ເສົ້າສະຫຼົດ ເຫດລົດຈັກ+ລົດຈັກ(ເສຍຊີວິດ 2 ຄົນ) – ສື່ລາວ.ຄອມ
Connect with us

ຂ່າວອຸປະຕິເຫດ

ເສົ້າສະຫຼົດ ເຫດລົດຈັກ+ລົດຈັກ(ເສຍຊີວິດ 2 ຄົນ)

Published

on

ວັນທີ07/11/2020 ເວລາ 22:21 ໂມງ.
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດຈັກ.

+ຈຸດເກີດເຫດແມ່ນເສັ້ນທາງດົງຄຳຊ້າງ

ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ ເປັນເພດຊາຍ:

+ຄົນທີ່1 ອາຍຸ 32 ປີ ອາຊີບກຳມະກອນ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນ ກະທົບຫົວ ຂາເບື້ອງຂວາຜິດຮູບ ບໍ່ມີສະຕິ.

+ຄົນທີ່2 ອາຍຸປະມານ35-40 ປີ [ບໍ່ມີຂໍ້ມູນກ່ຽວກັບຜູ້ເສຍຊີວິດ]
ອາການເບື້ອງຕົ້ນແມ່ນ ກະທົບຫົວ ມີບາດຈີກຢູ່ຕາເບື້ອງຊ້າຍ ບໍ່ມີສະຕິ

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ໄດ້ນຳສົ່ງສົບໄປຝາກໄວ້ທີ່ໂຮງຫມໍເສດຖາທິລາດ

ທາງຫນ່ວຍກູ້ໄພມູນນິທິ 1623 ຕ້ອງຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.

#ຈຸດໜອງໄຮ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.

ເລກບັນຊີ:
092-12-00-01026649-001 LAK.
092-12-01-01026649-001 USD.
092-12-02-01026649-001 THB.

.

ບາດເຈັບສຸກເສີນໂທແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ.

Continue Reading

ຂ່າວອຸປະຕິເຫດ

ສຸດເສົ້າ! ລົດພ່ວງເສຍຫຼັກ ຕົກເຫວລຶກ ບໍ່ຊາບຊະຕາກຳຄົນຂັບ

Published

on

By

ເກີດເຫດລົດພ່ວງຕົກເຫວ ຢູ່ໂຄ້ງປາບຊຽນ “ຊຽງມີ ”

ແຂວງໄຊສົມບູນ ໃນວັນທີ 18 ມັງກອນ 2023 ທີ່ຜ່ານມາ

ເຊິ່ງຍັງບໍ່ມີລາຍງານຜູ້ບາດເຈັບເທື່ອ ແຕ່ຈັ່ງໃດກໍຄ່ອຍໄປຄ່ອຍມາແດ່ພີ່ນ້ອງ

…..

Continue Reading

ຂ່າວອຸປະຕິເຫດ

ຈິດໃຈ! ເຮັດດ້ວຍຫຍັງ ຖິ້ມເດັກນ້ອຍແລກເກີດ ໄວ້ແຄມທາງ

Published

on

By

ໃນວັນທີ 18/01/2023 ເວລາ21:00PM ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 081 1625 ວ່າມີທາລົກຖືກຖີ້ມ(ເດັກນ້ອຍແລກເກີດ)ທີ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມໄຊ.

ເມື່ອໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊໄປເຖິງສະຖານທີ່ເກີດເຫດ ພົບເຫັນທາລົກ 01 ຄົນ ເປັນເພດຊາຍ ແຂງແຮງດີ. (ບໍ່ມີເອກະສານຂໍ້ມູນບົ່ງບອກຕົວຕົນ).

…….

ຕອນນີ້ໄດ້ມີຜູ້ອຸປະຖຳຮັບເດັກນ້ອຍໄປລ້ຽງແລ້ວ

ດັ່ງນັ້ນ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈຶ່ງໄດ້ນຳສົ່ງໂຮງຫມໍແຂວງອຸດົມໄຊ

ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນ

081 1625

081 312391

ບໍລິການຕະຫຼອດ 24ຊົ່ວໂມງ

ທ່ານໃດຢາກຊ່ວຍເຫຼືອໜ່ວຍກູ້ໄພສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ນ້ຳດື່ມ, ເຂົ້າສານ, ອາຫານການກີນ, ນ້ຳມັນລົດ, ອຸປະກອນການແພດ.

