ກົດໝາຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ – ສື່ລາວ.ຄອມ
Connect with us

ບົດຄວາມ

ກົດໝາຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ

Published

on

ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດຢູ່ ສປປ ລາວ ໃຫ້ປະຕິບັດຕາມປະມວນກົດຫມາຍແພ່ງ ມາດຕາ 150 ຫາ ມາດຕາ 152 ສໍາລັບການຈົດທະບຽນການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນ ຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດຢູ່ໃນ ສປປ ລາວ ໃຫ້ດໍາເນີນຢູ່ພະແນກພາຍໃນຂັ້ນແຂວງບ່ອນຄູ່ບ່າວສາວອາໄສຢູ່ ຫຼື ບ່ອນຢູ່ຂອງຝ່າຍໃດຫນຶ່ງ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍທະບຽນຄອບຄົວ.

ຕົວຢ່າງ: ທ້າວ ໂວບ ຄົ້ນໂຊມາລີ ຈະແຕ່ງກັບ ນາງ ອີຍູນ ຄົນເກົາຫລີ ກໍສາມາດນໍາໃຊ້ກົດຫມາຍຂອງຝ່າຍໃດຫນຶ່ງກໍໄດ້ ບໍ່ຈໍາເປັນວ່າຕ້ອງອີງໃສ່ກົດຫມາຍຄອບຄົວຂອງ ສປປ ລາວ, ເຖິງແມ່ນວ່າທັງຄູ່ຈະດໍາລົງຊີວິດຢູ່ ສປປ ລາວ ກໍຕາມ. ລັດຮັບຮູ້ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນ ຢູ່ຕ່າງປະເທດທີ່ເຮັດຂຶ້ນໂດຍສອດຄ່ອງກັບກົດຫມາຍຂອງ ສປປ ລາວ.

ຕົວຢ່າງ: ທ້າວ ຈອກ ກັບ ນາງ ຈີກ ຊຶ່ງເປັນພົນລະເມືອງລາວໄດ້ໄປສຶກສາຮໍ່າຮຽນຢູ່ຕ່າງປະເທດໄດ້ມີຄວາມມັກຮັກ ແລະ ຕົກລົງປົງໃຈແຕ່ງດອງນໍາກັນຢູ່ປະເທດໄທ ທັງສອງກໍຕ້ອງໄດ້ປະຕິບັດຕາມເງື່ອນໄຂຂອງການແຕ່ງດອງຕາມປະມວນກົດຫມາຍແພ່ງຂອງ ສປປ ລາວ ໄດ້ກໍານົດໄວ້ ສໍາລັບການຈົດທະບຽນການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນ ຢູ່ຕ່າງປະເທດ ໃຫ້ດໍາເນີນຢູ່ ຫນ່ວຍງານທະບຽນຄອບຄົວສໍານັກງານຜູ້ຕາງຫນ້າຂອງ ສປປ ລາວ ຢູ່ຕ່າງປະເທດ ຕາມທີ່ໄດ້ກໍານົດໄວ້ໃນກົດ ຫມາຍວ່າດ້ວຍທະບຽນ ຄອບຄົວຂອງ ສປປ ລາວ.

ເວົ້າເລື່ອງການແຕ່ງດອງ ການເອົາກັນເປັນຜົວເປັນເມຍ ເຖິງວ່າເປັນສິດເສລີພາບຂອງບຸກຄົນ ແຕ່ກໍຕ້ອງຢູ່ພາຍໃຕ້ກົດຫມາຍທີ່ກ່ຽວຂ້ອງ, ໂດຍສະເພາະ ແມ່ນກົດຫມາຍຄອບຄົວໄດ້ກໍານົດກ່ຽວກັບເງື່ອນໄຂ ແລະ ລະບຽບການແຕ່ງດອງໄວ້ຢ່າງຈະແຈ້ງ ໃນເງື່ອນໄຂ ແລະ ລະບຽບການນັ້ນໄດ້ລະບຸໄວ້ວ່າ:

1. ແມ່ນຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ

2. ມີຄວາມມັກຮັກ ການຕົກລົງ ແລະ ຄວາມສະຫມັກໃຈ ຂອງຄູ່ບ່າວສາວ3. ເປັນໂສດ ເປັນຮ້າງ ຫຼື ເປັນຫມ້າຍ ໂດຍມືເອກະສານຢັ້ງຢືນຢ່າງຖືກຕ້ອງ.

