ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ

Published

on

ໃນວັນທີ 11 ພະຈິກ 2020 ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ເຊິ່ງນຳໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍອຳນາດການປົກຄອງແຂວງອັດຕະປື ແລະ ກະຊວງທີ່ກ່ຽວຂ້ອງ ລົງກວດກາຕິດຕາມການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບພິ ບັດ ຢູ່ເຂດບ້ານຕະມໍຢອດ ແລະ ບ້ານດົງບາກໃໝ່ຫີນດຳ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອຕິດ ຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະ ເລັ່ງທວງໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ທັງນີ້, ກໍເພື່ອເປັນການເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ໄດ້ເຂົ້າຢູ່ເຮືອນໃໝ່ຖາວອນໂດຍໄວ ແນ່ໃສ່ເພື່ອເປັນການຍົກລະດັບ ແລະ ແກ້ໄຂການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ ໃຫ້ນັບມື້ນັບດີຂຶ້ນ ແລະ ມີການພັດທະນາຢ່າງຕໍ່ເນື່ອງ.

ການລົງຕິດຕາມກວດການໃນຄັ້ງນີ້, ໄດ້ເນັ້ນໃສ່ສະເພາະການກໍ່ສ້າງເຮືອນຖາວອນ ຈຳນວນ 700 ຫລັງ ທີ່ໄດ້ຮັບທຶນຈາກ ບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ, ເຊິ່ງມາຮອດປັດຈຸບັນມີຄວາມຄືບໜ້າຫລາຍດ້ານ ເຊິ່ງຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ປະຊາຊົນພ້ອມຂຶ້ນຢູ່ ຈຳນວນ 500 ກວ່າຫລັງ ກ່ອນເດືອນເມສາ 2020 ນີ້. ຈຳນວນ 700 ຫລັງປະກອບ ມີ: ເຮືອນວິນລາ 80 ຫລັງ, ເຮືອນກໍ່ສອງຊັ້ນ 4 ຫລັງ, ເຮືອນເຄິ່ງກໍ່ເຄິ່ງໄມ້ 278 ຫລັງ ແລະ ເຮືອນມີກ້ອງຕາລ່າງ 338 ຫລັງ.

ການປຸກສ້າງເຮືອນຖາວອນ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ມີທັງໝົດ 811 ຫລັງ, ໃນນັ້ນ 45 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານໄທ ເຊິ່ງສຳເລັດແລ້ວ 44 ຫລັງ ແລະ ຍັງອີກພຽງ 1 ຫລັງ ທີ່ກຳລັງກໍ່ສ້າງ, ມີ 66 ຫລັງ ໄດ້ຮັບທຶນຊ່ວຍເຫລືອຈາກ ໂຄງການ UN-HABITAT ປະເທດຍີ່ປຸນ ເຊິ່ງສໍາເລັດທັງໝົດແລ້ວ ແລະ ສ່ວນທີ່ເຫລືອຄາດວ່າຈະໃຫ້ສໍາເລັດທັງໝົດໃນທ້າຍປີ 2021.

ການກໍ່ສ້າງມີຄວາມຫລ້າຊ້າ ກໍເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນແມ່ນແບບເຮືອນ ມີຄວາມມັກບໍ່ຄືກັນ ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງພັດມັກອີກແບບ, ຜູ້ເຄີຍມີເຮືອນນ້ອຍ ຢາກໄດ້ຫລັງໃຫຍ່ ຜູ້ທີ່ເຄີຍມີເຮືອນໃຫຍ່ ພັດຢາກໄດ້ຫລັງທີ່ໃຫຍ່ກວ່າ ເລີຍເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ, ລວມການຈັດສັນທີ່ດິນທີ່ຍັງບໍ່ທັນແທດເໝາະ ຫລື ຖືກກັບຄວາມຕ້ອງການຂອງປະຊາຊົນ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ.

ເຖິງແນວໃນກໍດີ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກໍໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ເມືອງ, ແຂວງອັດຕະປື ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ລວມທັງຜູ້ຮັບເໝົາກໍ່ສ້າງຈົ່ງພ້ອມກັນເອົາໃຈໃສ່ຕື່ມອີກ, ປະສານງານກັນຢ່າງຕໍ່ເນື່ອງ ເພື່ອເລັ່ງແກ້ໄຂຈຸດທີ່ຍັງຄົງຄ້າງ ແນໃສ່ເຮັດໃຫ້ການປຸກເຮືອນຖາວອນໃຫ້ພໍ່ແມ່ປະຊາຊົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດດຽວກັນ, ຄະນະດັ່ງກ່າວກໍໄດ້ໄປຢ້ຽມຢາມ ໂຄງການກໍ່ສ້າງສ້ອມແປງຊົນລະປະທານຫ້ວຍສະໝອງ, ຊົນລະປະທານຝາຍນ້ຳລົ້ນເຊປຽນ ກຸ່ມບ້ານແທ ເມືອງສະໜາມໄຊ ແລະ ຢ້ຽມຢາມໂຄງການກໍ່ ສ້າງອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ຢູ່ເມືອງໄຊເຊດຖາ ແຂວງອັດຕະປື.

ຂ່າວ-ພາບ: ສິງຄຳ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້