ຂ່າວການສຶກສາ
ກະຊວງສຶກສາ ກຽມພ້ອມເປີດການຮຽນ-ການສອນຄືນໃນວັນທີ່ 2 ມິຖຸນາ ທຸກຊັ້ນຮຽນ

ໃນໂອກາດຮ່ວມຖະແຫລງຂ່າວ ກ່ຽວກັບກະແຜ່ລະບາດຂອງພະຍາດ COVID-19 ຢູ່ສປປ ລາວ ໃນວັນທີ 20 ພຶດສະພາ 2020 ຜ່ານມານີ້, ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາ ໄດ້ລາຍງານໃຫ້ຮູ້ວ່າ: ກະຊວງສຶກສາ ໄດ້ມີແຜນກຽມຄວາມພ້ອມເປີດຮຽນຄືນໃນທຸກຊັ້ນ-ທຸກປີຮຽນ ຂອງສາມັນສຶກສາ ແລະ ການສຶກສາອື່ນໆ ຫາກລັດຖະບານ ແລະ ຄະນະສະເພາະກິດ ອະນຸ ຍາດໃຫ້, ຄາດຄະເນວ່າຈະມີນັກຮຽນ-ນັກສຶກສາ ທັງໝົດປະມານ 1.670.893 ຄົນ ເຂົ້າຮຽນ.

ທ່ານ ກອງສີ ແສງມະນີ ຍັງໃຫ້ຮູ້ວ່າ: ກະຊວງສຶກສາທິການ ແລະ ກິລາ ໄດ້ມີການສະເໜີເປີດການຮຽນ-ການສອນ ໃນສະຖານການສຶກສາຄືນ ສຳລັບຊັ້ນລ້ຽງເດັກ-ອານຸບານ, ຊັ້ນປະຖົມສຶກສາ ປີທີ 1 ເຖິງ ປີທີ 4, ຊັ້ນມັດທະຍົມສຶກສາ ປີທີ 1 ເຖິງ ປີທີ 3 ແລະ ຊັ້ນມັດທະຍົມສຶກສາ ປີທີ 5 ແລະ 6 ຊຶ່ງຈະເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ ສົມທົບກັບປີສຸດທ້າຍ ຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ທີ່ໄດ້ເປີດໃນວັນທີ 18 ພຶດສະພາ ຜ່ານມາ. ພ້ອມນີ້ ໄດ້ສະເໜີເພີ່ມເຕີມປີສຸດທ້າຍ ຂອງວິທະຍາໄລອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາໄລ (ເພາະກຸ່ມເປົ້າໝາຍເຫລົ່ານີ້ສ່ວນໃຫຍ່ແມ່ນຂຽນບົດຈົບຊັ້ນ). ເພື່ອປະຕິບັດມາດຕະການຮັກສາໄລຍະຫ່າງ ແລະ ບໍ່ໃຫ້ແອອັດ ແມ່ນຈະໄດ້ຜັດປ່ຽນກັນຮຽນຄາບເຊົ້າ-ບ່າຍ ສຳລັບຊັ້ນປະຖົມສຶກສາ, ມັດທະຍົມສຶກສາ, ໂຮງຮຽນສົງ, ໂຮງຮຽນກິນນອນຊົນເຜົ່າ ແລະ ໂຮງຮຽນພອນສະຫວັນ ກິລາ-ກາຍະກຳ (ໝາຍຄວາມວ່າຫ້ອງໜຶ່ງ ຖ້າມີຫລາຍກວ່າ 30 ຄົນ ຂຶ້ນໄປແມ່ນໃຫ້ແບ່ງເປັນ 2 ຫ້ອງຮຽນ ເພື່ອຮຽນຕອນເຊົ້າ ແລະ ຮຽນຕອນບ່າຍ, ສ່ວນເວລາທີ່ເຫລືອແມ່ນໃຫ້ຄູ-ອາຈານ ມອບວຽກບ້ານໃຫ້ເຮັດຢູ່ເຮືອນ). ສະເພາະຊັ້ນລ້ຽງເດັກ-ອານຸບານ ຖ້າຈຳນວນເດັກບໍ່ເກີນ 15 ຄົນຕໍ່ຫ້ອງ ແມ່ນໃຫ້ຮຽນໝົດມື້ ແລະ ຖ້າຫລາຍກວ່າ 15 ຄົນ ແມ່ນໃຫ້ແບ່ງຫ້ອງຮຽນໜຶ່ງຮຽນແຕ່ເຄິ່ງມື້.

