ກົມ ວສ -​ ປສ ການທະຫານທົດລອງປະສິດທິພາບເສື້ອກັນກະສຸນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ກົມ ວສ -​ ປສ ການທະຫານທົດລອງປະສິດທິພາບເສື້ອກັນກະສຸນ

Published

on

ວັນທີ 10 ພະຈິກ 2020 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານກອງທັບ ໄດ້ຈັດ ການທົດລອງປະສິດທິພາບເສື້ອ ເກາະກັນກະສຸນ ຄັ້ງທີ I ໂດຍ ການເຂົ້າຮ່ວມຮັບຊົມຂອງ ສະ ຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີບັນດາ ສະຫາຍຕາງໜ້າຈາກກະຊວງປ້ອງກັນຄວາມຫງົບ,ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດ້ວຍຄະນະພັກ-ຄະນະບັນ ຊາກົມ, ກອງ, ຕະຫຼອດຮອດພະ ນັກງານວິຊາການທີ່ກ່ຽວຂອງ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ວຽງໄຊ  ສົມວິຈິດ ຫົວໜ້າກົມວິທະຍາ ສາດ-ປະຫວັດສາດການທະ ຫານກອງທັບ ໄດ້ໃຫ້ຮູ້ວ່າ: ວຽກ
ງານການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີ ຂອງກົມວິທະຍາ ສາດການທະຫານກໍແມ່ນວຽກ ງານໜຶ່ງທີ່ຄະນະພັກ-ຄະນະບັນ ຊາພວກເຮົາຖືເປັນສຳຄັນ ແລະ ເອົາໃຈໃສ່ເປັນພິເສດ,

ໃນໄລຍະ ຜ່ານມາພະນັກງານວິຊາການ ດ້ານວຽກງານເຕັກໂນໂລຊີ ກໍ ໄດ້ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນຕາມການມອບໝາຍ ຂອງຂັ້ນເທິງໄດ້ເປັນຢ່າງດີ ມາ ຮອດປັດຈຸບັນ, ໂດຍປະຕິບັດຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍການອະນຸມັດ ໃຫ້ດຳເນີນການຄົ້ນຄວ້າເສື້ອ ເກາະກັນກະສຸນ ເພື່ອຮັບໃຊ້ໃນ ການກຽມພ້ອມສູ້ຮົບ ແລະ ສູ້ຮົບ ຕົວຈິງ.

ໂຄງການຄົ້ນຄວ້າຄັ້ງນີ້ ຄະນະພັກ-ຄະນະບັນຊາກົມ ໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຕິດ ແທດ ກັບພະນັກງານວິຊາການ ທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ, ເຮັດການທົດລອງຍິງຕົວຈິງ ແລະ ປັບປຸງຄືນໃນຫຼາຍໆຄັ້ງ. ດັ່ງນັ້ນ, ພວກເຮົາສາມາດຜະລິດ ເສື້ອເກາະກັນກະສຸນທີ່ນຳມາ ທົດລອງໃນຄັ້ງນີ້ມີ 2 ປະເພດຄື: ເສື້ອເກາະກັນກະສຸນປະເພດປືນ ສັ້ນ K45 ເຊິ່ງສາມາດປ້ອງ ກັນປືນສັ້ນໄດ້ເກືອບທຸກຊະນິດ ແລະ ເສື້ອເກາະກັນກະສຸນປະ ເພດອາວຸດປືນເຫຼັກຢາວ AK ໃນ
ນີ້,

ເສື້ອເກາະກັນກະສຸນຜືນໜຶ່ງ ປະກອບມີ ແຜ່ນເກາະ 2 ແຜ່ນ (ທາງໜ້າ1ແຜ່ນ ແລະ ທາງຫຼັງ
1 ແຜ່ນ) ໃນນີ້ແຜ່ນເກາະປ້ອງ ກັນປືນສັ້ນທັງສອງປະເພດມີ ຂະໜາດ 26×31 ຊັງຕີ ມີນ້ຳໜັກ 1,8 ກິໂລກຣາມ, ສ່ວນເກາະ ປ້ອງກັນອາວຸດປືນເຫຼັກຍາວ ມີ ນ້ຳໜັກ 2,8 ກິໂລກຣາມ. ພ້ອມ ນີ້ກົມວິທະຍາສາດ-ປະຫວັດສາດ
ການທະຫານກອງທັບ ຍັງໄດ້ ສະແດງບັນດາຜົນງານປະດິດ ຕ່າງໆທີ່ຄິດຄົ້ນໃນໄລຍະຜ່ານ ມາຕື່ມອີກ.

ໂດຍ: ອາຫວຸ້ນ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້