ດ່ວນ!!! ລາວມີຜູ້ເສຍຊີວິດ ຈາກເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 3 ຄົນ !!!

ຕາມການລາຍງານສູນຂ່າວສານການແພດສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ປັດຈຸບັນ ເຊື້ອພະຍາດໄຂ້ຍຸງລາຍ ພວມແພ່ລະບາດເປັນວົງກວ້າງໃນທົ່ວປະເທດ ພຽງແຕ່ມື້ດຽວ ວັນທີ 21/05/202ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນ 27 ກໍລະນີ; ແລະ ມີການລາຍງານ ຜູ້ເສຍຊີວິດເພີ່ມ 1 ຄົນ ຢູ່ແຂວງຄໍາມ່ວນ ເປັນເດັກຍິງ ອາຍຸ 1.8 ປີ. ຕັ່ງແຕ່ຄົ້ນປີ ມາຮອດວັນທີ 21 ພຶດສະພາ 2020 ນີ້ ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 1.299 ກໍລະນີ, ແລະ ເສຍຊີວິດແລ້ວ 3 ຄົນ.

ສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ຕື່ມວ່າ: ສະເພາະນະຄອນຫລວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ຫລາຍກວ່າໝູ່ 337 ກໍລະນີ, ເສຍຊີວິດແລ້ວ 1 ຄົນ, ຮອງລົງມາແມ່ນແຂວງ ອັດຕະປື 188 ກໍລະນີ, ແຂວງວຽງຈັນ 174 ກໍລະນີ, ບໍລິຄຳໄຊ 101 ກໍລະນີ ແລະ ຄຳມ່ວນ 99 ກໍລະນີ, ສໍາລັບ ແຂວງຊຽງຂວາງ ແລະ ຫົວພັນ ແມ່ນຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍ.

ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລາມໄປເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ປະຊາຊົນທຸກຄົນ ຈົ່ງພ້ອມກັນສຸມໃສ່ເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແພ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໂດຍສະເພາະ ໃຫ້ເປັນເຈົ້າການໃນປ້ອງກັນບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫລັກການ 5ປ ເປັນປະຈຳ ທັງມີການທຳລາຍແຫລ່ງເພາະພັນໜອນນ້ຳຍຸງລາຍ “ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ”.

ຂ່າວ: ຂປລ