ໂຈນຂີ້ຢາລັກກາເຟ ຊາວບ້ານ 72 kg ຢູ່ປາກຊ່ອງ ແຕ່ໄປບໍ່ລອດ

ມື້ນີ້(06 ພະຈິກ 20) ເວລາປະມານ 13:00 ນາທີ ທີ່ຜ່ານມາ ປະຊາຊົນ ໄລ່ຈັບໂຈນມາລັກກາເຟຢູ່ເຮືອນປະຊາຊົນ ລັກໄປໄດ້ປະມານ 72 kg ແຕ່ເຈົ້າຂອງກາເຟໄດ້ຮູ້ຕົວກ່ອນເລີຍ ຂັບລົດອີຊູຊຸ ໄລ່ຕາມຈົນທັນຕົວ ແລ້ວຈັບໄດ້ໃນທີ່ສຸດ ແລ້ວຄົ້ນໃນຕົວ ໄດ້ພົບຢາບ້າ 5 ເມັດ ແລະ ອາວຸດມິດ 1 ເຫຼັ້ມ ລົດຈັກໃຊ້ເປັນພາຫະນະ 1 ຄັນ.

ເຫດເກີດທີ່ບ້ານເຊປຽນ ເມືອງປາກຊ່ອງ ແຂວງຈຳປາສັກ ສ່ວນໂຈນຮູ້ຂໍ້ມູນໃນເບື້ອງຕົ້ນ ແມ່ນຢູ່ເມືອງເລົ່າງາມ

ເບື້ອງຕົ້ນເຈົ້າຫນ້າທີ່ປກສ. ກຸ່ມ7 ໄດ້ນຳຕົວໄປສຶບສວນ-ສອບສວນ ແລະ ນຳໄປດຳເນີນຄະດີຕາມກົດຫມາຍຕໍ່ໄປ.

ຂໍ້ມູນຈາກ: ເຟສ soudchai keoda (ເຈົ້າຂອງຊັບສິນ)