ຈາກເດັກບ້ານນອກສູ່ເສດທີອັນດັບຕົ້ນໆຂອງໂລກ! ຢາກ​ປະສົບ​ຄວາມ​ສຳ​ເລັດ​​ແບບ JACK MA ຕ້ອງ​ອ່ານ! – ສື່ລາວ.ຄອມ
Connect with us

ທົ່ວໄປ

ຈາກເດັກບ້ານນອກສູ່ເສດທີອັນດັບຕົ້ນໆຂອງໂລກ! ຢາກ​ປະສົບ​ຄວາມ​ສຳ​ເລັດ​​ແບບ JACK MA ຕ້ອງ​ອ່ານ!

Published

on

ສໍາລັບຄົນທີ່ຂາດກໍາລັງໃຈ ແລະ ຄິດວ່າຊີວິດນີ້ທ່ານເອງຈະບໍ່ມີມື້ລວຍ ບໍ່ມີມື້ທີ່ປະສົບຜົນສໍາເລັດໄດ້ແບບຄົນອື່ນ ພວກ​ເຮົາຢາກໃຫ້ທ່ານເລີ່ມຢຸດຄວາມຄິດນີ້​ແລ້ວລອງເລີ່ມເປີດໃຈທີ່ຈະປ່ຽນຊີວິດຂອງຕົນເອງດ້ວຍ​ການເລີ່ມລົງມືເຮັດສະ​ແຕ່​ຕອນ​ນີ້​ເລີຍ.

ໃນ​ໄລຍະປີທີ່ຜ່ານມາຈົນ​ເຖິງເວລານີ້ ສາມາດ​ເວົ້າໄດ້ວ່າບໍ່​ໃຜ​ທີ່​ບໍ່​ຮູ້ຈັກ​ JACK MA ມະຫາເສດຖີພັນລ້ານເຈົ້າຂອງ Alibaba (​ເວັບ​ໄຊ​ຂາຍ​ສົ່ງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ) ເປັນຢ່າງດີ ເພາະລາວໄດ້ຜ່ານ​ໄລຍະຊີວິດຄວາມລໍາບາກຫຼາຍກວ່າທີ່ຈະມາປະສົບຜົນສໍາເລັດດັ່ງທີ່ເຫັນໃນປະຈຸບັນ ທາງເດີນແຫ່ງຄວາມສໍາເລັດນັ້ນ ມັກບໍ່ໄດ້ປູ​ທາງ​ຢາງ​ໃຫ້​ຍ່າງແບບພາບທີ່ເຮົາມັກເຫັນ ກ່ອນທີ່ຈະປະສົບຜົນສໍາເລັດໄດ້ນັ້ນ ມັນຕ້ອງຜ່ານອຸປະສັກຫຼາຍຢ່າງ ​ແລະເຮົາມາຕິດຕາມ​ກາ​ນ​ເບິ່ງວ່າ JACK MA ມະຫາ​ເສດຖີ​ພັນ​ລ້ານ ມີກົດແຫ່ງຄວາມສໍາເລັດແນວໃດກັນແດ່.   ທາງ​ທີ​ມງານ​ໄດ້​ເບິ່ງ​ຄລິບ​ດີໆ​ທີ່​ລວບ​ລວມຈາກ​ທ່ານ​ອີ​ແວນ ຄາ​ມິ​ເຊ​ລ (Evan Carmichael) ກ່ຽວ​ກັບ 10 ຫຼັກການ​ແຫ່ງ​ຄວາມ​ສຳ​ເລັດຂອງ JACK MA ຈິ່ງ​ຢາກ​ແບ່ງປັນ​ແຮງ​ບັນດາ​ໃຈດີໆ​ໃຫ້​ກະຕຸ້ນ​ພະລັງ​ໃນ​ຕົວ​ທ່ານ.

ຈາກວິດີ 10 ກົດຄວາມສໍາເລັດຂອງ JACK MA ພໍ​ສະຫຼຸບ​ໄດ້​ແບບສັ້ນໆດັ່ງນີ້: “Get used rejection”     ບໍ່ຕ້ອງໄປຢ້ານກັບການປະຕິເສດ ເພາະການຖືກປະຕິເສດ ບໍ່ໄດ້ໝາຍຄວາມວ່າທ່ານບໍ່ດີສະເໝີໄປ“Keep your dream alive”     ພະຍາຢາມຢຶດຕິດກັບຄວາມຝັນຂອງທ່ານໄວ້ ເພາະມັນອາດຈະເປັນຈິງໄດ້ໃນມື້ໜຶ່ງ“Focus on culture”   ເຂົ້າໃຈໃນວັດຕະກໍາ ແລະພຶດຕິກໍາຂອງຄົນໃນອົງກອນຂອງທ່ານໃຫ້ດີ ກ່ອນທີ່ຈະຄິດເຖິງປະໂຫຍດເລື່ອງເງິນແຕ່ຢ່າງດຽວ“Ignore the #Little Man”   ບໍ່ຕ້ອງໃສ່ໃຈສຽງຕໍ່ຕ້ານນ້ອຍໆ ເພາະບໍ່ມີການເຮັດຫຍັງແລ້ວບໍ່ມີຝ່າຍຕໍ່ຕ້ານເລີຍ ຖ້າທ່ານຄິດວ່າເຮັດດີແລ້ວບໍ່​ເດືອນ​ຮ້ອນ​ໃຜ ​ເຮັດ​ໄປ​ໂລດ!“Get inspired”   ລອງຫາແຮງບັນດານໃຈຈາກສິ່ງຮອບຕົວທ່ານເຊັ່ນ ຮູບເງົາດີໆທີ່ໃຫ້ແງ່ຄິດ ກໍ່ມີສ່ວນຊ່ວຍໃນການໃຫ້ແງ່ມຸມດີໆໃນການດໍາເນີນຊີວິດໄດ້ “Stay focused, the need to say no”   ຕ້ອງຮູ້ຈັກເວົ້າຄໍາວ່າ “ບໍ່” ແລະ ກ້າປະຕິເສດສິ່ງທີ່ບໍ່ໄດ້ຢູ່ໃນເປົ້າໝາຍຂອງທ່ານ“Choose a good company name”     ຊື່ດີ ມີໄຊເຄິ່ງໜຶ່ງ!

