ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະ ທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊັ້ນນັກການທູດ ຂອງກະຊວງການຕ່າງປະເທດ ທີ່ສະເໜີໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງ ບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 10 ໝວດ ແລະ 53 ມາດຕາ ສ້າງຂຶ້ນເພື່ອເປັນການກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການຕິດຕາມກວດກາ ການປະຕິບັດ ໜ້າທີ່ຂອງນັກການທູດລາວ ແນ່ໃສ່ຮັບປະກັນປະສິດທິພາບ ພ້ອມດຽວກັນນີ້, ກໍເປັນການກະຕຸກຊຸກຍູ້ ເພື່ອເຮັດໃຫ້ນັກການທູດລາວ ມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບສູງ ໃນການເຮັດໜ້າທີ່ຂອງຕົນ ແລະ ຍຍັງເຍັງເປັນການສ້າງມາດຕະຖານ
ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ທີ່ສອດຄ່ອງກັບກົດໝາຍສາກົນ ແນໃສ່ພັດທະນານັກການທູດ ໃຫ້ມີຄຸນນະພາບສູງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ ແລະ ວິທີເຮັດວຽກ, ເຂັ້ມແຂງທາງດ້ານການຈັດຕັ້ງ, ວິຊາການການທູດ, ພາສາຕ່າງປະເທດ, ມີລະບຽບວິໄນເຂັ້ມງວດ ທັງເປັນມາດຕະການໃນການກະຕຸກຊຸກຍູ້ ຂະບວນການພັດທະນາ ຂະແໜງການຕ່າງປະເທດ, ເປັນພື້ນຖານໃຫ້ແກ່ການປະເມີນ, ບັນຈຸ, ແຕ່ງຕັ້ງ, ຊັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ແລະ ເພີ່ມທະວີຄວາມເປັນເຈົ້າການ ຂອງຖັນແຖວນັກການທູດ ໃນການປະຕິບັດນະໂຍບາຍ ການຕ່າງປະເທດຂອງ ສປປ ລາວ ໃນໄລຍະໃໝ່ໃຫ້ມີ ໝາກຜົນສູງຂຶ້ນກວ່າເກົ່າ.
ພາຍຫລັງທີ່ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງ ທາງດ້ານກົດໝາຍທີ່ສຳຄັນທີ່ສຸດ ໃຫ້ແກ່ກະຊວງການຕ່າງປະເທດ ໃນການເປັນເສນາທິການ ໃຫ້ລັດຖະບານ ເພື່ອຄຸ້ມຄອງວຽກງານຊັ້ນນັກການທູດ ຈະເຮັດໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ມີມາດຕະຖານໂດຍສອດຄ່ອງ ກັບກົດໝາຍສາກົນ.
ຂ່າວ ສົມຫວັງ