ອຸທາຫອນ ໜຸ່ມສັ່ງຊື້ເຕັ້ນທາງອອນລາຍ ຫວັງເອົາມານອນຄູ່ກັບແຟນ ບາດເຄື່ອງມາຮອດໃສ່ໄດ້ແຕ່ຫົວ

ນັບວ່າເປັນອີກເຫດການເຕືອນໃຈ ເປັນອຸທາຫອນໃຫ້ກັບສາຍ cf ເຄື່ອງຜ່ານທາງອອນລາຍ ຫຼາຍໆທ່ານແນ່ນອນ ກ່ອນຈະຊື້ຫຍັງຕ້ອງກວດເຊັກສິນຄ້າໃຫ້ດີ ເບິ່ງລາຄາ, ຂະໜາດ ແລະ ຄຸນນະພາບໃຫ້ລະອຽດ ບໍ່ດັ່ງນັ້ນ ກໍ່ຈະເປັນຄືກັບໜຸ່ມຄົນນີ້ ສັ່ງຊື້ເຕັ້ນທາງອອນລາຍ ບາດເຄື່ອງມາຮອດ ເຂົ້າໄດ້ແຕ່ຫົວ.

ໂດຍຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາແບ່ງປັນປະສົບການທີ່ບໍ່ຮູ້ວ່າຈະສົງສານ ຫຼື ຫົວຂວັນກ່ອນດີ ເມື່ອຜູ້ກ່ຽວກົດສັ່ງຊື້ເຕັ້ນນອນລາຍດອກໄມ້ ຫວັງເອົາໃຈແຟນສາວ ທີ່ຈະຊວນກັນໄປກາງນອນແບບຊິວໆ, ແຕ່ເມື່ອເຄື່ອງມາຮອດ ເຖິງກັບເຮັດໃຫ້ແຜນທີ່ວາງໄວ້ຫຼົ້ມ ເພາະຂະໜາດຂອງເຕັ້ນທີ່ໄດ້ມານັ້ນ ມຸດເຂົ້າໄປໄດ້ແຕ່ຫົວ.

ໂດຍຜູ້ກ່ຽວລະບຸຂໍ້ຄວາມວ່າ ເມື່ອສັ່ງຊື້ເຕັ້ນລາຍດອກໄມ້ ວ່າຈະກາງນອນກັບແຟນ ສິ່ງທີ່ຄິດ ແລະ ສິ່ງທີ່ໄດ້…ແນະນໍາທຸກຄົນສັ່ງເຄື່ອງຕ້ອງເບິ່ງໃຫ້ລະອຽດກວ່ານີ້.

ແນວໃດກໍ່ຕາມ ເລື່ອງນີ້ ໃຫ່ຖືເປັນອຸທາຫອນເຕືອນສະຕິຜູ້ສັ່ງເຄື່ອງທາງອອນລາຍທັງຫຼາຍ ຢ່າລືມກວດສອບທຸກຢ່າງໃຫ້ລະອຽດຖືກຕ້ອງກ່ອນສັ່ງຊື້ທຸກຄັ້ງ