ວັກຊີນ ບໍລິສັດໄຟເຊີ ຕ້ານໂຄວິດ-19 ໄດ້ຫຼາຍກວ່າ 90% – ສື່ລາວ.ຄອມ
Connect with us

ຕິດຕາມໂຄວິດ-19

ວັກຊີນ ບໍລິສັດໄຟເຊີ ຕ້ານໂຄວິດ-19 ໄດ້ຫຼາຍກວ່າ 90%

Published

on

ບໍລິສັດໄຟເຊີ ອິ້ງ ຂອງ ສະຫະລັດ ອາເມຣິກາ ແລະ ໄບໂອເອັນເທັກ ເຢຍລະມັນ ປະສົບຄວາມສຳເລັດໃນການຜະລິດວັກຊີນໂຄວິດ-19 ທີ່ມີປະສິດທິພາບໃນການປ້ອງກັນພະຍາດ ຫຼາຍກວ່າ 90%.

ຜົນການທົດລອງວັກຊີນໂຄວິດ-19 ທີ່ພັດທະນາຮ່ວມກັນໂດຍ ບໍລິສັດໄຟເຊີ ອິ້ງ ບໍລິສັດຢາໃຫຍ່ທີ່ສຸດ ຂອງ ສະຫະລັດ ອາເມຣິກາ ແລະ ໄບໂອເອັນເທັກ ເຊິ່ງເປັນບໍລິສັດຢາ ຂອງ ເຢຍລະມັນ ພົບວ່າ: ວັກຊີນມີປະສິດທິພາບຫຼາຍກວ່າ 90% ໃນການປ້ອງກັນໄວຣັສໂຄວິດ-19 ສຳລັບຜູ້ທີ່ບໍ່ເຄີຍຕິດເຊື້ອມາກ່ອນ ຫຼັງຈາກໃຊ້ເວລາທົດລອງກັບອາສາສະໝັກຫຼາຍກວ່າ 1 ໝື່ນຄົນ, ເຊິ່ງຖືວ່າເປັນຄວາມຄືບໜ້າທີ່ກ້າວລໍ້າໄປໄກທີ່ສຸດ ໃນການຕໍ່ສູ້ກັບໄວຣັສໂຄໂຣນາສາຍພັນໃໝ່ ໃນເວລານີ້.

ຜົນການພັດທະນາວັກຊີນໃນເບື້ອງຕົ້ນນີ້ ຍັງເປັນການປູທາງໃຫ້ແກ່ບໍລິສັດຜະລິດວັກຊີນ ທີ່ຈະນຳວັກແຊັງດັ່ງກ່າວ ໄປໃຊ້ງານສຸກເສີນ ໃນ ສະຫະລັດ ອາເມຣິກາ ເພື່ອຄວບຄຸມການລະບາດຂອງເຊື້ອໄວຣັສ ທີ່ຂ້າຊີວິດປະຊາຊົນທົ່ວໂລກໄປແລ້ວ 1,2 ລ້ານຄົນ; ໂດຍຖ້າຫາກການວິໄຈເພີ່ມເຕີມ ໃນກຸ່ມອາສາສະໝັກ 44.000 ຄົນ ໃນເວລາອີກປະມານ 2 ເດືອນ ພົບວ່າ ວັກຊີນດັ່ງກ່າວ ມີຄວາມປອດໄພ, ໄຟເຊີ ຈະຂໍທາງການ ສະຫະລັດ ອາເມຣິກາ ອະນຸມັດໃຊ້ວັກແຊັງສຸກເສີນໃຫ້ແກ່ປະຊາຊົນ ອາຍຸລະຫວ່າງ 16-85 ປີ ເພື່ອເລັ່ງຄວບຄຸມການລະບາດຂອງພະຍາດ.

ກ່ອນໜ້ານີ້, ນັກວິທະຍາສາດ ຄາດຫວັງວ່າ: ວັກຊີນຕ້ານໄວຣັສໂຄວິດ-19 ຈະມີປະສິດທິພາບຢ່າງນ້ອຍ 60%-70%; ຂະນະທີ່ ທ່ານໝໍ ແອນໂທນີ ຟາວຊີ ຜູ້ອຳນວຍການສະຖາບັນພະຍາດພູມແພ້ ແລະ ພະຍາດຕິດຕໍ່ແຫ່ງຊາດ ສະຫະລັດ ອາເມຣິກາ ເຄີຍກ່າວວ່າ: ຖ້າຫາກວັກຊີນມີປະສິດທິພາບ 50%-60% ກໍຖືວ່າຍອມຮັບໄດ້. ດັ່ງນັ້ນ, ການທີ່ວັກຊີນນີ້ ມີປະສິດທິພາບສູງຫຼາຍກວ່າ 90% ຖືວ່າດີເລີດ.

