020 ຜູ້ກ່ຽວໄດ້ຢ່າງເລາະຊອກຫາລັກເຄື່ອງຢູ່ພາຍໃນບ້ານວັດທາດ, ພໍຍ່າງມາຮອດເຮືອນຂອງ ນາງ ເຕັ່ງລີ, ກໍ່ໄດ້ແນມເບີ່ງເຮືອນຫຼັງດັ່ງກ່າວ ບໍ່ເຫັນຄົນຢູ່ ຈຶ່ງໄດ້ຍ່າງເຂົ້າໄປ ແລ້ວໄຂປະຕູເຮືອນ ເພາະວ່າ ປະຕູເຮືອນບໍ່ໄດ້ລ໊ອກກະແຈ ແລ້ວໄດ້ໄປຊອກລັກເອົາເຄື່ອງທີ່ມີຄ່າຢູໃນເຮືອນ, ຜູ້ກ່ຽວໄດ້ຍ່າງຂື້ນໄປຊັ້ນສອງຂອງເຮືອນ, ແລ້ວໄດ້ໄຂປະຕູເຂົ້າໄປໃນຫ້ອງນອນກໍ່ໄດ້ແນມເຫັນຫີບສີຂາວ ແລະ ສີດຳ 02 ໜ່ວຍຕັ້ງຮຽງກັນຢູ່ຫ້ອງນອນ, ຈາກນັ້ນ ຜູ້ກ່ຽວກໍ່ໄດ້ຈັບເອົາບິກຂຽນທີ່ປະໄວ້ໃນໜ້າໂຕະຂ້າງບ່ອນນອນ ແລ້ວໃຊ້ປາຍບີກງັດເຂົ້າຊີບຫີບສີຂາວອອກ, ແລ້ວເຫັນເຄື່ອງຂອງທີ່ມີຄ່າ, ມີສາຍຄໍຄຳ 01 ເສັ້ນພ້ອມດ້ວຍກີ້ ບໍ່ຮູ້ນ້ຳໜັກ, ເງິນຂັນຈຳນວນ 02 ຂັນ, ປອກແຂນເງິນ 01 ເສັ້ນ, ເງິນກີບທະນາຄານ 300,000 ກີບ, ປື້ມບັນຊີຝາກເງີນທະນາຄານ ຈໍານວນ 05 ຫົວ.

ເມື່ອລັກໄດ້ແລ້ວ ກໍ່ເອົາເຄື່ອງຈໍານວນດັ່ງກ່າວຍັດໃສ່ຖົງໂສ້ງ ແລ້ວກໍ່ກັບເມືອເຮືອນຂອງຕົນເອງ, ຕົກມາຮອດເວລາ 17 ໂມງ ຂອງວັນທີ 19 ກັນຍາ 2020 ຜູ້ກ່ຽວຈຶ່ງໄດ້ເອົາເຄື່ອງຂອງທີ່ລັກມາໄດ້ທັງໝົດນັ້ນນຳມາຂາຍໃຫ້ແມ່ຄ້າ ທີ່ຂາຍເສື້ອຜ້າ ຢູ່ຕະຫຼາດປາກຊັນ ແຂວງບໍລິຄຳໄຊ, ໄດ້ເງິນ 9,200,000 ກີບ, ພາຍຫຼັງໄດ້ເງິນແລ້ວ ຜູ້ກ່ຽວໄດ້ນຳເອົາເງິນຈຳນວນດັ່ງກ່າວໄປໄຊ້ຈ່າຍຫຼີ້ນກີນຟຸມເຟືອຍຈົນໝົດ, ສ່ວນປື້ມບັນຊີເງິນຝາກທະນາຄານນັ້ນ ຜູ້ກ່ຽວໄດ້ເອົາເຊື່ອງໄວ້ຢູ່ເຮືອນຂອງຕົນ, ມາຮອດວັນທີ່ 18 ຕຸລາ 2020 ເວລາປະມານ 10 ໂມງເຊົ້າ ຜູ້ກ່ຽວ ໄດ້ໃຊ້ວິທີແບບດຽວກັນ, ໄດ້ຍ່າງເລາະໄປບ້ານ ສີສະຫວາດ ທີ່ຕິດກັບບ້ານວັດທາດ ເມືອງບໍລິຄັນ, ພໍຍ່າງມາຮອດເຮືອນຂອງທ້າວ ເນັ່ງຈື່ຢ່າງ ບ້ານສີສະຫວາດ ເຫັນວ່າບໍ່ມີຄົນຢູ່ເຮືອນ ຜູ້ກ່ຽວຈຶ່ງໄດ້ຍ່າງເຂົາໄປທາງດ້ານຫຼັງຂອງເຮືອນ ເຫັນວ່າທາງເຮືອນຄົວນັ້ນບໍ່ໃສ່ລ໊ອກ, ຜູ້ກ່ຽວຈຶ່ງໄດ້ໄຂປະຕູ ແລ້ວຍ່າງເຂົ້າໄປໃນເຮືອນ, ພໍຮອດປະຕູທາງເຂົ້າເຮືອນໃຫຍ່ ເຫັນວ່າປະຕູລ໊ອກຈຶ່ງໄດ້ໃຊ້ຈະແຈລົດຈັກທີ່ຜູ້ກ່ຽວນຳຕິດຕົວມານັ້ນໄຂປະຕູຈຶ່ງເປີດອອກ, ເມື່ອໄຂໄດ້ແລ້ວ ກໍ່ຍ່າງໄປຫາຫ້ອງນອນ, ແຕ່ປະຕູຫ້ອງນອນນັ້ນໄດ້ລ໊ອກຢູ່, ຜູ້ກ່ຽວຈຶ່ງໄດ້ໃຊ້ກະແຈລົດຈັກໄຂປະຕູຕື່ມອີກ, ພໍເຂົ້າຫ້ອງນອນໄດ້ແລ້ວ ຜູ້ກ່ຽວໄດ້ແນມເຫັນໂຕະເຫຼັກທີ່ມີລີ້ນຊັກບໍ່ໄດ້ໃສ່ກະແຈ ຈຶ່ງໃຊ້ມືດຶງລີ້ນຊັກອອກມາພົບເຫັນ ຖົງດຳທີ່ຫຸ້ມຫໍ່ຂອງມີຄ່າປະກອບມີ: ສາຍຄໍາ, ເງີນບີ້, ເງີນຂັນ, ໂທລະສັບ, ເງິນກີບທະນາຄານ 600,000 ກີບ, ພໍໄດ້ເຄື່ອງທີ່ມີຄ່າແລ້ວ ຜູ້ກ່ຽວກໍ່ໄດ້ອອກມາຈາກເຮືອນຫຼັງດັ່ງກ່າວ ແລ້ວນຳເອົາເຄື່ອງໄປຊຸກເຊື່ອງໄວ້ປ່າ, ມາຮອດຕອນເຊົ້າຂອງວັນທີ 20 ຕຸລາ 2020, ຜູ້ກ່ຽວກໍ່ໄດ້ນຳເອົາເຄື່ອງທີ່ລັກມານັ້ນ ຂາຍໃຫ້ນາງ ສອນ ທີ່ຕົນເຄີຍຂາຍໃຫ້ໃນເມືອກ່ອນ ເປັນມູນຄ່າທັງໝົດ 11.000.000 ກີບ, ພາຍຫຼັງໄດ້ເງິນແລ້ວ ກໍ່ນໍາເງິນຈໍານວນດັ່ງກ່າວໄປຊື້ເຫຼົ້າ, ເບຍ ກິນຈົນໝົດ ລວມເປັນເງີນທີ່ໄດ້ຈາກການລັກຊັບທົງ 02 ຄັ້ງ, ຈໍານວນ 20.700.00 ກີບ, ມາຮອດວັນທີ 22 ຕຸລາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ເຫັນວ່າ ການກະທຳຂອງ ທ້າວ ບີ່ຢ່າງ ມີເຈດຕະນາເຄື່ອນໄຫວລັກຊັບຢ່າງແທ້ຈີງ, ຄົບຕາມອົງປະກອບຂອງການກະທຳຜິດທາງອາຍາ, ຜິດໃນສະຖານລັກຊັບ ມາດຕາ 231 ແລະ ມາດຕາ 17 ຕາມປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ແຫ່ງ ສປປ ລາວ, ການກະທຳຜິດຂອງຜູ້ກ່ຽວໃນຄັ້ງນີ້ແມ່ນສ້າງຄວາມເສຍຫາຍດ້ານຊັບຊີນຂອງພໍ່ແມ່ປະຊາຊົນ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເຫັນຄວນດຳເນີນຄະດີຕາມລະບຽບກົດໝາຍ.

