ພາບທຳມະຊາດຈາກຍອດພູເບ້ຍ ພູທີ່ມີຄວາມສູງທີ່ສຸດໃນປະເທດລາວ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ພາບທຳມະຊາດຈາກຍອດພູເບ້ຍ ພູທີ່ມີຄວາມສູງທີ່ສຸດໃນປະເທດລາວ

Published

on

ວັນທີ 8 ພະຈິກ 2020 ຜ່ານມານີ້ ຄະນະນໍາແຂວງໄຊສົມບູນ ນໍາພາໂດຍ ທ່ານ ພົຕ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ ແລະ ທ່ານ ຄໍາໄພ ສົມຊະນະ, ປະທານບໍລິສັດກຸ່ມຄໍາໄພ ໄຊຊະນະ ໄດ້ຂຶ້ນກວດກາສະພາບຄວາມພ້ອມ ຂອງເສັ້ນທາງ, ສິ່ງອໍານວຍຄວາມສະດວກ ເພື່ອກະກຽມຄວາມພ້ອມໃຫ້ແກ່ການນໍາຂັ້ນສູງ ທີ່ຈະຂຶ້ນພິສິດຈອມພູເບ້ຍໃນອີກບໍ່ດົນນີ້, ເຊິ່ງຈອມພູດັ່ງກ່າວ ຢູ່ຫ່າງຈາກເທດສະບານແຂວງຂຶ້ນໄປປະມານ 40 ກວ່າກີໂລແມັດ ແລະ ໃຊ້ເວລາ ປະມານ 2 ຊົ່ວໂມງກວ່າ, ເປັນພູສູງທີ່ສຸດໃນປະເທດລາວເຮົາ ດ້ວຍຄວາມສູງ 2.820 ແມັດ.

ທ່ານເຈົ້າແຂວງ ໄດ້ໃຫ້ຮູ້ວ່າ: ການຂຶ້ນພູເບ້ຍໃນຄັ້ງນີ້ ແມ່ນເພື່ອການກວດກາ, ກະກຽມຄວາມພ້ອມຂອງການຈັດຕັ້ງປະຕິບັດການພິສິດຍອດພູເບ້ຍ ຕາມແຜນຂອງຄະນະຊີ້ນໍາພັດທະນາເຂດຈຸດສຸມໃຈກາງ ແລະ ຄະ ນະນໍາແຂວງ ໄດ້ວາງໄວ້, ພ້ອມທັງສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ໂດຍສະເພາະແມ່ນ ວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ,

ຜູ່ນໍາທີ່ແສນເຄົາລົບຮັກ ຄົບຮອບ 100 ປີ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ 1 ຂອງອົງຄະນະພັກແຂວງໄຊສົມບູນ, ພ້ອມທັງ ສ້າງບັນຍາກາດເພື່ອຍູ້ແຮງໃຫ້ແກ່ການພັດທະນາແຂວງ ໃຫ້ໄປຕາມ 5 ທ່າແຮງ ທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເປັນຕົ້ນແມ່ນ: ດ້ານກະສີກໍາ, ດ້ານການທ່ອງທ່ຽວ, ດ້ານພະລັງງານ-ບໍ່ແຮ່, ດ້ານພະລັງງານໄຟຟ້າ ແລະ ດ້ານການບໍລິການທາງຜ່ານເຊື່ອມໂຍງ-ເຊື່ອມຈອດ.

ທ່ານ ຕົ່ງມົງ ຊົວໂກ້, ຫົວໜ້າພະແນກ ຖວທ ແຂວງ ຍັງໄດ້ກ່າວຕື່ມອີກວ່າ: ວຽກງານທ່ອງທ່ຽວເປັນວຽກງານໜຶ່ງ ທີ່ເປັນບູລະມະສິດໃນການສ້າງສາພັດທະນາແຂວງໄຊສົມບູນ ດ້ວຍການສົ່ງເສີມທ່ຽວໃນຮູບແບບ ທໍາມະຊາດ, ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ,

ນອກຈາກການທີ່ໄດ້ຂຶ້ນສໍາຜັດກັບອາ ກາດທີ່ໜາວເຢັນແລ້ວຍັງຈະໄດ້ພົບກັບຕົ້ນໄມ້ທີ່ເປັນເອກະລັກສະເພາະ ທີ່ບໍ່ປະກົດໃຫ້ເຫັນໃນບ່ອນອື່ນ ເຊັ່ນ: ຕົ້ນໄມ້ຫຸ້ມຫໍ່, ຕົ້ນກຸຫລາບລ້ານປີ ແລະ ອື່ນໆ ທີ່ລໍຄອຍທ່ານຢູ່.

.

.

.

.

.

ພາບ-ຂ່າວ: ຈນທ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້