ລັດຖະບານກູ້ຢືມເງິນທະນາຄານໂລກ 40 ລ້ານໂດລາ ສະໜອງສິນເຊື່ອ MSMEs ໄລຍະຟື້ນຕົວຫຼັງວິກິດໂຄວິດ-19 – ສື່ລາວ.ຄອມ
Connect with us

ຂ່າວເສດຖະກິດ

ລັດຖະບານກູ້ຢືມເງິນທະນາຄານໂລກ 40 ລ້ານໂດລາ ສະໜອງສິນເຊື່ອ MSMEs ໄລຍະຟື້ນຕົວຫຼັງວິກິດໂຄວິດ-19

Published

on

ໃນວັນທີ 11 ພະຈິກ 2020 ທີ່ກະຊວງການເງິນ, ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານໂລກ, ໄດ້ລົງນາມສັນຍາເງິນກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດ, ສະໜອງທຶນສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ, ພາຍຫຼັງໄດ້ຮັບຜົນກະທົບຈາກວິກິດໂຄວິດ-19.

ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນກັບທ່ານ ນິໂກລາ ປອນຕາລາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າຫ້ອງການກະຊວງການເງິນ, ໂຄງການ, ທະນາຄານໂລກ, ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສະໜັບສະໜູນທຶນດັ່ງກ່າວເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍຂອງ ສປປ ລາວ ຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19. ໃນຮູບແບບການສະໜອງສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອໃຫ້ຜູ້ປະກອບທຸລະກິດໃນໄລຍະວິກິດພະຍາດແຜ່ລະບາດພະຍາດໂຄວິດ-19 ໄດ້ຟື້ນຕົວໃນເບື້ອງຕົ້ນ ຫຼື ລົງທຶນໃນອຸປະກອນໃໝ່ ຫຼື ການຂະຫຍາຍໂຮງຈັກໂຮງງານ.

ການສະໜອງທຶນດັ່ງກ່າວຜ່ານໂຄງການການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອແບບສຸກເສີນ ແລະການຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຊຶ່ງເປັນການຮ່ວມເຮັດວຽກກັບກະຊວງອຸດ ສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດພາຍໃນປະເທດ, ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດຖົດຖອຍອັນເປັນຜົນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

ທຸລະກິດຂະໜາດນ້ອຍມີຄວາມສໍາຄັນຕໍ່ເສດຖະກິດຂອງສປປ ລາວ, ຊຶ່ງປະກອບສ່ວນປະມານ 82 ສ່ວນ ຮ້ອຍເຂົ້າໃນການຈ້າງງານທັງໝົດ, ວິສາຫະກິດເຫຼົ່ານີ້ພົບວ່າຖືກກະທົບຢ່າງໜັກຈາກວິກິດການແຜ່ລະບາດພະຍາດ ໂຄວິດ-19, ວິສາຫະກິດຈໍານວນຫຼາຍໄດ້ປະເຊີນກັບການຫຼຸດລົງຂອງຄວາມຕ້ອງການ ແລະ ລາຍຮັບຢ່າງໄວວາ ແລະ ໄປຈົນເຖິງຕ່ອງໂສ້ການຜະລິດກໍ່ຖືກກະທົບເຊັ່ນກັນ, ໃນໄຕມາດທີສອງຂອງປີ 2020 ການທ່ອງທ່ຽວເກືອບບໍ່ມີການເໜັງຕີງ, ການຈໍາກັດການເຄື່ອນໄຫວໄປມາຂອງພົນລະເມືອງໃນເດືອນເມສາ ແລະ ພຶດສະພາ ເຮັດໃຫ້ຄວາມ ຕ້ອງການດ້ານການບໍລິການຕ່າງໆຖືກຈໍາກັດ ແລະ ເຮັດໃຫ້ການຜະລິດຂອງຫຼາຍວິສາຫະກິດຕ້ອງຍຸ ຕິຊົ່ວຄາວ, ມີຫຼາຍວິສາຫະກິດຕ້ອງປົດພະນັກງານ, ເຈົ້າຂອງວິສາຫະກິດບາງລາຍຕ້ອງໄດ້ປິດກິດຈະການຢ່າງຖາວອນ.

ໂຄງການໃໝ່ນີ້ຈະສະໜອງແຫຼ່ງທຶນໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຈະເຮັດໜ້າທີ່ປ່ອຍ ກູ້ຕໍ່ໃຫ້ບັນດາວິສາຫະກິດທີ່ສົນໃຈ. ພ້ອມນີ້, ທະນາຄານໂລກຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອ ສ້າງຂີດຄວາມສາມາດໃຫ້ທະນາຄານແຫ່ງສປປ ລາວ ໃນການຄຸ້ມຄອງກົນໄກຄໍ້າປະກັນສິນເຊື່ອ, ຊຶ່ງຈະຊ່ວຍຫຼຸດ ຜ່ອນຄວາມສ່ຽງດ້ານສິນເຊື່ອທີ່ຕິດພັນກັບເງິນກູ້ທີ່ປ່ອຍໃຫ້ພາຍໃຕ້ໂຄງການດັ່ງກ່າວ, ຍັງເປັນການຊ່ວຍໃຫ້ບັນດາ

ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການສາມາດສືບຕໍ່ສະໜອງການເຂົ້າເຖິງແຫຼ່ງທຶນໄດ້.ນອກຈານີ້, ໂຄງການຍັງຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາ

ທະນາຄານທຸລະກິດ, ທຸລະກິດຂະໜາດນ້ອຍ, ກະຊວງ ອຸດສາຫະກໍາ ແລະການຄ້າ ແລະ ບັນດາສະຖາບັນອື່ນໆ ທີ່ເຂົ້າຮ່ວມໂຄງການ.

