ທົ່ວແຂວງບໍລິຄໍາໄຊ ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ

ພິທີປະກາດຮັບຮອງເອົາບ້ານ ນໍ້າກູ້ ເມືອງວຽງທອງ ແຂວງບໍລິຄໍາໄຊ ເປັນບ້ານທີ່ໄດ້ຊົມໃຊ້ ໄຟຟ້າ ຖາວອນ 100% ກໍຄືບ້ານສຸດທ້າຍໃນແຂວງ ບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ 2020 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ ມີບັນດາຕາງໜ້າ ການນຳແຂວງ-ເມືອງ, ຕະຫລອດຮອດ ອໍານາດການປົກຄອງຂັ້ນບ້ານ ພໍ່ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມ.

ທ່ານ ຊຽງເພັດ ອິນທໍາມະວົງ ອໍານວຍການ ບໍລິສັດວັນດີການໄຟຟ້າ ຈໍາກັດ ຜູ້ຮັບເໝົາກໍ່ສ້າງ ໄດ້ລາຍງານໃຫ້ຮັບຊາບວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ມາແຕ່ທ້າຍ ປີ 2017 ຊຶ່ງປະກອບມີ ກໍ່ສ້າງຕາຂ່າຍໄຟຟ້າ 22 ກິໂລໂວນ, ມີຄວາມຍາວ 13.100 ກວ່າແມັດ; ກໍ່ສ້າງຕາຂ່າຍໄຟຟ້າ 0,4 ກິໂລໂວນ ມີຄວາມຍາວ 1.100 ກວ່າແມັດ ແລະ ຕິດຕັ້ງໝໍ້ແປງ 50 ກິໂລໂວນອໍາແປ 1 ຊຸດ ລວມມູນຄ່າການກໍ່ສ້າງ 8,2 ຕື້ກວ່າກີບ. ມາຮອດປະຈຸບັນ ບັນດາໜ້າວຽກທັງໝົດ ແມ່ນສໍາເລັດ 100%, ທັງຖືກຕ້ອງຕາມແຜນຜັງ ແລະ  ສອດຄ່ອງກັບມາດຖານ ເຕັກນິກ ໄຟຟ້າລາວ. ພ້ອມນີ້ ບໍລິສັດ ຜູ້ຮັບເໝົາກໍ່ສ້າງ ຍັງໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນ  ແລະ ໃຫ້ຄວາມຮູ້ພື້ນຖານ ໃນການຊົມໃຊ້ໄຟຟ້າ ຕະຫລອດຮອດ ແນວທາງ ແຜນພັດທະນາເສດຖະກິດ ສັງຄົມຂອງແຂວງ ກໍຄື ລັດຖະບານ ໄດ້ວາງໄວ້ໃນແຕ່ລະໄລຍະ.  ຈາກນັ້ນ ໄດ້ມອບໃຫ້ກັບລັດ ວິສາຫະກິດ ໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ  ເພື່ອຄຸ້ມຄອງ ແລະ ນໍາໃຊ້ໃຫ້ມີປະສິດທິຜົນສູງສຸດ.


ໃນໂອກາດດັ່ງກ່າວ ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ນໍາເອົາເຄື່ອງນຸ່ງ, ປຶ້ມຂຽນ ແລະ ປຶ້ມແບບຮຽນຊັ້ນປະຖົມ, ທັງອຸປະກອນກິລາ ມອບໃຫ້ກັບ ຄູ-ອາຈານ ພໍ່ແມ່ປະຊາຊົນ ບ້ານນ້ຳກູ້ ແລະ ຈັດຕັ້ງການບໍລິການ ກວດກາ ສຸຂະພາບແບບບໍເສຍຄ່າ ໃຫ້ກັບພໍ່ແມ່ປະຊາຊົນ ພາຍໃນບ້ານ ດັ່ງກ່າວຕື່ມອີກ.
ພາບ/ຂ່າວ ສຸກທະວີ.