ນັກບວດກ່າວ”ການສະແຫວງຫາບຸນແມ່ນວັກຊີນຕ້ານໂຄວິດຈາກພະເຈົ້າ” ພາກັນຈູບຮ່າງນັກບວດທີ່ເສຍຊີວິດຍ້ອນຕິດເຊື້ອ ໂຄວິດ-19. – ສື່ລາວ.ຄອມ
Connect with us

ຂ່າວການສຶກສາ

ນັກບວດກ່າວ”ການສະແຫວງຫາບຸນແມ່ນວັກຊີນຕ້ານໂຄວິດຈາກພະເຈົ້າ” ພາກັນຈູບຮ່າງນັກບວດທີ່ເສຍຊີວິດຍ້ອນຕິດເຊື້ອ ໂຄວິດ-19.

Published

on

ບຸກຄົນສຳຄັນທາງສາສະໜາຂອງທັງຊາວມອນເຕເນໂກຣ ແລະ ເຊີເບຍ ລວມເຖິງຜູ້ເຂົ້າຮ່ວມງານບາງສ່ວນໄດ້ຕິດເຊື້ອ ໂຄວິດ-19 ຫຼັງຈາກໄປຮ່ວມງານສົບສາທາລະນະຄັ້ງໃຫຍ່ຂອງຫລວງພໍ່ອາວຸໂສ ທີ່ເສຍຊີວິດດ້ວຍໂຣກນີ້. ພຣະສັງຄະຣາດ Irinej ຫົວໜ້າຄຣິດຕະຈັກເຊີເບຍອໍໂທດອກ ອາຍຸ 90 ປີ ກໍ່ຕິດໂຄວິດຈາກງານນີ້ເຊັ່ນກັນ ແລະ ກຳລັງເຂົ້າຮັບການຮັກສາຢູ່ໂຮງໝໍ

ໂດຍທ່ານ Irinej ເປັນຜູ້ນຳຮ່າງຂອງນັກບວດທີ່ອາວຸໂສທີ່ສຸດຂອງຄຣິດຕະຈັກໃນມອນເຕເນໂກ ນາມວ່າ Amfilohije Radovic ອາຍຸ 82 ປີ. ຜູ້ມາຮ່ວມໄວ້ອາໄລລວມຕົວກັນໃນງານໂດຍບໍ່ມີການໃສ່ໜ້າກາກ ແລະ ຫຼາຍຄົນໄດ້ “ຈູບຮ່າງ” ຂອງຫລວງພໍ່ລາຍດັ່ງກ່າວຂະນະທີ່ນອນຢູ່ໃນໂລງສົບແບບເປີດ.

ເຖິງຈະມີຜູ້ຕິດເຊື້ອໂຄໂຣນາໄວຣັດເພີ່ມຂຶ້ນຢ່າງໄວວາ ທັງໃນເຊີເບນ ແລະ ມອນເຕເນໂກ ເຊິ່ງທາງການກໍໄດ້ອອກຄຳເຕືອນຕ່າງໆແຕ່ປະຊາຊົນ ແລະ ບຸກຄົນທາງສາສະໜາທີ່ເຂົ້າຮ່ວມງານກໍບໍ່ໄດ້ສົນໃຈຕໍ່ຄຳເຕືອນແຕ່ຢ່າງໃດ. Amfilohije Radovic ຫລວງພໍ່ທີ່ເສຍຊີວິດ ເຄີຍກ່າວວ່າການສະແຫວງບຸນເປັນ “ວັກຊີນຂອງພະເຈົ້າ” ແລະ ຫຼີກລ່ຽງການໃສ່ໜ້າກາກ, ເຊິ່ງໃນຕອນນີ້ ພຣະສັງຄະຣາດ Irinej

ແລະ ຄົນອື່ນໆອີກຫຼາຍຄົນທີ່ເຂົ້າຮ່ວມພິທີສົບດັ່ງກ່າວ ເຊື່ອວ່າໄດ້ຕິດ ໂຄວິດ-19 ເປັນທີ່ຮຽບຮ້ອຍ ລວມໄປເຖິງຜູ້ສືບທອດຂອງ Amfilohije ດ້ວຍເຊັ່ນກັນ. ທັງນີ້ ນາຍົກລັດຖະມົນຕີຂອງມອນເຕເນໂກ Zdravko Krivokapic ແລະປະທານາທິບໍດີຂອງເຊີເບຍ ກໍໄດ້ເຂົ້າຮ່ວມງານນີ້ດ້ວຍເຊັ່ນກັນ ທີ່ເມືອງ Podgorica ປະເທດມອນເຕເນໂກ ຕົ້ນເດືອນ ພະຈິກ 2020

Continue Reading

ຂ່າວການສຶກສາ

ກົດໄລ້ ກົດແຊຣ໌ ທະແມ້ ເກັ່ງຫຼາຍໄດ້ຮັບລາງວັນນັກອອກແບບດີເດັ້ນ ພ້ອມກຽມຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ

Published

on

ຊົມເຊີຍເດີ້ ທະນາພອນ ຊວ້ານສວນດາວ ນັກສຶກສາ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ

ຄວ້າລາງວັນນັກສຶກສາທີ່ສາມາດອອກແບບໄດ້ດີເດັ່ນ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຄວ້າລາງວັນນັກອອກແບບດີເດັ່ນ ຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ.

ການແຂ່ງຂັນລາຍການນີ້, ໄດ້ມີການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ, ຊຶ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ, ຍິງ 7 ຄົນ. ຫຼັງຈາກນັ້ນ, ສາມາດຄັດເລືອກໄດ້ ຈຳນວນ 10 ຄົນ, ຍິງ 4 ຄົນ ທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຜົນການແຂ່ງຂັນໃນຮອບສຸດທ້າຍນີ້ ປະກົດວ່າ:

ຊະນະເລີດ ຕົກເປັນຂອງນາງ ທະນາພອນ ຊວ້ານສວນດາວ ໄດ້ຮັບໃບຍ້ອງຍໍ ແລະ ກາຍເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ ໃນລະຫວ່າງວັນທີ 19-20 ພະຈິກ 2022 ນີ້.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

Continue Reading

ຂ່າວການສຶກສາ

ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

Published

on

ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022.

ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ

ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ

.

Cr ຮູບ: Ly Channaly

Continue Reading

ຂ່າວການສຶກສາ

ອ່ານດ່ວນ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດຜົນການສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

Published

on

ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2021-2022, ສະບັບເລກທີ 3615/ສສກ, ລົງວັນທີ 02 ສິງຫາ 2022.

ສາມາດກວດເບິ່ງຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ເວັບໄຊ້ ກົມສາມັນສຶກສາ http://www.moes.edu.la/dge/exam-results.php

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້