ພາບ-ຂ່າວ: ກະຊວງການເງິນ

Continue Reading

ຂ່າວເສດຖະກິດ

ເກີດເຫດລົດແຊງກັນບໍ່ຫວິດ ສຸດທ້າຍຕົກລົງຂ້າງທາງ

Published

on

ໃນເວລາປະມານ 7:00 ໂມງ ຂອງວັນທີ 4 ພະຈິກ 2022 ເກີດອຸບັດຕິເຫດ ຢູ່ເຂດບ້ານທ່າງ່າມ ເມືອງທ່າແຂກ ແຂວງຄໍາມ່ວນ

ເຊິ່ງໄດ້ມີລົດແຊງກັນແຕ່ບໍ່ຫວິດ ເຮັດໃຫ້ລົດເສຍຫຼັກຕົກລົງຂ້າງທາງໂດຍມີຜູ້ບາດເຈັບຢູ່ຂັບມາໃນລົດຈຳນວນ 2 ຄົນເຊິ່ງຜູ້ກ່ຽວເປັນຄົນທ່າແຂກ ຈະເດີນທາງເພື່ອໄປສົ່ງເຄື່ອງທາງໜອງບົກ ແຂວງຄຳມ່ວນ

ທ່ານໃດຮູ້ຈັກເບີທາງກູ້ໄພເຂດເສັ້ນທາງສາຍນີ້ ສາມາດຄອມເມັ້ນໄວ້ດ່ວນ

Cr: Toy Toy

Continue Reading

ຂ່າວເສດຖະກິດ

ຍັງສູງຂຶ້ນໜ້າ ເດືອນຕຸລາ ເງິນເຟີ້ເພີ່ມຂຶ້ນ 36.7%

Published

on

ໂຕເລກເງິນເຟີ້ ຢູ່ ສປປ ລາວ ຍັງເພີ່ມຂຶ້ນສູງຕໍ່ເນື່ອງ ໂດຍອັດຕາເງິນເຟີ້ລວມ ເດືອນຕຸລາ 2022 ທຽບ ປີຕໍ່ປີຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 36.7% (ເດືອນກັນຍາ 2022 ແມ່ນ 34.5). ເນື່ອງຈາກການເພີ່ມສູງຂຶ້ນ ທຸກໝວດສິນຄ້າ ເປັນຕົ້ນແມ່ນ: ໝວດສະບຽງອາຫານ.

….

ທີ່ມາ: ສູນສະຖິຕິແຫ່ງຊາດ

Continue Reading

ຂ່າວເສດຖະກິດ

ປະທານສະພາແຫ່ງຊາດ ເຊີນຊວນຊາວຣັດເຊຍ ມາທ່ຽວ ສປປ ລາວ

Published

on

ເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 62 ປີ ປະທານສະພາແຫ່ງຊາດ ໄດ້ເຊີນຊວນນັກທ່ອງທ່ຽວຈາກຣັດເຊຍມາທ່ອງທ່ຽວ ສປປ ລາວ ແລະ ເພື່ອເປັນການສ້າງສາຍພົວພັນ ລາວ-ຣັດເຊຍ ໃຫ້ເພີ່ມຂະຫຍາຍຍິ່ງຂຶ້ນກວ່າເກົ່າ.

ພາຍຫຼັງທີ່ລັດຖະບານລາວໄດ້ເປີດປະເທດ ລາວເຮົາກໍໄດ້ມີການຊຸກຍູ້ສົ່ງເສີມການທ່ອງທ່ຽວສີຂຽວ ເຊິ່ງນັກທ່ອງທ່ຽວສາມາດມາຮັບຊົມສະຖານທີ່ທ່ອງທ່ຽວຕ່າງໆໃນປະເທດລາວໄດ້, ຜ່ານມາລັດຖະບານລາວກໍໄດ້ປັບປຸງແກ້ໄຂການທ່ອງທ່ຽວໃຫ້ດີຂຶ້ນ ໂດຍສະເພາະແຂວງທີ່ເປັນແຫຼ່ງທ່ອງທ່ຽວ.

ນອກຈາກນີ້ ກໍຍັງມີລົດໄຟລາວ-ຈີນ ທີ່ມີຄວາມທັນສະໄໝ ເປັນຄົມມະນາຄົມທີ່ສຳຄັນຂອງລາວອີກດ້ວຍ. ຍັງບໍ່ໝົດພຽງເທົ່ານີ້ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ໂຄສະນາແຫຼ່ງທ່ອງທ່ຽວອັນໂດດເດັ່ນຢູ່ບັນດາແຂວງຂອງລາວ ຜ່ານສື່ອອນລາຍຕ່າງໆ ແລະ ອີກບໍ່ດົນກໍຈະມີນັກທ່ອງທ່ຽວຈາກຣັດເຊຍຫຼາຍຂຶ້ນ.

ຂໍ້ມູນຈາກ: https://cutt.ly/wBGDCYv ແລະ LaoX

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້