ໄຟຟ້າລາວ ຊີ້ແຈງໂຄງສ້າງລາຄາໄຟຟ້າໃໝ່ ລັດຍັງເກື້ອກູນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ໄຟຟ້າລາວ ຊີ້ແຈງໂຄງສ້າງລາຄາໄຟຟ້າໃໝ່ ລັດຍັງເກື້ອກູນ

Published

on

ລັດວິສາຫະກິດໄຟຟ້າລາວ ຊີ້ແຈງໃຫ້ຮູ້ວ່າ: ພໍ່ແມ່ປະຊາຊົນ ກໍຄືຜູ້ຊົມໃຊ້ໄຟຟ້າທຸກໆຄົນ ແມ່ນໄດ້ຮັບການເກື້ອກູນຈາກລັດຖະບານ ຕໍ່ການປັບປຸງໂຄງສ້າງຄາລາໄຟຟ້າໃໝ່ ທີ່ມີລາຄາດຽວ ຄື 710 ກີບ/kWh ແຕ່ການເກື້ອກູນມີຄວາມແຕກຕ່າງກັນ ໂດຍສະເພາະຜູ້ທີ່ມີລາຍຮັບຕ່ຳ ຈຳນວນຫລາຍກວ່າ 80% ຂອງຜູ້ຊົມໃຊ້ໄຟ້າທັງໝົດທົ່ວປະເທດ.

ຂະນະດຽວກັນ, ຜູ້ມີລາຍຮັບປານກາງສ່ວນໜຶ່ງທີ່ດຳລົງຊີວິດສ່ວນຫລາຍຢູ່ໃນເມືອງໃຫຍ່ອາດຈະຖືກກະທົບ ເພາະໄດ້ຈ່າຍຄ່າໄຟຟ້າແພງຂຶ້ນ ຖ້າທຽບໃສ່ລາຄາເດີມ, ແຕ່ຖ້າທຽບໃສ່ລາຄາຕົ້ນທຶນກໍຍັງໄດ້ຮັບການເກື້ອກູນຢູ່.

ໃນບົດຕອບສຳພາດຕໍ່ສື່ມວນຊົນ, ທ່ານ ບຸນອູ້ມ ສີວັນເພັງ ອຳນວຍການໃຫຍ່ລັດວິສາຫະກິດໄຟ ຟ້າລາວ ໃຫ້ຮູ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແມ່ນມີຄວາມຈຳເປັນໃນແຕ່ລະໄລຍະຂຶ້ນກັບສະພາບເສດຖະກິດ ແລະ ນະໂຍບາຍຂອງລັດຖະບານ ເພາະລາຄາໄຟຟ້າຍັງເປັນລາຄາທີ່ມີການເກື້ອກູນ ແລະ ຖົມຂຸມຈາກລັດຖະບານຢູ່.

ການຊົມໃຊ້ໂຄງສ້າງລາຄາໄຟຟ້າໃໝ່ ກໍເປັນລາຄາທີ່ແພງຂຶ້ນ ແລະ ຖືກລົງ ຈາກລາຄາເດີມຂອງຜູ້ຊົມໃຊ້ບາງກຸ່ມ ຕົວຢ່າງ: ຜູ້ຊົມໃຊ້ໄຟຟ້າ 0-150 kWh ແມ່ນລາຄາ 355 ກີບ/kWh ເຊິ່ງໄດ້ຫລຸດ 50% ຈາກລາຄາ 710 ກີບ/kWh ໂດຍຜູ້ຊົມໃຊ້ກຸ່ມນີ້ກວມປະມານ 80% ຂອງຜູ້ຊົມໃຊ້ໄຟຟ້າທັງໝົດໃນທົ່ວປະເທດ ຫລື ເທົ່າກັບ 1 ລ້ານຄົວເຮືອນ. ສ່ວນທີ່ຜູ້ຊົມໃຊ້ 151-461 kWh ແມ່ນລາຄາຈະເພີ່ມຂຶ້ນສະເລ່ຍ 30 ເຖິງ 50.000 ກີບ.

ຂະນະຜູ້ທີ່ຊົມໃຊ້ 462 kWh ຂຶ້ນໄປ ແມ່ນຈະໄດ້ຫລຸດຄ່າໄຟຟ້າລົງຈາກລາຄາເກົ່າຕາມລໍາດັບ, ຕົວຢ່າງ ຜູ້ທີ່ໃຊ້ໄຟເຖິງ 1.000 kWh/ເດືອນ ຈະໄດ້ຫລຸດປະມານ 170.000 ກີບ ຖ້າທຽບກັບລາຄາເກົ່າ. ເນື່ອງຈາກໃນໄລຍະມໍ່ໆມານີ້ ມີບາງສື່ສັງຄົມອອນລາຍອອກຂ່າວວ່າ ລັດຖະບານຈະຫລຸດຄ່າໄຟຟ້າ 50% ໃຫ້ຜູ້ຊົມໃຊ້ 0-150 kWh/ເດືອນ ແມ່ນອາດຈະເກີດຄວາມເຂົ້າໃຈຜິດທາງດ້ານເນື້ອໃນ ແລະ ສົ່ງຜົນໃຫ້ຜູ້ທີ່ຕິດຕາມເຂົ້າໃຈຜິດໄປຕາມໆກັນ, ຄວາມເປັນຈິງແລ້ວ ຖ້າຜູ້ຊົມໃຊ້ 0-150 kWh ແມ່ນຈະຄິດໄລ່ເທົ່າກັບ 335 ກີບ/kWh ກໍຄືຫລຸດ 50% ຂອງລາຄາດຽວ ຄື 710 ກີບ/kWh ນັ້ນເອງ.

