ຄູ່ຮັກຊາວອັງກິດເຂົ້າພິທີແຕ່ງງານຫຼັງພັດພາກຈາກກັນ 75 ປີ

ສື່ມວນຊົນອັງກິດລາຍງານວ່າ: ກ່ອນໜ້ານີ້ 75ປີ, Roy ແລະ Nora ເຄີຍໝາຍໝັ້ນຈະແຕ່ງດອງກັນກ່ອນຈະເກີດສົງຄາມສະໄໝນັ້ນແຕ່ຫຼັງສົງຄາມຈົບລົງກໍ່ໄດ້ພັດພາກຈາກກັນຕ່າງຄົນຕ່າງໜີແຍກຍ້າຍຍ້ອນສົງຄາມ.

ແຕ່ແນວໃດກໍດີຫຼັງຈາກນັ້ນ 75 ປີ ອາດເປັນເພາະໂຊກສະຕາເຮັດໃຫ້ພວກເຂົາໄດ້ພົບກັນອີກຢູ່ທີ່ງານສົບຂອງໝູ່ແມ່ຕູ້ແມ່ນບໍ່ທັນໄດ້ສ້າງຄອບຄົວເທື່ອແຕ່ອາໄສຢູ່ນຳຫຼານໆສ່ວນພໍ່ຕູ້ແມ່ນເຄີຍແຕ່ງງານມາແລ້ວແຕ່ງກັບຄົນທີ່ຄອບຄົວເລືອກໃຫ້ແຕ່ໃນໃຈຂອງຕູ້ Roy ກໍ່ບໍ່ເຄີຍລືມແມ່ຕູ້ Nora

ພາຍຫຼັງແຕ່ງໄດ້ພຽງ5ປີ ພັນລະຍາຂອງພໍ່ຕູ້ກໍ່ໄດ້ເສຍຊີວິດລົງແລ້ວພໍ່ຕູ້ກໍ່ຢູ່ໂສດມາຈົນໄດ້ມາພົບກັບຮັກເກົ່ານັ້ນກໍ່ຄືແມ່ຕູ້ Nora ແລະຍ້ອນຄວາມຮັກອັນແຮງກ້າໃນທີ່ສຸດທັງ 2 ກໍໄດ້ແຕ່ງດອງກັນຢ່າງສົມໃຈດັ່ງທີ່ໄດ້ເຄີຍສັນຍາກັນໄວ້.