ໂຄວິດ19 ຈະເຮັດໃຫ້ໂຄງສ້າງເສດຖະກິດຂອງ ສປປ ລາວ ທີ່ບອບບາງຢູ່ແລ້ວຫນັກ ຫນ່ວງຂຶ້ນໄປຕື່ມອີກ.

ສປປ ລາວ ມີບັນຫາດ້ານການຄຸ້ມຄອງເສດຖະກິດມະຫາພາກທີ່ບໍ່ເຂັ້ມແຂງໃນໄລຍະຜ່ານມາ ເຊິ່ງເປັນຜົນເຮັດໃຫ້ມີການຂາດເຂີນດ້ານງົບປະມານການເງິນ ແລະ ຄັງແຮສໍາຮອງເງິນຕາຕ່າງປະເທດ ກ່ອນເກີດພະ ຍາດໂຄວິດລະບາດໃນທົ່ວໂລກ.

ລະດັບຄັງແຮສໍາຮອງເງິນຕາຕ່າງປະເທດແມ່ນມີໂຕເລກຕໍ່າຫຼາຍໃນຮອບຫຼາຍປີຜ່ານ ມາ. ສ່ວນຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນຕະຫຼາດນອກກໍ່ເຫັນວ່າ ເພີ່ມສູງຂຶ້ນ ຫຼາຍກວ່າຂອບເຂດທີ່ເຄີຍມີມາ.

ເຖິງວ່າລາຍຈ່າຍພາກລັດຈະຫຼຸດລົງກວ່າເກົ່າ ແຕ່ການເກັບລາຍຮັບທີ່ຕົກຕໍ່າ ເປັນຜົນ ເຮັດໃຫ້ບັນຫາການຂາດດຸນງົບປະມານເພີ່ມສູງຂຶ້ນຫຼາຍ. ການຂາດດຸນງົບປະມານຄາດວ່າຈະເພີ່ມຈາກ 7,5 ເຖິງ 8,8 ສ່ວນຮ້ອຍຂອງ GDP ແລະ ສ່ວນຫນີ້ສາທາລະນະຄາດວ່າຈະເພີ່ມຈາກ 65 ເຖິງ 68 ສ່ວນຮ້ອຍຂອງ GDP ໃນປີ 2020

ເຮັດໃຫ້ປະເທດຕົກຢູ່ໃນສະພາບທີ່ມີຄວາມຫຍຸ້ງຍາກຫລາຍໃນການຊໍາລະຫນີ້. ຍ້ອນງົບປະມານການເງິນ ທີ່ມີຈໍາກັດ ລວມທັງຂໍ້ຫຍຸ້ງຍາກໃນການດຸນດ່ຽງການຂາດດຸນງົບປະມານ ແລະ ການຊໍາລະຫນີ້ ເຮັດໃຫ້ລັດຖະບານລາວ ມີຄວາມ ຫຍຸ້ງຍາກໃນການກະຕຸ້ນເສດຖະກິດໃຫ້ຝື້ນໂຕໄວ.