ຍ້ອນຄວາມເຊື່ອໃຈໃຫ້ອ້າຍຮັກຍືມລົດຈັກແລ້ວ ບໍ່ສົ່ງຄືນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຍ້ອນຄວາມເຊື່ອໃຈໃຫ້ອ້າຍຮັກຍືມລົດຈັກແລ້ວ ບໍ່ສົ່ງຄືນ

Published

on

ວັນທີ 13 ຕຸລາ 2020, ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກ ທ້າວ ທົງສະຫວັນ ຫຼື ຕີ້ ອາຍຸ 16 ປີ ນັກຮຽນບ້ານໂນນສະຫວ່າງ ເມືອງສີໂຄດຕະບອງ ວ່າ: ໃນຄັ້ງວັນທີ 11 ຕຸລາ 2020, ອ້າຍ ຮັກຊື່ ທ້າວ ສິງສໍາລານ ຫຼື ສິງ ອາຍຸ 35 ປີ ພັກເຊົາຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ໄດ້ຢືມລົດຈັກ CPX ແລ້ວບໍ່ເອົາມາສົ່ງ.

ພັຕ ສົມສະໜຸກ ເທືອກພິມົນ ຫົວໜ້າໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ຫຼັງຈາກໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ກໍໄດ້ແຕ່ງຕັ້ງເຈົ້າ ໜ້າທີ່ວິຊາສະເພາະລົງຕິດຕາມ ຈົນມາຮອດວັນທີ 18 ຕຸລາ 2020 ຈຶ່ງສາມາດຈັບຕົວຜູ້ກໍ່ ເຫດໄດ້ ພ້ອມເກັບກູ້ລົດຈັກທີ່ຖືກລັກ ແລະ ສໍ້ໂກງຄືນມາໄດ້.

ຜ່ານການສືບສວນ, ຜູ້ຖືກຫາສາລະພາບວ່າ: ໄດ້ຮູ້ຈັກກັບຜູ້ເສຍຫາຍໃນນາມນ້ອງຮັກ, ໃນວັນທີ 11 ຕຸລາ 2020 ເວລາປະມານ 10:00 ໂມງ, ທ້າວ ຕີ້ ໄດ້ຂີ່ລົດຈັກ CPX ມາທີ່ໂຕະສະນຸກເກີ້. ຈາກນັ້ນ, ໄດ້ບອກໃຫ້ຂີ່ລົດໄປສົ່ງບ່ອນພັກເຊົາ ( ເຮືອນເອື້ອຍ ) ບ້ານໂຊກຄໍາ ເມືອງໄຊເສດຖາ ຈຸດປະສົງຈະໄປເອົາເຄື່ອງນຸ່ງ, ແຕ່ພໍຂັບຂີ່ມາສົ່ງຮອດປາກຮ່ອມທາງເຂົ້າເຮືອນ ກໍໄດ້ຈອດລົດຈັກ ແລະ ບອກໃຫ້ ທ້າວ ຕີ້ ລໍຖ້າຢູ່ປາກຮ່ອມທາງເຂົ້າ.

ຈາກນັ້ນ, ຕົນໄດ້ຂີ່ລົດຄັນດັ່ງກ່າວ ໄປບ້ານດົງໝາກຄາຍ ເພື່ອຈະເອົາລົດໄປຂາຍ ແຕ່ບໍ່ມີຄົນຊື້ເມື່ອເປັນ ແນວນັ້ນ ກໍໄດ້ຂີ່ລົດໄປເຂດບ້ານໄຜ່ລ້ອມ ເພື່ອເອົາລົດໄປໃຫ້ໝູ່ເພື່ອແລກປ່ຽນກັບຢາບ້າ, ແຕ່ວ່າໃນມື້ນັ້ນໝູ່ບໍ່ຢູ່ເຮືອນ ຈຶ່ງໄດ້ຂີ່ລົດຈັກອອກມາຈາກບ້ານ. ພໍຮອດເສັ້ນທາງເລກ 13 ໃຕ້ ນໍ້າມັນລົດໝົດບໍ່ມີເງິນຊື້ນໍາມັນ ຈຶ່ງໄດ້ນໍາເອົາລົດຝາກໄວ້ຮ້ານສ້ອມແປງ. ຈາກນັ້ນ, ກໍ ຍ່າງຕາມເສັ້ນທາງພໍຮອດໄລຍະໜຶ່ງ ໄດ້ເຫັນເບີຕິດປະກາດຮັບແກ່ເຄື່ອງຢູ່ເສົາໄຟຟ້າ ເມື່ອເປັນແນວນັ້ນກໍໄດ້ໂທຫາຜູ້ຮັບແກ່ເຄື່ອງໃຫ້ມາແກ່ເອົາລົດຈັກເປ່ເພເມືອໄວ້ໃຫ້ສ່ວນຄ່າຈ້າງແມ່ນຈະມາຈ່າຍໃຫ້ພາຍຫຼັງຕອນທີ່ມາພົວພັນເອົາລົດຈັກ.