ບັດນີ້ຈະມາເວົ້າເຖິງການແຕ່ງດອງລະຫວ່າງຄົນລາວກັບຄົນຕ່າງດ້າວທ້າວຕ່າງແດນວ່າຈະຕ້ອງໄດ້ປະຕິບັດ ແລະ ດໍາເນີນການໄປຄືແນວໃດ ເພື່ອວ່າຈະມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ສ້າງຄວາມສະດວກໃນເວລາຢາກແຕ່ງງານກັບຄົນທາງຕາເວັນຕົກນົກເຄົ້ານອນ.

ກົດຫມາຍໄດ້ບອກວ່າຄົນຕ່າງປະເທດຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ມີສືດ ແລະ ພັນທະຄືກັນກັບພົນລະເມືອງລາວກ່ຽວກັບສາຍພົວພັນແຕ່ງດອງ ແລະ ຄອບຄົວນັ້ນກໍສະແດງວ່າກົດຫມາຍບໍ່ໄດ້ມີເງື່ອນໄຂໃດກັດກັ້ນຄວາມຮັກລະຫວ່າງຄົນຊາດນີ້ ແລະ ຄົນຊາດອື່ນ.

ການແຕ່ງດອງລະຫວ່າງຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດດ້ວຍກັນຢູ່ ສປປ ລາວ ໃຫ້ປະຕິບັດຕາມກົດຫມາຍຂອງ ສປປ ລາວ ຫຼື ກົດຫມາຍຂອງປະເທດຂອງຄູ່ແຕ່ງດອງຝ່າຍໃດຫນຶ່ງກໍໄດ້.

ຖ້າຫາກປະຕິບັດຕາມກົດຫມາຍຂອງປະເທດຂອງຄູ່ແຕ່ງດອງຝ່າຍໃດຫນຶ່ງນັ້ນໃຫ້ຈົດທະບຽນແຕ່ງດອງຢູ່ສະຖານທູດ ຫຼື ສະຖານກົງສູນຂອງປະເທດທີ່ກ່ຽວຂ້ອງ ຫມາຍຄວາມວ່າບໍ່ໃຫ້ໄປຈົດທະບຽນຢູ່ພະແນກພາຍໃນແຂວງຂອງ ສປປ ລາວ ສໍາລັບການຈົດທະປ່ຽນການແຕ່ງດອງລະຫວ່າງຄົນຕ່າງປະເທດ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດດ້ວຍກັນຢູ່ ສປປ ລາວ ໃຫ້ດໍາເນີນຢູ່ພະແນກພາຍ ໃນຂັ້ນແຂວງ ບ່ອນຄູ່ບ່າວສາວອາໄສຢູ່ ຫຼື ບ່ອນຢູ່ຂອງຝ່າຍໃດຫນຶ່ງ ຫຼື ດໍາເນີນຢູ່ສະຖານທູດ ຫຼື ສະຖານກົງສູນຂອງປະເທດທີ່ກ່ຽວຂ້ອງປະຈໍາຢູ່ ສປປ ລາວ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍທະບຽນຄອບຄົວ.

Continue Reading

ບົດຄວາມ

5 ດວງ ວັນເກີດນີ້ ຈະລຳລວຍແບບຢຸດ ໝົດເຄາະກຳ ເງິນທອງໄຫຼມາ 2023 ນີ້

Published

on

By

ດວງ 5 ວັນເກີດນີ້ ຈະລຳລວຍແບບຢຸດບໍ່ໄດ້ ລວຍຈົນຄົນອື່ນອິດສາ.