ໄຟເຊີ ແລະ ໄບໂອເອັນເທັກ ເຮັດສັນຍາມູນຄ່າ 1,95 ພັນລ້ານໂດລາສະຫະລັດ ກັບ ລັດຖະບານ ສະຫະລັດ ອາເມຣິກາ ເພື່ອຜະລິດວັກຊີນຈຳນວນ 100 ລ້ານໂດສ ໂດຍຈະເລີ່ມໃນໄລຍະຕົ້ນປີນີ້ ລວມທັງຈະຕ້ອງຜະລິດວັກຊີນໃຫ້ແກ່ ສະຫະພາບຢູໂຣບ, ອັງກິດ, ຄານາດາ ແລະ ຍີ່ປຸ່ນ ດ້ວຍ; ເຊິ່ງເພື່ອເປັນການປະຢັດເວລາ ທາງບໍລິສັດໄດ້ເລີ່ມຜະລິດວັກຊີນນີ້ລ່ວງໜ້າໄວ້ແລ້ວ ກ່ອນທີ່ຈະຮູ້ວ່າ ວັກຊີນໄດ້ຜົນ ຫຼື ບໍ ເພື່ອໃຫ້ທັນການໃຊ້ງານ, ເຊິ່ງຄາດວ່າ ໜ້າຈະສາມາດຜະລິດວັກຊີນໄດ້ເຖິງ 50 ລ້ານໂດສ ພຽງພໍສຳລັບປະຊາກອນປະມານ 25 ລ້ານຄົນ ໃນປີນີ້ ແລະ ຈະຜະລິດໄດ້ອີກ 1,3 ພັນລ້ານໂດສ ພາຍໃນປີ 2021.

Continue Reading

ຕິດຕາມໂຄວິດ-19

ກັບມາອີກແລ້ວ ມື້ນີ້ ທົ່ວປະເທດ ຕິດເຊື້ອໂຄວິດເພີ່ມຂຶ້ນ 76 ຄົນ

Published

on

06 ທັນວາ 2022.

ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດເພີ່ມຂຶ້ນ ! ອາກາດເລີ່ມໜາວແລ້ວ ຂໍໃຫ້ທຸກຄົນ ຮັກສາສຸຂະພາບ !

Continue Reading

ຕິດຕາມໂຄວິດ-19

ສປປ ລາວ ກວດພົບ ຜູ້ຕິດເຊື້ອໂຄວິດ 551 ຄົນ ແລະ ເສຍຊີວິດ 4 ຄົນ

Published

on

By

🔥 🔥 ເພີ່ມຂຶ້ນ ! ສປປ ລາວ 🇱🇦 ລາຍງານ ກວດພົບ ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ

ໃນວັນອັງຄານ 01/02/2022 ໂດຍກວດພົບການຕິດເຊື້ອໂຄວິດ 585 ຄົນ ແລະ ເສຍຊີວິດ +4 ຄົນ.

ຕົວເລກຜູ້ເສຍຊີວິດ ອາດມີການປ່ຽນແປງ ລາຍລະອຽດເພີ່ມຕື່ມ ຄະນະສະເພາະກິດ ຈະໄດ້ແຈ້ງໃຫ້ຊາບຕື່ມ ໃນເວລາ 10:30

Continue Reading

ຕິດຕາມໂຄວິດ-19

ມື້ນີ້ີ້ ສປປ ລາວ ກວດພົບຜູ້ຕິດໂຄວິດໃໝ່ +329 ຄົນ ແລະ ເສຍຊີວິດ 3 ຄົນ

Published

on

By

ຈາກການຖະແຫຼ່ງຂ່າວໂຄ ວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 31/1/2022 ພົບວ່າມີຜູ້ຕິດເຊື້ ອໂຄ ວິ ດ +329 ຄົນ ແລະ ຊຸມຊົນ + ຄົນ.

ລາຍລະອຽດແຕ່ລະແຂວງມີຄື:

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້