ຕົກມາຮອດວັນທີ 18 ຕຸລາ 2020 ເວລາ 11:00 ໂມງ, ໄດ້ໄປຫຼິ້ນຢູ່ເຮືອນໝູ່ຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ. ຈາກນັ້ນ, ກໍໄດ້ພົບກັບໝູ່ ຊື່ ທ້າວ ພອນ ແລະ ໄດ້ບອກໃຫ້ໄປສົ່ງຢູ່ເຮືອນຂອງໝູ່ອີກຄົນ ຢູ່ບ້ານໂນນສົມບູນ ເມືອງສີໂຄດຕະບອງ ແລະ ທັງສອງກໍພາກັນໄປຫຼິ້ນຢູ່ຮ້ານເກມບ້ານທົ່ງປົ່ງ.

ຫຼັງຈາກນັ້ນ, ກໍໄດ້ຢືມລົດເວບ 100 ຂອງ ທ້າວ ພອນ ທັງບອກໃຫ້ລໍຖ້າໄປວຽກແລ້ວຈະມາຮັບ, ພາຍຫຼັງໄດ້ລົດຈັກກໍໄດ້ຂີ່ໄປແລກປ່ຽນເອົາຢາບ້າຢູ່ເຂດບ້ານນາສາລາ ເມືອງໄຊທານີ. ແຕ່ບໍ່ມີຄົນເອົາ ພໍເມືອເປັນແນວນັ້ນ ກໍໄດ້ຂີ່ລົດມາທາງ ສະ ໜາມກິລາຫຼັກ 16 ເຂດບ້ານດົງສ້າງຫີນ ເຈົ້າໜ້າທີ່ສືບຮູ້ການເຄື່ອນໄຫວຈຶ່ງວາງແຜນຈັບຕົວ ໄດ້ສໍາເລັດ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ໃນປີ 2018, ຜູ້ກ່ຽວເຄີຍຖືກດໍາເນີນຄະດີຢູ່ຄ້າຍຄຸມຂັງ ເມືອງໄຊທານີ ໃນຂໍ້ຫາລັກຊັບ ແລະ ສໍ້ໂກງຊັບ ( ລົດຈັກ ) ຖືກສານຕັດສິນ ຈໍາຄຸກ 2 ປີ. ມາຮອດເດືອນ 5 ປີ 2020, ກໍໄດ້ພົ້ນໂທດ.

ຈາກນັ້ນ, ກໍໄດ້ມາພັກເຊົານໍາເອື້ອຍບ້ານໂຊກຄໍາ ແລະ ກໍກັບມາເຄື່ອນໄຫວເສບຢາບ້າອີກ, ແຕ່ລະຄັ້ງແມ່ນໄປຊື້ຢູ່ຮ້ານເກມມາເສບຄັ້ງລະ 1-2 ເມັດ; ມາຮອດເດືອນ 6 ຂອງປີດຽວກັນ, ໄດ້ໄປເຮັດວຽກຢູ່ຮ້ານສະໜຸກເກີ້ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ. ຈາກນັ້ນ, ກໍໄດ້ຮູ້ຈັກກັບ ທ້າວ ຕີ້ ໃນນາມເປັນອ້າຍ-ນ້ອງຮັກ.
ຕົກມາໃນວັນທີ 27 ຕຸລາ 2020, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ມອບລົດຈັກ CPX ຄືນໃຫ້ເຈົ້າຂອງເດີມ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້