ຈະລາຈອນ ເມືອງລອງ ສຶກສາອົບຮົມຜູ້ຂັບຂີ່ລົດກວນເມືອງ

ໃນອາທິດຜ່ານມາ, ກອງຕໍາຫຼວດຈາລະຈອນ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ສຶກສາ ອົບຮົມກຸ່ມໄວລຸ້ນດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດກວນເມືອງ ທີ່ລະເມີດລະ ບຽບການສັນຈອນຕາມຖະໜົນຫຼວງ,ໂດຍມີ ພັທ ສຸດສະດີ ທອງພູມີ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງ, ພ້ອມຄະນະກອງຕຳຫຼວອຈະລາຈອນ, ບັນດາຜູ້ຂັບຂີ່ລົດກວນເມືອງ, ພໍ່-ແມ່ຜູ່ປົກຄອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

ຫົວໜ້າໜ່ວຍງານກອງຈະລາຈອນ ໄດ້ອະທິ ບາຍກ່ຽວກັບກົດ ລະບຽບ, ຂໍ້ຫ້າມຕ່າງໆຂອງການສັນຈອນຕາມທ້ອງຖະໜົນຕໍ່ກຸ່ມໄວລຸ້ນທີ່ຖືກສຶກສາອົບຮົມ ຈຳນວນ 13 ຄົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການຕ່າງໆ. ພາ ຫະນະທີ່ຖືກດັດແປງສະພາບເຕັກນິກ ແລະ ໃຊ້ຂັບຂີ່ລົດກວນເມືອງ ມີລົດຈັກ ຈຳນວນ 10 ຄັນ, ສ່ວນຫຼາຍແມ່ນລົດທີ່ຖືກດັດແປງສະພາບ ເຊັ່ນ:

ປ່ຽນຖ່າຍລະບົບທໍ່ຄວັນ(ທໍ່ສູດ), ລະບົບແກ່, ລະ ບົບລໍ້, ລະບົບຮ່າງລົດ, ລະບົບໄຟ ແລະອື່ນໆ ທີ່ບໍ່ຖືກຕ້ອງ ແລະ ບໍ່ຮັບປະກັນ, ເຊິ່ງມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ, ສ້າງສຽງດັງເນື່ອງນັນ. ພ້ອມນັ້ນ, ກໍໄດ້ເຮັດບົດບັນທຶກ ແລະ ນຳເອົາອາ ໄລທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນໃສ່ລົດ ແລ້ວຈຶ່ງອະນຸຍາດນຳລົດອອກໄປຊົມໃຊ້.

ພັທ ສຸດສະດີ ທອງພູມີ ໄດ້ຮຽກຮ້ອງໃຫ້ຜູ້ຖືກສຶກສາອົບຮົມໃນຄັ້ງນີ້ ຈົ່ງປ່ຽນແປງພຶດຕິກຳທີ່ບໍ່ເໝາະສົມ ເປັນຕົ້ນແມ່ນຂັບຂີ່ລົດຕາມທ້ອງຖະ ໜົນໄວເກີນກຳນົດ, ການດັດແປງສະພາບເຕັກ ນິກຂອງລົດ,ໃຊ້ສຽງດັງເກີນຂອບເຂດ ເພື່ອຄວາມປອດໄພຂອງຕົນເອງ ແລະ ຄົນອ້ອມຂ້າງ. ພ້ອມທັັງຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ພໍ່-ແມ່ຜູ້ປົກຄອງ ຈົ່ງຊ່ວຍເຈົ້າໜ້າທີ່ ສຶກສາອົບຮົມລູກຫຼານຂອງຕົນໃຫ້ເປັນຄົນດີຕື່ມອີກ.