+ ຄົນທີ່ເກີດວັນຈັນ : ຕາມຄຳທຳນາຍໄດ້ກ່າວວ່າ ຕະຫຼອດທັງປີນີ້ ການງານງານຈະມີການປ່ຽນແປງໃນທາງທີ່ຂື້ນ ອາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ປັບເງິນເດືອນຂື້ນ ມີໂອກາດໄດ້ບອກລາຄວາມຈົນ ນອກຈາກນີ້ໃນຊວງເວລານີ້ ຍັງສາມາດຈັດສັນໃນເລື່ອງດານເງິນ ມີເງິນເກັບ ເງິນໃຊ້ບໍ່ຂາດມື ໃຜເປັນເຈົ້າຂອງທຸລະກິດຈະເລີນກ້າວໜ້າ ຄົນໂສດໄດ້ພົບເນື້ອຄູ່ ຄົນມີຄູ່ຮັກກັນໝັ້ນຄົງ ຊີວິດມີແຕ່ຄວາມສຸກສົມຫວັງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນອັງຄານ : ຕາມຄຳທຳນາຍໄດ້ກ່າວວ່າຕະຫຼອດທັງປີນີ້ ທາງດ້ານການເງິນຈະດີຫຼາຍ ເລີ່ມຕັ້ງຫຼັກເລື່ອງການເງິນໄດ້ ໄດ້ເລື່ອນຂັ້ນຕຳແໜ່ງ ເລື່ອນຂຶ້ນເງິນເດືອນຂື້ນ ພ້ອມມີເກນໂຊກດີ ມີໂອກາດຖືກລາງວັນໃຫຍ່ ນອກຈາກນີ້ຍັງສາມາດຊອກທາງຫາເງິນໄດ້ຫຼາຍຊ່ອງທາງ ດວງການເງິນໂດດເດັ່ນຫຼາຍປີນີ້. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພຸດ : ຕາມຄຳທຳນາຍໄດ້ກ່າວວ່າ ໃນໄລຍະ 2-3 ປີຫຼັງຊີວິດມີແຕ່ຄວາມລຳບາກ ການເງິນບໍ່ດີ ຕ້ອງຫ່ວງໜ້າຫ່ວງຫຼັງ ຕະຫຼອດ ທັງປີນີ້ ເປັນຈັງຫວະຊີວີດມີແຕ່ຄວາມໂຊກດີ ເປັນປີແຫ່ງມະຫາໂຊກຂອງທ່ານ ການເງິນຄ່ອງຕົວຂື້ນ ໝູນເງິນທັນ ມິໂອກາດໄດ້ໂຊກໃຫຍ່ຈາກການສ່ຽງດວງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພະຫັດ : ຈາກການທຳນາຍວ່າ ຕະຫຼອດທັງປີນີ້ ທ່ານຈະມີໂຊກໃຫຍ່ ເຮັດຫຍັງກໍປະສົບຜົນສຳເລັດ ການເງີນໂຊກລາບມາແຮງ ດວງການງານເດັ່ນ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ເລື່ອນເງິນເດືອນຂື້ນ ຊີວິດຢູ່ດີມີສຸກ ຄອບຄົວມີແຕ່ຄວາມສຸກຕະຫຼອດປີໃໝ່. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນສຸກ : ຕາມຄຳທຳນາຍ ປິ 2021 ດວງດີທີ່ສຸດ ຊີວິດຜິກຜັນ ໝົດທຸກ ໝົດໂສກ ມີງານໃຫຍ່ລໍຖ້າຢູ່ ດວງຊາຕາໃນຊວງເວລານີ້ ມີເກນໄດ້ຊັບກ້ອນໃຫຍ່ ຈາກການສ່ຽງໂຊກ ແບບບໍ່ຄາດຝັນເລີຍລະ ຄວນທຳບຸນ ເພື່ອເສີມດວງຊາຕາຂອງທ່ານ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

Continue Reading

ບົດຄວາມ

ເງິນ 2ແສນກີບ ຂອງແຕ່ລະຄົນບໍ່ເທົ່າກັນ ໂຊກດີເທົ່າໃດແລ້ວທີ່ມີເພີ່ນເປັນພໍ່ແມ່

Published

on

ເງິນ 200,000ກີບ #ເຮັດໃຫ້ຂ້ອຍນ້ຳຕາໄຫລໄດ້ 🥺
ມີພໍ່ລຸງຄົນ1 ມາຫາຢູ່ຮ້ານ ລາວຈັບເງິນມາ ໂອນເງິນໃຫ້ລູກຊາຍພໍ່ແນ່ ລູກຊາຍບໍ່ມີເງິນຈ້າງລົດມາວຽງ

ແຟນຖາມ : ລູກຊາຍໄປໃສ..??

