ເຫດເຈົ້າໜ້າທີ່ກອງຫຼອນໄລ່ລ່າໂຈນ ແລ້ວລົດໂຈນມາຕຳເອົາລົດຈັກແລະລົດຮຸນໄດນ້ອຍ

ນະຄອນຫຼວງວຽງຈັນ ວັນທີ 11 ພະຈິກ 2020 ເວລາປະມານ 16:30 ເກີດເຫດເຈົ້າໜ້າທີ່ ແລະ ກອງຫຼອນບ້ານໄລ່ລ່າໂຈນຂັບຂີ່ລົດຮຸນໃດສີຂາວ ມາແຕ່ໄຟແດງດົງຄຳຊ້າງ ດ້ວຍຄວາມໄວສູງ ແລ້ວລົດໂຈນແມ່ນໄດ້ມາຕຳເອົາລົດຈັກນັກຮຽນ ແລະ ລົດຮຸນໄດນ້ອຍອີກຄັນ ,ແລ້ວຫຼົບໜີໄປເສັ້ນທາງດອນກອຍ.ນ້ອງນັກຮຽນທີ່ຖືກລົດໂຈນຕຳ

ເຫດການດັ່ງກ່າວສົ່ງຜົນໃຫ້ນ້ອງນັກຮຽນຜູ້ຂັບຂີ່ລົດຈັກໄດ້ຮັບບາດທີ່ແຂນແລະ ຂາ  ສ່ວນ ໂຊເຟີລົດຮຸນໄດນ້ອຍບາດເຈັບເລັກນ້ອຍ ,ຄົນເຈັບແມ່ນໜ່ວຍກູ້ໄພໄດ້ປະຖົມພະຍາບານແລະນຳສົ່ງໂຮງໝໍ ລົດຮຸນໄດນ້ອຍມາແຕ່ໄຟແດງໜອງໄຮ ຖືກລົດໂຈນຕຳອີກຄັນ

ປັດຈຸບັນເຈົ້າໜ້າທີ່ ແລະ ກອງຫຼອນບ້ານແມ່ນໄດ້ນຳໄລ່ລ່າໂຈນໄປຄາດວ່າໜ້າຈະຈັບໂຕໄດ້ເພາະເປັນຊ່ວງເລີກການລົດແມ່ນຕິດສົມຄວນ.(ລາຍລະອຽດເພີ່ມເຕີມຈະແຈ້ງໃຫ້ຮູ້ອີກພາຍຫຼັງ)

.