ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສະບັບສ້າງໃໝ່

ໃນ​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 12 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ພັນ ​ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ພົທ ວິ​ໄລ ຫລ້າ​ຄຳ​ຟອງ ລັດຖະມົນຕີ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ ວ່າ​ດ້ວຍ​ການ​ຮ່ວມ​ມື​ ລະ​ຫວ່າງ​ປະ​ເທດ ທາງ​ອາຍາ ສະບັບ​ສ້າງ​ໃໝ່ ຫລັງ​ຈາກ​ນັ້ນ ບັນດາ​ ສສຊ ກໍ​ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນ​ ໃສ່​ຮ່າງ​ກົດໝາຍ ສະບັບ​ດັ່ງ​ກ່າວ,

ຕາມ​ຄຳ​ຖາມ​ເຈາະ​ຈິ້ມຂອງ​ປະທານ​ ກອງ​ປະທານ​ກອງ​ປະຊຸມ ​ເຊິ່ງ​ໂດຍ​ລວມ​ແລ້ວ​ ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ ທາງ​ດ້ານໂຄງ​ສ້າງ ​ແລະ ​ເນື້ອ​ໃນ ​ແຕ່​ຍັງ​ມີ ສສຊ ບາງ​ທ່ານ ສະ​ເໜີ ​ໃຫ້​ມີ​ການ​ປັບປຸງ​ບາງ​ໝວດ, ບາງ​ມາດຕາ ທີ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ຖືກຕ້ອງ, ສອດ​ຄ່ອງ, ຮັດກຸມ ​ເທົ່າ​ທີ່​ຄວນ ​ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍ​ສະບັບ​ດັ່ງ​ກ່າວ ຖືກຕ້ອງ​ຕາມ​ແນວທາງ​ທີ່​ພັກ, ລັດ ວາງ​ອອກ ​ແລະ ສາມາດ​ນຳ​ໄປ​ຈັດ​ຕັ້ງ ​ປະຕິບັດ​ໄດ້ ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ທ່ານ ພົທ ວິ​ໄລ ຫລ້າ​ຄຳ​ຟອງ ​ໄດ້​ຍົກ​ໃຫ້​ເຫັນຄວາມ​ເປັນ​ມາ, ຄວາມ​ສຳຄັນ, ​ເຫດຜົນ ​ແລະ ຄວາມ​ຈຳ​ເປັນ ​ໃນ​ການ​ສ້າງ​ຮ່າງ​ກົດໝາຍ​ສະບັບ​ນີ້, ​ເຊິ່ງການ​ສ້າງ​ຮ່າງ​ກົດໝາຍ​ສະບັບ​ນີ້, ​ເພື່​ອ​ເປັນ​ການ​ຈັດ​ຕັ້ງ​ ຜັນ​ຂະ​ຫຍາ​ຍ​ແນວທາງ ​ປ່ຽນ​​ແປງ​ໃໝ່​ຂອງ​ພັກ, ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງ​ຄົມ​ ດ້ວຍ​ກົດໝາຍ ກໍ​ຄື ການຈັດ​ຕັ້ງ​ຜັນຂະຫຍາຍ ​ແຜນການ 6 ຕົວ​ຊີ້​ວັດ ກ່ຽວ​ກັບ​ບັນຫາ​ ການ​ຟອກ​ເງິນ ​ແລະ ສະໜອງ​ທຶນ​ ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ທີ່ອົງການ​ສາກົນ ຈະ​ລົງ​ມາກ​ວດ ສປປ ລາວ ​ເຮົາ​ໃນ​ທ້າຍ​ປີ 2020 ​ແລະ ບວກ​ກັບ​ສະພາບ​ ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ ​ເຊັ່ນ: ບັນຫາ​ການ​ກໍ່​ອາ​ສະ​ຍາ​ກຳ ​ແລະ ອາ​ສະ​ຍາ​ກຳ​ຂ້າມ​ຊາດ ທີ່​ມີ​ການ​ຂະຫຍາຍຕົວ, ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ເປັນ​ຕົ້ນ​ການຄ້າ​ມະນຸດ, ການ​ຄ້າຂາຍ​ຢາ​ເສບ​ຕິດ, ການ​ຄ້າ​ຂາຍ​ສັດ​ນ້ຳ-ສັດປ່າ, ການ​ໂຈລະ​ກຳ​ຂໍ້​ມູນ ​ທາງ​ເອ​ເລັກ​ໂຕຣນິກ, ​ເຊິ່ງ​ກາຍ​ເປັນ​ຜົນ​ກະທົບ ​ຕໍ່​ຄວາມ​ໝັ້ນຄົງ, ຄວາມສະ​ຫງົບ ​ແລະ ຄວາມ​ປອດ​ໄພ ລະຫວ່າງ​ລັດ, ພາກ​ພື້ນ ​ແລະ ສາກົນ.

ພາຍຫລັງກົດໝາຍ​ສະບັບ​ນີ້, ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ແລ້ວ ຈະ​ເປັນ​ເຄື່ອງ​ມື ຂອງ​ລັດ ​ໃນ​ການ​ສະກັດ​ກັ້ນ, ​ແກ້​ໄຂ ​ແລະ ຕ້ານ​ບັນຫາ​ອາ​ສະ​ຍາ​ກຳ ​ທຸກ​ຮູບ​ແບບ ​ຂອງ​ການ​ກະທຳ​ຜິດ​ ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ສັງຄົມ, ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ ເຈົ້າ​ໜ້າ​ທີ່​ຂະ​ແໜງ​ ການທີ່​ກ່ຽວຂ້ອງ ​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ່​ ວຽກ​ງານ​ການ​ຮ່ວມ​ມື ລະຫວ່າງ​ປະ​ເທດ​ທາງ​ອາຍາ ຫັນ​ເຂົ້າ​ສູ່​ກົດໝາຍ ​ແລະ ລະບຽບ​ການ, ເປັນ​ພື້ນຖານ​ອັນ​ສຳຄັນ ​ໃນ​ການ​ຮັບ​ປະ​ກັນ​ ຄວາມ​ສະຫງົບ ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ ​ໂດຍ​ສະ​ເພາະ​ ຍຸກ​ສະ​ໄໝ​ແຫ່ງ​ການ ​ເຊື່ອມ​​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ ທັງ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ໃນ​ການ​ຮ່ວມ​ມື​ ລະຫວ່າງ​ປະ​ເທດ ​ທາງ​ອາຍາ ​ໃຫ້​​ແກ່​ບັນດາ​ປະ​ເທດ ​ສະມາຊິກ​ອາ​ຊຽນ, ພາກ​ພື້ນ, ສາກົນ ​ແລະ ​ເຮັດ​ໃຫ້ສປປ ລາວ ຫລຸດພົ້ນ​ອອກ​ ຈາກ​ບັນຊີ​ສີ​ເທົາ.

ຂ່າວ: ຂປລ