ພໍ່ລຸງ : ລູກໄປຮຽນຢູ່ຕ່າງແຂວງ ຢາກກັບມາຫລີ້ນບຸນທາດຫລວງ
ພໍ່ບໍ່ຮູ້ເຮັດ #ຢາກໃຫ້ໂອນໃຫ້ລູກຊາຍ ຢາກເຫັນຫນ້າລູກ🥺

ຂ້ອຍ : ໄດ້ຍິນຈົນນຳ້ຕາແຕກ #ຄວາມຮັກຂອງພໍ່ເນາະ
ມີເທົ່າໃດໃຫ້ລູກໄດ້ຫມົດ ຂໍແຕ່ໄດ້ເຫັນລູກ🥺

ເງິນ200,000ຂອງຄົນເຮົາ ມັນມີຄ່າບໍ່ເທົ່າກັນອີຫລີ💙
ບາງຄົນເຂົ້າຄາບດຽວ ກໍ່ຫມົດ
ບາງຄົນເສື້ອຜືນດຽວກໍຫມົດ ແຕ່ສຳຫລັບບາງຄົນ #ມັນຄືຄວາມຮັກແລະຄວາມຫວັງຂອງຜູ້ລໍຄອຍ ຂໍໃຫ້ລູກຊາຍເຈົ້າເດີນທາງປອດໄພ ມາຮອດບ້ານຮອດເຮືອນ ສົມຄວາມຕັ້ງໃຈເຈົ້າເດີ ພໍ່ລຸງ😊

ຮັກພໍ່ແມ່ໃຫ້ຫລາຍໆເດີ #ເຈົ້າໂຊກດີທີ່ມີພໍ່ທີ່ຮັກເຈົ້າຂະຫນາດນີ້✌️🥺

ທີ່ມາ:

Continue Reading

ບົດຄວາມ

ປະຫວັດທະນາຄານ ການຄ້າ ຕ່າງປະເທດລາວ ທະນາຄານທີ່ໃຫຍ່ທີ່ສຸດ ແລະ ເປັນທະນາຄານທຸລະກິດທີ່ມີອາຍຸຫຼາຍສຸດຂອງປະເທດລາວ

Published

on

ປີນີ້ ຄົບຮອບ 33 ປີ ໃນການສ້າງຕັ້ງທະນາຄານການຄ້າຕ່າງປະເທດລາວ (BCEL) ດັ່ງນັ້ນມື້ນີ້ ສື່ລາວ ຈະມາເລົ່າປະຫວັດທະນາຄານການຄ້າ ໃນການກ້າວສູ່ທະນາຄານອັນດັບຫນື່ງໃນ ສປປ ລາວ

ທະນາຄານການຄ້າຕ່າງປະເທດລາວ (BCEL) ມີຈຸດເລີ່ມຕົ້ນຈາກການເປັນສາຂາໃຫ້ກັບທະນາຄານກາງ ໂດຍໄດ້ປະຕິບັດພາລະບົດບາດພິເສດຄື ເປັນທະນາຄານແຫ່ງດຽວ ໃນ ສປປ ລາວ ທີ່ສາມາດດຳເນີນທຸລະກິດກັບສາກົນ (Inter Banking), ຄຸ້ມຄອງບັນດາເງິນຊ່ວຍເຫຼືອລ້າ ແລະ ຄຸ້ມຄອງເງິນກູ້ຈາກຕ່າງປະເທດ

ຈົນມາຮອດປີ 1989 ລະບົບທະນາຄານປະເທດລາວໄດ້ແບ່ງເປັນ 2 ລະບົບໄດ້ແກ່: ທະຄານຄານກາງມີໜ້າທີ່ຄຸ້ມຄອງສະຖຽນລະພາບເງິນຕາ ແລະ ທະນາຄານທຸລະກິດເປັນຜູ້ໃຫ້ບໍລິການທາງການເງິນແກ່ປະຊາຊົນ ໃນເວລານັ້ນທະນາຄານທຸລະກິດແຍກອອກມາເປັນທະນາຄານທຸລະກິດເຕັມຮູບແບບໄດ້ແກ່ ທະນາຄານນະຄອນຫຼວງ ທະນາຄານເສດຖາທິລາດ ແລະ ທະນາຄານການຄ້າຕ່າງປະເທດລາວ ໂດຍມີພຽງສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ

