ປະຊາກອນທົ່ວໂລກມີຄວາມທຸກຍາກ ເພີ່ມຂຶ້ນໃນຮອບຫຼາຍປີ

ທະນາຄານໂລກ ໄດ້ລາຍງານວ່າ 2020 ແມ່ນປີ ທຳອິດນັບຕັ້ງແຕ່ 1998 ທີ່ເຫັນວ່າ ຄວາມທຸກຍາກ ຂອງໂລກ ໄດ້ເພີ່ມຂຶ້ນ ເນື່ອງການລະບາດ ຂອງພະຍາດ ໂຄວິດ 19, ພ້ອມນັ້ນ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ກໍໄດ້ເວົ້າວ່າ ການພັດທະນາ ມະນຸດ ກໍໄດ້ຫຼຸດລົງເທື່ອທຳອິດ ນັບແຕ່ 1990 ທີ່ໄດ້ ເລີ່ມມີການວັດແທກ.

ແລະ ອົງການ ອາຫານໂລກ ກໍໄດ້ ປະເມີນວ່າ ໃນສະເພາະ ປີ 202​0 ປະຊາກອນໂລກ ທີ່ມີອາຫານບໍ່ພຽງພໍ ເພີ່ມຂຶ້ນຮອດ 265 ລ້ານຄົນ ແລະ ຍິ່ງເພີ່ມຄວາມທຸກຍາກຂຶ້ນອີກ ໂດຍສະເພາະ ໃນຂົງເຂດ ອາຊີໃຕ້ ແລະ ເຂດໃຕ້ ທະເລຊາຍ ຊາຮາຣາ.

ແຫລ່ງຂ່າວ: https://feature.undp.org/covid-and-poverty/?utm_source=web&utm_medium=homepage&utm_campaign=EndPoverty2020socialmedia&fbclid=IwAR1SfOlvm1LVhh8M3gAoRyWVdwWNcBSRf7Rn8LWWXZDMKd7OwR46p8UbNhM