ທ່ານ ບຸນອູ້ມ ສີວັນເພັງ ໄດ້ອະທິບາຍວ່າ: ປົກກະຕິແລ້ວ ການຊົມໃຊ້ໄຟຟ້າ ໂດຍສະເພາະປະ ເພດທີ່ຢູ່ອາໄສ ໃນລະຫວ່າງເດືອນ 4-6 ຂອງທຸກໆປີ ແມ່ນຈະມີການໃຊ້ໄຟຟ້າເພີ່ມຂຶ້ນສະເລ່ຍປະມານ 25-30% ເມື່ອທຽບໃສ່ເດືອນ 3 ອັນໄດ້ສົ່ງຜົນໃຫ້ຫລາຍພາກສ່ວນອ້າງວ່າ ລາຄາໄຟຟ້າແພງຂຶ້ນ, ແຕ່ໃນຄວາມເປັນຈິງແລ້ວແມ່ນເປັນການຊົມໃຊ້ພະລັງງານເພີ່ມຂຶ້ນ.

ຈາກການເກັບກຳສະຖິຕິຂໍ້ມູນເຫັນວ່າ ໃນລະຫວ່າງເດືອນ 4, 5 ແລະ 6 ຂອງທຸກໆປີ ແມ່ນຈະມີການຊົມໃຊ້ພະລັງງານຂອງຄົວເຮືອນເພີ່ມຂຶ້ນ ອາດຈະມີສາເຫດມາຈາກເປັນເດືອນທີ່ອາກາດຮ້ອນທີ່ສຸດຂອງປີ ແລະ ເຮັດໃຫ້ພວກເຮົາຕ້ອງໄດ້ເປີດພັດລົມ, ເຄື່ອງປັບອາກາດ ແລະ ຕູ້ເຢັນຫລາຍຂຶ້ນ ຊຶ່ງເຄື່ອງໃຊ້ໄຟຟ້າດັ່ງກ່າວຕ້ອງເຮັດວຽກໜັກຂຶ້ນ.

ພິເສດໃນເດືອນ 4 ປີນີ້ ແມ່ນຖືກໄລຍະທີ່ພວກເຮົາກັກໂຕຢູ່ເຮືອນ ຍ້ອນສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຊຶ່ງອາດເປັນສາເຫດທີ່ເຮັດໃຫ້ໃຊ້ໄຟຟ້າສູງຂຶ້ນ.

ນອກຈາກນີ້ ຍັງຂຶ້ນກັບພຶດຕິກຳການຊົມໃຊ້ເຄື່ອງໃຊ້ໄຟຟ້າ ເຊັ່ນ: ພັດລົມ ຫລື ເຄື່ອງປັບອາກາດ ເປັນເວລາດົນຂຶ້ນກວ່າປົກກະຕິ, ເຄື່ອງໃຊ້ໄຟຟ້າເກົ່າແກ່ ຫລື ຂາດການບຳລຸງຮັກສາທຳຄວາມສະອາດ ເຮັດໃຫ້ກິນໄຟຫລາຍ, ນຳໃຊ້ຕູ້ເຢັນ-ຕູ້ແຊ່ ໃສ່ເຄື່ອງຫລາຍຈົນເກີນໄປ ເຮັດໃຫ້ເຄື່ອງໃຊ້ເຮັດວຽກໜັກຂຶ້ນແລະ ເປັນເລື່ອງປົກກະຕິຂອງການຊົມໃຊ້ພະລັງງານໄຟຟ້າຈະເພີ່ມຂຶ້ນເປັນຈຳນວນຫລາຍນັບແຕ່ເດືອນ 3 ຮອດເດືອນ 5 ແລະ ຄ່ອຍໆຫລຸດລົງໃນເດືອນ 6 ຂອງທຸກໆປີ.

ທ່ານ ບຸນອູ້ມ ສີວັນເພັງ ໄດ້ຢັ້ງຢືນວ່າ ລັດວິສາຫະກິດໄຟຟ້າລາວ ບໍ່ໄດ້ມີເຈດຕະນາຕົ້ມຕຸນ ຫລື ຕົວະພໍ່ແມ່ປະຊາຊົນ, ຖ້າຫາກພໍ່ແມ່ປະຊາຊົນຜູ້ໃດຫາກມີຂໍ້ສົງໄສ ຫລື ກວດພົບວ່າການບັນທຶກຕົວເລກໝໍ້ນັບໄຟຜິດ ສາມາດສະເໜີຫາລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ໄປກວດສອບ ຫລື ໂທລະສັບສອບຖາມສູນບໍລິການ 1199 ຕະຫລອດ 24 ຊົ່ວໂມງ.

ຂ່າວ: ສິງຄໍາ ຂປລ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້