ແຈ້ງເຕືອນພາຍຸເຂດຮ້ອນ ວາມກໍ (STS VAMCO) ແຕ່ໄລຍະວັນທີ 14 ຫາ 17 ພະຈິກ 2020 – ສື່ລາວ.ຄອມ
Connect with us

ສະພາບອາກາດ

ແຈ້ງເຕືອນພາຍຸເຂດຮ້ອນ ວາມກໍ (STS VAMCO) ແຕ່ໄລຍະວັນທີ 14 ຫາ 17 ພະຈິກ 2020

Published

on

ພາຍຸໜູນເຂດຮ້ອນ ວາມກໍ (STS VAMCO) ຫົວທີ່ 22 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະຫມຸດປາຊີຟິກຕອນເຫນືອ, ຊື່ງໃນເວລາ 07 ໂມງ 50 ນາທີ ຂອງວັນທີ່ 12 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະຫນານທີ່ 15.2 ອົງສາເຫນືອ ແລະ ເສັ້ນແວງທີ່ 119.7 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ໍຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພະຍຸແມ່ນ 108 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂື້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນກາງຄືນຂອງວັນທີ່ 14 ພະຈິກ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ຫາ ພາກເຫນືອດ້ານຕາເວັນອອກຂອງ ສປປ ລາວ ໃນໄລຍະວັນທີ່ 15 ຫາ 16 ພະຈິກ 2020 ຊື່ງຈະເຮັດໃຫ້ມີຝົນຕົກໃນລະດັບ ປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກເຫນືອດ້ານຕາເວັນອອກ ໃນໄລຍະວັນທີ່ 14 ຫາ 17 ພະຈິກ 2020.

ດັ່ງນັ້ນ, ຈື່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງ ເຊກອງ, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ແລະ ລົມພັດແຮງ ພ້ອມນີ້ໃຫ້ກະກຽມເກັບມ້ຽນ ຜົນລະປຸກໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

Continue Reading

ສະພາບອາກາດ

ອຸຕຸແຈ້ງເຕືອນ! ທຸກພາກ ກຽມຮັບມີຶອາກາດເຢັນ ຫາ ໜາວເຢັນ ອຸນຫະພູມຕ່ຳສຸດ 1-3 ອົງສາ

Published

on

ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ໃນໄລຍະວັນທີ 17-23 ຕຸລາ 2022


ສະພາບອາກາດ ໃນໄລຍະວັນທີ 17-23 ຕຸລາ 2022 ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່

ຊຶ່ງຈະ ເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ 1-3 ອົງສາ ຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ປາກຊ່ອງ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ.


ສໍາລັບພາຍຸເຂດຮ້ອນ ເນສາດ (NESAT) ຫົວທີ 20 ທີ່ກໍາລັງເຄື່ອນທີ່ ມາທາງທະເລຈີນໃຕ້ ແລະ ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານທາງພາກໃຕ້ ຂອງເກາະໄຮໜານ ແລະ ຈະເຄື່ອນທີ່ເຂົ້າໃກ້ຝັ່ງເຂດພາກເໜືອຂອງ ປະເທດຫວຽດນາມ ໃນວັນທີ 19-21 ຕຸລາ 2022 ນີ້,

ຈາກນັ້ນກໍຈະອ່ອນ ກໍາລັງລົງຕາມລໍາດັບກາຍເປັນພາຍຸດີເປຊັນ ຊຶ່ງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ບາງບໍລິເວນໃນແຕ່ລະພາກ ແລະ ຕົກປານ ກາງ ຫາ ຕົກໜັກ

ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

Continue Reading

ສະພາບອາກາດ

ແຈ້ງເຕືອນຝົນຕົກຫນັກ ໃນວັນທີ 13 ຫາ 15 ຕຸລາ 2022

Published

on

ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງແມ່ນຈະມີທ່າອ່ຽງເພີ້ມກໍາລັງແຮງຂື້ນ ກາຍເປັນພາຍຸດີເປູຊັ້ນໃນຕອນຄ່ໍາຂອງວັນທີ 13 ຕຸລາ 2012 ແລະ ຈະເຄື່ອນທີ່ຜ່ານພາກກາງຂອງປະເທດຫວຽດນາມ

ຈາກນັ້ນຈະອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່ປົກຄຸມເຂດພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໃນໄລຍະວັນທີ 14 ຕຸລາ 2022 ນີ້, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ແລະ ຕົກ ຫນັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະ ວັນທີ 13 ຫາ 15 ຕຸລາ 2022 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ສາລະວັນ, ປາກເຊ, ອັດຕະປື ແລະ ເຊກອງ ຈົ່ງມີສະຕິລະມັດລະ ວັງຕໍ່ສະພາບຝົນຕົກຫນັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມຊູ ເກີດຂື້ນໃນໄລຍະ 1 – 3 ວັນຕໍ່ຫນ້ານີ້.

Continue Reading

ສະພາບອາກາດ

ເຕືອນໄພ ກຽມໂຕກຽມໃຈ ຮັບມືພາຍຸຄັ້ງໃໝ່ໂນຣູຈະເຂົ້າປະເທດລາວ

Published

on

ແຈ້ງເຕືອນ ພາຍຸດີເປຼຊັ້ນ ໃນວັນທີ 25 ຫາ 28 ກັນຍາ 2022

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2022 ພາຍຸດີເປຼຊັ້ນ ໄດ້ກໍ່ໂຕຢູ່ເຂດມະຫາສະມຸດປາຊີຟິກ ຊຶ່ງໃກ້. ພາກເຫນືອດ້ານຕາເວັນອອກຂອງປະເທດຟິລິບປິນ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂື້ນກາຍເປັນພາຍຸຫມຸນເຂດຮ້ອນ ໂນລູ (Noru) ຫົວທີ່ 16 ໃນໄລຍະວັນທີ 24 ກັນຍາ 2022 ນີ້,

ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກເຫນືອຂອງ ປະເທດຟິລິບປິນ ໃນວັນທີ 25 ກັນຍາ 2022 ຈາກນັ້ນຈະເຄື່ອນທີ່ຂຶ້ນຝັ່ງປະເທດຫຽວດນາມ ໃນວັນທີ 26 ກັນຍາ 2022 ແລະ ສືບຕໍ່ຜ່ານພາກກາງ ຫາ ພາກເຫນືອ ຂອງປະເທດລາວ ໃນວັນທີ 27 ຫາ 28 ກັນຍາ 2022 ນີ້, ຊື່ງຈະ ເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫນັກ ຫຼາຍ,

ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນເຂດພາກເຫນືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງ ຂວາງ, ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍ່ ລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ.

ຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ, ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມ, ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ຂໍ ໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້