ຕໍ່ກັບຂອງກາງທີ່ຜູ້ກ່ຽວລັກມານັ້ນ ທາງເຈົ້າໜ້າທີ່ ໄດ້ເກັບກູ້ຄືນມາ ແລະ ມອບໃຫ້ແກ່ເຈົ້າຂອງເດີມ, ສ່ວນທີ່ຜູ້ກ່ຽວຂາຍ ແມ່ນຕ້ອງໄດ້ໃຊ້ຄືນ.

Continue Reading

ທົ່ວໄປ

ການບິນໄທ!ກຽມຍຸບສາຍ ໄທສະມາຍ ໃນທ້າຍປີ2023ນີ້

Published

on

By

ສຳນັກຂ່າວໄທລາຍງານ: ວັນທີ 14 ພຶດສະພາ 2023 ຜ່ານມາ, ທ່ານ ຊາຍ ອ່ຽມສິຣິ ປະທານຜູ້ບໍລິຫານ (CEO)

ບໍລິສັດການບິນໄທ ໄດ້ເປີດເຜີຍຄວາມຄືບໜ້າຂອງແຜນຄວບລວມສາຍການບິນໄທ ກັບສາຍການບິນໄທສະມາຍ …

Continue Reading

ທົ່ວໄປ

ຊົມເຊີຍ!ເຈົ້າຫນ້າທີມອບ ຄືນລົດຈັກ2ຄັນ ທີ່ຖືກລັກໃຫ້ເຈົ້າຂອງ

Published

on

By

ໃນວັນທີ 25 ເມສາ 2023 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຜົ້ງສາລີ ໄດ້ມອບລົດຈັກ ເວັບ 100 ສີດໍາແດງ 1 ຄັນ ແລະ ສີຂຽວດໍາ 1 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ.

ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເດືອນກຸມພາ 2023 ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍໄດ້ລັກລົດຈັກທີ່ຈອດໄວ້ຢູ່ເຮືອນໄປ. ສະນັ້ນ, ຄະນະຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາການ ລົງເກັບກໍາຂໍ້ມູນ ແລະ ມາໃນວັນທີ 18 ກຸມພາ 2023 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ມີ ວົງສາ ອາຍຸ 48 ປີ………

Continue Reading

ທົ່ວໄປ

ປະໂທ້!ອັດຕາເງີນບາດ ມື້ນີ້ສູງຂຶ້ນເຖີງ +518ແລ້ວ

Published

on

By

ອັດຕາແລກປ່ຽນເງິນຕາ ປະຈຳວັນທີ 26 ເມສາ 2023

#ຂ່າວຮູບພາບລາວພັດທະນາ#ອັດຕາແລກປ່ຽນ

อาจเป็นรูปภาพของ ข้อความ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້