ນັບແຕ່ນັ້ນມາທະນາຄານການຄ້າກໍ່ມີການດຳເນີນງານທີ່ມີປະສິດທິພາບມາຕະຫຼອດ ເຊິ່ງສັງເກດໄດ້ຈາກທະນາຄານທຸລະກິດອື່ນແຍກຕົວອອກມາຄືກັບທະນາຄານການຄ້າ ແຕ່ປະສົບບັນຫຼາຍດ້ານ ໂດຍສະເພາະຂາດປະສິດຕິພາບໃນການບໍລິຫານ ຕ້ອງຍຸບສາຂາ ແລ້ວນຳໄປໂຮມກັບທະນາຄານອື່ນ, ມີການປ່ຽນຊື່ທະນາຄານທຸລະກິດ ມີພຽງແຕ່ທະນາຄານຄ້າຕ່າງປະເທດລາວແຫ່ງດຽວທີ່ຍັງຍືດໜັ້ນຊື່ເດີມຈົນຮອດປະຈຸບັນ ຫຼືອາດເວົ້າໄດ້ວ່າເປັນທະນາຄານທຸລະກິດມີອາຍຸຫຼາຍສຸດໃນປະເທດລາວ

ມາປີ 2011 ທະຄານການຄ້າກໍ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນທະນາຄານທຳອິດໃນ ສປປ ລາວ ໃນນັ້ນຜູ້ຖືຫຸ້ນລາຍໃຫຍ່ແມ່ນກະຊວງ ການເງິນຖືຮຸ້ນ 70%(ປະຈຸບັນຍັງເຫຼືອ 60%) ພະນັກງານ ທຄຕລ 5%, ຄູ່ຮ່ວມຍຸດທະສາດ 10% ແລະ ມະຫາຊົນທົ່ວໄປ 15%

ຈົນມາໃນປະຈຸບັນທະນາຄານທຸລະກິດໃນລາວມີທັ້ງຫມົດ 37 ແຫ່ງ ແຕ່ທະນາຄານການຄ້າເປັນທະນາຄານທີ່ມີປະລິມານຄົນໃຊ້ບໍລິການຫຼາຍສຸດ ສະເເດງອອກໄດ້ຄື:

– ເປັນທະນາຄານທີ່ປະຊາຊົນລາວມາຝາກເງິນຫຼາຍສຸດ ຄິດເປັນ 48% ຂອງປະລິມານເງິນຝາກທັ້ງຫມົດໃນລະບົບເສດຖະກິດ

– ມີສັດສ່ວນປ່ອຍກູ້ຫຼາຍສຸດ ຄິດເປັນ 34% ຂອງປະລິມານສິນເຊື່ອທັ້ງຫມົດໃນລະບົບເສດຖະກິດ

– ມີ User ໃຊ້ແອບ BCELone ຫຼາຍສຸດ ແລະ ມີຈຳນວນສາຂາ ແລະ ຕູ້ ATM ຫຼາຍສຸດໃນປະເທດ

ລອງມາເບີ່ງຜົນການດຳເນີນງານທະນາຄານການຄ້າຕ່າງປະເທດລາວ 3 ປີຍ້ອນຫຼັງ

ປີ 2019 ລາຍໄດ້ລວມ 1.325.424 ລ້ານກີບ

ກຳໄລສຸດທິ 329.482 ລ້ານກີບ

ປີ 2020 ລາຍໄດ້ລວມ 1.383.454 ລ້ານກີບ

ກຳໄລສຸດທິ 223.036 ລ້ານກີບ

ປີ 2021 ລາຍໄດ້ລວມ 1.215.264 ລ້ານກີບ

ກຳໄລສຸດທິ 11.410 ລ້ານກີບ

ປິດທ້າຍ ຖ້າຖາມວ່າທະຄານການຄ້າກ້າວເປັນທະນາຄານອັນດັບໜື່ງໃນປະເທດລາວໄດ້ແນວໃດ? ແນ່ນອນທີ່ຜ່ານມາຈົນຮອດປະຈຸບັນທີ່ທະນາຄານການຄ້າປະຕິບັດຄື “ການສ້າງຄວາມໜ້າເຊື່ອຖື” ແລະ ພັດທະນານະວັດຕະກຳທາງການເງິນໃຫ້ຕອບສະໜອງໃຫ້ກັບຄົນທີ່ມາໃຊ້ບໍລິການທຸກຊ່ວງເວລາ

Reference: BCEL

ບົດຄວາມ: 10 STORY ເລື່ອງເລົ່າຂອງ 10

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້