ຊື່ດີ ຈື່ງ່າຍ ໃຜໆກໍ່ນຶກເຖິງ“Customers are #1”     ລູກຄ້າຕ້ອງມາທີ່ໜຶ່ງສະເໝີ!“Don’t complain, look for opportunities”   ທຸກຄັ້ງທີ່ມີການສະແດງຄວາມບໍ່ພໍໃຈ ເຮົາຢ່າເບິ່ງເປັນເລື່ອງທີ່ບໍ່ດີ ໃຫ້ເບິ່ງສິ່ງນັ້ນເປັນໂອກາດທີ່​ເຮົາຈະສ້າງສິ່ງໃໝ່ໆ ຫຼື ພັດທະນາສິ່ງຕ່າງໆໃຫ້ດີຍິ່ງຂຶ້ນ“Have passion, right from day 1”   ມີຄວາມເຊື່ອວ່າ ເຮັດທຸກຢ່າງດ້ວຍພະລັງຄວາມຕັ້ງໃຈ ແນວໃດກໍ່ສໍາເລັດ!   ດ້ວຍພະລັງຄວາມຕັ້ງໃຈຂອງ JACK MA ໄດ້ຊຸກຍູ້ໃຫ້ລາວໄດ້ເປັນໜຶ່ງໃນເສດຖີທີ່ລວຍທີ່ສຸດໃນປະເທດຈີນ​ໃນປະຈຸບັນເລີຍກໍ່ວ່າໄດ້ ແລະຈາກການສະເໜີຂາຍຫຸ້ນໃນອາເມລີກາທີ່ຜ່ານມາ ຖືໄດ້ເປັນວ່າໜຶ່ງໃນມະຫາກໍາ IPO

(Initial Public Offering: ໝາຍ​ເຖິງຫຸ້ນ​ທີ່​ຖືກ​ສະ​ເໜີ​ຂາຍ​ໃຫ້​ກັບ​ປະຊາຊົນ​ທົ່ວ​ໄປ​ເປັນ​ຄັ້ງ​ທຳ​ອິດ ກ່ອນຊື້​ຂາຍ​ໃນ​ຕະຫຼາດ​ຫຼັກ​ຊັບ) ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດອາເມລີກາເລີຍ.

Continue Reading

ທົ່ວໄປ

ການບິນໄທ!ກຽມຍຸບສາຍ ໄທສະມາຍ ໃນທ້າຍປີ2023ນີ້

Published

on

By

ສຳນັກຂ່າວໄທລາຍງານ: ວັນທີ 14 ພຶດສະພາ 2023 ຜ່ານມາ, ທ່ານ ຊາຍ ອ່ຽມສິຣິ ປະທານຜູ້ບໍລິຫານ (CEO)

ບໍລິສັດການບິນໄທ ໄດ້ເປີດເຜີຍຄວາມຄືບໜ້າຂອງແຜນຄວບລວມສາຍການບິນໄທ ກັບສາຍການບິນໄທສະມາຍ …

Continue Reading

ທົ່ວໄປ

ຊົມເຊີຍ!ເຈົ້າຫນ້າທີມອບ ຄືນລົດຈັກ2ຄັນ ທີ່ຖືກລັກໃຫ້ເຈົ້າຂອງ

Published

on

By

ໃນວັນທີ 25 ເມສາ 2023 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຜົ້ງສາລີ ໄດ້ມອບລົດຈັກ ເວັບ 100 ສີດໍາແດງ 1 ຄັນ ແລະ ສີຂຽວດໍາ 1 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ.

ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເດືອນກຸມພາ 2023 ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍໄດ້ລັກລົດຈັກທີ່ຈອດໄວ້ຢູ່ເຮືອນໄປ. ສະນັ້ນ, ຄະນະຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາການ ລົງເກັບກໍາຂໍ້ມູນ ແລະ ມາໃນວັນທີ 18 ກຸມພາ 2023 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ມີ ວົງສາ ອາຍຸ 48 ປີ………

Continue Reading

ທົ່ວໄປ

ປະໂທ້!ອັດຕາເງີນບາດ ມື້ນີ້ສູງຂຶ້ນເຖີງ +518ແລ້ວ

Published

on

By

ອັດຕາແລກປ່ຽນເງິນຕາ ປະຈຳວັນທີ 26 ເມສາ 2023

#ຂ່າວຮູບພາບລາວພັດທະນາ#ອັດຕາແລກປ່ຽນ

อาจเป็นรูปภาพของ ข้อความ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້