ທີ່ດິນທີ່ຖືກໂຄງການພັດທະນາ ຕ້ອງທົດແທນຢ່າງສົມເຫດສົມຜົນ

ບັນຫາທີ່ດິນ ແມ່ນເລື່ອງຊໍາເຮື້ອມາໄດ້ຫຼາຍປີ ແຕ່ຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ ເຊິ່ງຍ້ອນຫຼາຍບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນຈໍານວນບໍ່ໜ້ອຍ ໂດຍສະເພາະບັນຫາຄ່າທົດແທນ.

ການພັດທະນາເສດກະກິດ-ສັງຄົມຂອງຊາດທີ່ຂະຫຍາຍຕົວໄວວາ ຕະຫຼອດໄລຍະຫຼາຍສິບປີມານີ້ ເຫັນວ່າ ຕິດພັນກັບທີ່ດິນເປັນສ່ວນໃຫຍ່ຂອງບັນດາໂຄງການພັດທະນາຂອງລັດຖະບານນ້ອຍ-ໃຫຍ່ຫຼາຍໂຄງການ ບໍ່ວ່າຢູ່ໃນຕົວເມືອງ ກໍຄືຊົນນະບົດ.

ຄ່າທົດແທນ ແມ່ນບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ແລະ ເປັນຫ່ວງທີ່ສຸດ. ຫຼາຍໂຄງການພັດທະນາ ຂອງລັດຖະບານທີ່ຜ່ານມາ ບໍ່ວ່າຈະກ່ຽວຂ້ອງກັບການພັດທະນາພະລັງງານໄຟຟ້ານໍ້າຕົກ, ການພັດທະນາ ຕົວເມືອງ, ເສັ້ນທາງ, ທາງລົດໄຟ ແລະ ອື່ນໆ ເຫັນວ່າປະຊາຊົນພົບພໍ້ບັນຫາທີ່ວ່າ ເມື່ອທີ່ດິນຂອງປະຊາຊົນ ຖືກໂຄງໃດໜຶ່ງຂອງລັດຖະບານແລ້ວບໍ່ໄດ້ຮັບຄ່າທົດແທນທັນເວລາ ແລະ ມີຄວາມເໝາະສົມ.

ໃນເມື່ອເດືອນ ກໍລະກົດ 2020 ທີ່ຜ່ານມາ ໃນວາລະດຳເນີນກອງປະຊຸມ ສະໄໝສາມັນຄັ້ງທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມ ທີ່ມີເນື້ອໃນວ່າ ຍ້ອນຄວາມຮຽກຮ້ອງຕ້ອງການຂອງການພັດທະນາທີ່ວ່ອງໄວຂອງນະຄອນຫຼວງວຽງຈັນທີ່ຕິດພັນກັບທີ່ດິນ ເຊິ່ງເກີດມີບັນຫາຫຼາຍຢ່າງ ທີ່ຍັງເປັນສິ່ງທ້າທາຍໂດຍສະເພາະ ຄ່າຊົດເຊີຍຕໍ່ຜູ້ຖືກຜົນກະທົບ ຈາກບັນດາໂຄງການພັດທະນາຕ່າງໆເຊິ່ງໃນນັ້ນ ໂຄງການຂອງລັດ ແມ່ນມີງົບປະມານຈຳກັດ ທີ່ຈະສາມາດຊົດເຊີຍໃຫ້ປະຊາຊົນຕາມລາຄາທ້ອງຕະຫຼາດ ຈຶ່ງເກີດຫາງສຽງທີ່ວ່າ ຄ່າຊົດເຊີຍມີລາຄາຕໍ່າ.

ນອກນັ້ນ ທ່ານຍັງກ່າວຕື່ມວ່າ ການພັດທະນາທີ່ດິນຕ້ອງໄປຕາມຫຼັກການທີ່ວ່າ ທີ່ດິນແມ່ນກຳມະສິດຂອງ ປວງຊົນໂດຍລັດຖະບານເປັນຕົວແທນປະຊາຊົນມີສິດໃຊ້ ແລະ ສິດນຳໃຊ້, ດິນທຸກຕອນຕ້ອງພັດທະນາໄປ ຕາມແຜນຜັງ ແລະ ຜູ້ມີສິດນຳໃຊ້ທີ່ດິນຕ້ອງເຂົ້າຮ່ວມການພັດທະນາ ອີງຕາມການຊົດເຊີຍທີ່ວ່າໃຫ້ໄດ້ສໍ່າເກົ່າ ຫຼື ດີກວ່າເກົ່າ.

ນັ້ນແມ່ນສິ່ງທີ່ຊັດເຈນວ່າ ທີ່ດິນທຸກປ່ຽງທຸກຕອນ ແມ່ນຂອງປວງຊົນທີ່ມີສິດນຳໃຊ້, ເມື່ອມີການພັດທະນາ ກໍຕ້ອງໄດ້ເຂົ້າຮ່ວມບົນພື້ນຖານການຊົດເຊີຍທີ່ສົມເຫດສົມຜົນ.

ພ້ອມນັ້ນ ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 3 ພະຈິກ 2020 ທີ່ຜ່ານມາ ທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກ່າວໃນກອງປະຊຸມ ວາລະ ການສົນທະນາກ່ຽວກັບໂຄງການພັດທະນາ ຕົວເມືອງ ນະຄອນຫຼວງວຽງຈັນ ວ່າ:

“ທີ່ດິນໃນເຂດພັດທະນາ ໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ ເປັນກຳມະສິດຂອງບຸກຄົນ ເມື່ອຈະມີການພັດທະນາຈະຕ້ອງໄດ້ທົດແທນຄ່າເສຍຫາຍທີ່ດິນ, ສິ່ງປຸກສ້າງ ແລະ ອື່ນໆ ໃຫ້ຜູ້ທີ່ຖືກຜົນກະທົບ ຈາກໂຄງການສຳເລັດກ່ອນການຈັດຕັ້ງປະຕິບັດໂຄງການ, ສິ່ງສໍາຄັນຕ້ອງຮັບປະກັນດ້ານຜົນປະໂຫຍດອັນ ຊອບທໍາຂອງເຂົາເຈົ້າ, ຖ້າໂຄງການໃດບໍ່ທັນມີງົບ ປະມານຊົດເຊີຍ ຄວນໃຫ້ເຈົ້າຂອງທີ່ດິນນຳໃຊ້ ເພື່ອທຳມາຫາກິນຕໍ່ໄປໄດ້ ບໍ່ຄວນຈອງທີ່ດິນເຂົາໄວ້ ໂດຍບໍ່ມີກຳນົດເວລາທີ່ແນ່ນອນ”

ຄຳເຫັນດັ່ງກ່າວ ແມ່ນສອດຄ່ອງກັບ ຜົນປະໂຫຍດອັນຊອບທຳຂອງປະຊາຊົນທີ່ສຸດທີ່ພວກເຮົາ ຕ້ອງເດັດດ່ຽວວ່າ ບໍ່ວ່າໂຄງການ ໃດກໍຕາມ ທີ່ກ່ຽວກັບການພັດທະນາທີ່ດິນຕ້ອງຮັບປະກັນວ່າ ການຊົດເຊີຍ ຫຼື ທົດແທນຕໍ່ຜູ້ໄດ້ຮັບຜົນກະທົບນັ້ນໄດ້ດຳເນີນການຢ່າງເປັນທຳກ່ອນການລົງມືພັດທະນາ.

ທີ່ມາ: ໜັງສືພິມ ລາຍວັນ ລາວພັດທະນາ