ຢ່າງໃດກໍຕາມ ຖ້າສະພາບຫາກສືບຕໍ່ຜ່ອນຄາຍ, ລັດຖະບານ ແລະ ຄະນະສະເພາະກິດ ກໍຈະດຳເນີນການຜ່ອນຜັນອີກຫລາຍມາດຕະການ ຊຶ່ງຂະແໜງການສຶກສາ ແລະ ກິລາ ຈະໄດ້ສະເໜີເປີດຮຽນຄືນທຸກຊັ້ນ-ທຸກສາຍ-ທຸກປີຮຽນເປັນປົກກະຕິ ທັງພາກລັດ ແລະ ເອກະຊົນ ໃນວັນທີ 15 ມິຖຸນາ 2020 ແຕ່ຍັງຕ້ອງປະຕິບັດບັນດາມາດຕະການ ຮັກສາຄວາມປອດໄພຂອງຄະນະສະເພາະກິດ.
ສຳລັັບນັກສຶກສາລາວ ທີ່ຕ້ອງການກັບໄປຮຽນຄືນຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ແຕ່ຕ້ອງປະຕິບັດຕາມລະບຽບການຂອງ ສປປ ລາວ ແລະ ຂອງປະເທດທີ່ໄປຮຽນຢ່າງເຂັ້ມງວດ ໂດຍໃຫ້ນັກສຶກສາໄປລົງທະບຽນຢູ່ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫລວງ ເພື່ອສັງລວມໃຫ້ກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ ຂໍອະນຸຍາດກັບກະຊວງການຕ່າງປະເທດ.
ຂ່າວ ສົມຫວັງ
ພາບ ເກດສະໜາ ຂປລ
ຂ່າວການສຶກສາ
ກົດໄລ້ ກົດແຊຣ໌ ທະແມ້ ເກັ່ງຫຼາຍໄດ້ຮັບລາງວັນນັກອອກແບບດີເດັ້ນ ພ້ອມກຽມຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ

ຊົມເຊີຍເດີ້ ທະນາພອນ ຊວ້ານສວນດາວ ນັກສຶກສາ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ
ຄວ້າລາງວັນນັກສຶກສາທີ່ສາມາດອອກແບບໄດ້ດີເດັ່ນ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຄວ້າລາງວັນນັກອອກແບບດີເດັ່ນ ຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ.

ການແຂ່ງຂັນລາຍການນີ້, ໄດ້ມີການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ, ຊຶ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ, ຍິງ 7 ຄົນ. ຫຼັງຈາກນັ້ນ, ສາມາດຄັດເລືອກໄດ້ ຈຳນວນ 10 ຄົນ, ຍິງ 4 ຄົນ ທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຜົນການແຂ່ງຂັນໃນຮອບສຸດທ້າຍນີ້ ປະກົດວ່າ:
ຊະນະເລີດ ຕົກເປັນຂອງນາງ ທະນາພອນ ຊວ້ານສວນດາວ ໄດ້ຮັບໃບຍ້ອງຍໍ ແລະ ກາຍເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ ໃນລະຫວ່າງວັນທີ 19-20 ພະຈິກ 2022 ນີ້.
ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ
ຂ່າວການສຶກສາ
ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022.

ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ

ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ
.

Cr ຮູບ: Ly Channaly
ຂ່າວການສຶກສາ
ອ່ານດ່ວນ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດຜົນການສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2021-2022, ສະບັບເລກທີ 3615/ສສກ, ລົງວັນທີ 02 ສິງຫາ 2022.

ສາມາດກວດເບິ່ງຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ເວັບໄຊ້ ກົມສາມັນສຶກສາ http://www.moes.edu.la/dge/exam-results.php

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