ແລ່ນໂດຍສານ ຄ້າຂາຍ ສາມາດສ້າງລາຍຮັບໄດ້ 400 ລ້ານກີບຕໍ່ປີສຸດຍອດ ຄອບຄົວຕົວແບບ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ແລ່ນໂດຍສານ ຄ້າຂາຍ ສາມາດສ້າງລາຍຮັບໄດ້ 400 ລ້ານກີບຕໍ່ປີສຸດຍອດ ຄອບຄົວຕົວແບບ

Published

on

ທ່ານ ຈັນເພັງ ແສງແກ້ວ ອາຍຸ 53 ປີຢູ່ ບ້ານຫາດປາງ ກຸ່ມພັດທະນາທີ່ 6 ເມືອງປາກອູ ແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ຄອບຄົວມີຈໍານວນພົນທັງໝົດ 12 ຄົນ,ຍິງ 8 ຄົນ,ມີ 7 ແຮງງານ,ອາຊີບເມື່ອກ່ອນແມ່ນເຮັດນາກໍ່ພໍແຕ່ກຸ້ມກິນ, ການໃຊ້ຈ່າຍ.

ສົ່ງລູກຮຽນຍັງບໍ່ພຽງພໍ ມາຮອດປີ 1997 ທ່ານ ຈັນເພັງ ແສງແກ້ວ ກໍ່ໄດ້ຫັນປ່ຽນອາຊີບຄື: ໄດ້ຊື້ລົດລ້ານຈ່ຽນ 1ຄັນມາແລ່ນໂດຍສານ, ຄ້າຂາຍ, ເກັບຊື້ເຄື່ອງນາ ຂອງປ່າສາມາດສ້າງລາຍຮັບສະເລ່ຍໄດ້ 100 ລ້ານກີບຕໍ່ປີ.

ເລີ່ມເຮັດໃຫ້ຄອບຄົວມີຊີວິດດີຂຶ້ນ. ມາຮອດປີ 2007 ທ່ານ ຈັນເພັງ ແສງແກ້ວ ໄດ້ຊື້ລົດ12 ລໍ້ຕື່ມ 1ຄັນມາຕ່າງເຄື່ອງຂົນສົ່ງສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 200 ກີບຕໍ່ປີ, ມາຮອດປີ 2009ທ່ານ ຈັນເພັງ ແສງແກ້ວ ໄດ້ຊື້ລົດ 12ລໍ້ຕື່ມ 1 ຄັນມາຕ່າງເຄື່ອງຂົນສົ່ລວມເປັນ 2 ຄັນສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 300 ລ້ານກີບຕໍ່ປີເຫັນວ່າຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ.

ພໍມາຮອດປີ 2011ເຫັນວ່າການແລ່ນລົດມີລາຍຮັບຫລຸດລົງຈິ່ງໄດ້ຫັນປ່ຽນຈາກການແລ່ນລົດມາ ສ້າງກາລາສ້ອມແປງລົດໃຫຍ່ໄດ້ 1 ຫລັງ ສາມາດສ້າງລາຍຮັບເຜີ້ມສະເລ່ຍໄດ້ 400 ລ້ານກີບຕໍ່ປີ ສາມາດເຮັດໃຫ້ຊີວິດການເປັນຢູ່ພາຍໃນຄອບຄົວຫລຸດພົ້ນອອກຈາກຄອບຄົວທຸກຍາກໄດ້ ກາຍມາເປັນຄອບຄົວພັດທະນາ.

ຜ່ານການສະສົມທຶນຮອນມາແຕ່ລະປີມາຮອດປະຈຸບັນສາມາດພັດທະນາຄອບຄົວໄດ້ເຊັ່ນ: ມີເຮືອນຖາວອນ 1 ຫລັງ, ມີລົດຮັບໃຊ້ຄອບຄົວລົດ 12 ລໍ້ 2 ຄັນ,ລົດດ່າມ 1 ຄັນ, ລົດຮ່ອນໄດ 2 ຄັນ, ລົດກະບະ 2 ຄັນ, ແລະລົດຈັກ 2 ຄັນ,ໃນຕໍ່ໜ້າຈະສືບຕໍ່ຂະຫຍາຍກິດຈະການໃຫ້ກ້ວາງຂວາງຂຶ້ນຕື່ມ ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ໄດ້ຫລາຍກ່ວາເກົ່າ. ພ້ອມນັ້ນກໍ່ຈະໄດ້ຊອກພະນັກງານຜູ້ທີ່ມີຄວາມຊໍານານ, ມີປະສົບການມາປະກອບເຂົ້າໃນການສ້ອມແປງລົດທຸກປະເພດ. ຮຽກຮ້ອງມາຍັງບັນດາທ່ານທີ່ມີຄວາມສົນໃຈ, ມີເງື່ອນໄຂຢາກຫັນມາເຮັດກິດຈະການດັ່ງກ່າວ ກໍ່ມາຖອດຖອນບົດຮຽນນໍາໄດ້.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້