ຜ່ານບັນຊີຂອງໜ່ວຍກູ້ໄພສຸກເສີນ ອົງການກາແດງແຂວງອຸດົມໄຊໄດ້ ຫຼື ທີ່ສູນກູ້ໄພ ບ້ານ… ເມືອງໄຊ ເມືອງອຸດົມໄຊ.

Continue Reading

ຂ່າວອຸປະຕິເຫດ

ການບິນລາວ ຖະແຫຼງການເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ ກໍລະນີ ເຮືອບິນ Lao airline ຕຳກັບ Air premia

Published

on

– ໃນວັນທີ 19 ທັນວາ 2022, ຕາມທີ່ສື່ສັງຄົມອອນລາຍໄດ້ລາຍງານວ່າໄດ້ເກີດເຫດເຮືອບິນຕໍາກັນ ລະຫວ່າງສາຍການບິນລາວ(Lao Airlines) ກັບ Air Premia ຢູ່ສະໜາມບິນອິນຊອນ, ສ.ເກົາຫຼີ.

– ຕໍ່ກັບການລາຍງານຂ່າວດັ່ງກ່າວ, ລັດວິສາຫະກິດການບິນລາວຂໍຖືເປັນກຽດແຈ້ງໃຫ້ບັນດາທ່ານຊາບວ່າ: ຄວາມຈິງຂອງເຫດການດັ່ງກ່າວແມ່ນເຮືອບິນຂອງການບິນລາວຖ້ຽວບິນ QV924 ເຊິ່ງຈະເດີນທາງຈາກສະໜາມບິນສາກົນອິນຊອນມາຍັງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ໄດ້ຖືກເກາະເອົາຫາງເສືອ (Vertical Stabilizer) ຈາກເຮືອບິນລໍາອື່ນ(Air Premia) ໃນຂະນະທີ່ພະນັກງານພາກພື້ນດິນຂອງສະໜາມບິນອິນຊອນ ກໍາລັງລາກແກ່ (Pushback) ເຮືອບິນຂອງ Air Premia ຢູ່ເສັ້ນທາງເຄື່ອນຍ້າຍ, ໃນລະຫວ່າງນັ້ນເຮືອບິນຂອງ ການບິນລາວກໍາລັງລໍຖ້າຂັບເຄື່ອນໄປຫາທາງແລ່ນຂຶ້ນ 34R (Runway34R) ຕາມການບັນຊາຂອງຫໍບັງຄັບການບິນ.ເຊິ່ງເຫດການນີ້ບໍ່ໄດ້ມີການບາດເຈັບຂອງຜູ້ໂດຍສານ ຫຼື ພະນັກງານແຕ່ຢ່າງໃດ ນອກຈາກຄວາມເສຍຫາຍຂອງເຮືອບິນ.

ຕໍ່ເຫດການດັ່ງກ່າວ, ລັດວິສາຫະກິດການບິນລາວ ໄດ້ດໍາເນີນການດັ່ງນີ້:
1. ລັດວິສາຫະກິດການບິນລາວ ໄດ້ຮັບຜິດຊອບຕໍ່ຜູ້ໂດຍສານ ໂດຍໄດ້ຈັດຫາສະຖານທີ່ພັກ (ໂຮງແຮມ), ອາຫານ ແລະ ຈັດເຮືອບິນຖ້ຽວພິເສດ ໃນເວລາ 16:00 ຂອງວັນທີ 19 ທັນວາ 2022 ເພື່ອບິນໄປຮັບເອົາຜູ້ໂດຍສານມານະຄອນຫຼວງວຽງຈັນ;
2. ລັດວິສາຫະກິດການບິນລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດຂຶ້ນ ເພື່ອຮັບຜິດຊອບທາງດ້ານເຕັກນິກ ແລະ ປະກັນໄພ ໂດຍປະຕິບັດຕາມລະບຽບຕາມຂໍ້ກໍານົດຂອງ ກົມການບິນພົນລະເຮືອນ ແຫ່ງ ສປປ ລາວ ແລະ ຂໍ້ກໍານົດຂອງອົງການໆບິນພົນລະເຮືອນລະຫວ່າງປະເທດ (ICAO).
3. ພ້ອມດຽວກັນນີ້, ລັດວິສາຫະກິດການບິນລາວ ໄດ້ປະສານງານກັບ ບໍລິສັດປະກັນໄພ ເພື່ອໃຫ້ຮັບຜິດຊອບຕາມພັນທະສັນຍາຂອງເຂົາເຈົ້າ.

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້