ຊ່ວຍເຫຼືອ
ຂໍສັງຄົມຈົ່ງເຫັນໃຈ ຂໍຄົນລະແຊຣ ວອນສັງຄົມຊ່ວຍປະກອບສ່ວນສ້ອມແປງລົດກູໄພ້ດ້ວຍ.

ເສຍເວລາອ່ານຫນ້ອຍຫນຶ່ງຈາກໃຈກູ້ໄພ
ຫລາຍໆຄົນກໍທຳບຸນຊ່ວຍເຫລືອຫລາຍໆດ້າຍ ຊ່ວຍຜູ້ປ່ວຍທຸກຍາກຊ່ວຍສົບອານາຖາຊ່ວຍ ແລະຫລາຍໆຢ່າງ??

ແລ້ວແນມຂ້າມກູ້ໄພທີ່ຕ້ອງການທ່ານຊ່ວຍເຫລືອເຊັນກັນ ພວກເຮົາລະດົມໃຫ້ຜູ້ອື່ນທີ່ຕ້ອງການຄວາມຊ່ວຍເຫລືອ ຊ່ວຍສົບທຸກຍາກ ຊ່ວຍໄພພິບັດ ຊ່ວຍທ່ານໃນຍາມສຸກເສີນ ແຕ່ເຮົາຮ້ອງຂໍທ່ານແຕ່ທ່ານແນມຂ້າມ ລົດສຸກເສີນຂອງກູ້ໄພເມືອງປາກງື່ມມີພຽງ 1 ຄັນທີ່ອອກເຫດຮັບໃຊ້ສັງຄົມທັງພາຍໃນເມືອງແລະເຂດໃກ້ຄຽງ ແມ່ນເກີດການເປເພ ແລະທາງສູນກໍມີງົບພຽງນ້ອຍນິດທີ່ຈະສ້ອມແປງ

ລົດຄັນນີ້ກໍຊ່ວຍມາຫລາຍຊີວິດນັບບໍ່ຖ້ວນຊ່ວຍສົ່ງຜູ້ທີ່ປະສົບໄພໄປໂຮງຫມໍໃນຍາມສຸກເສີນ ເກີດເພມາແລ້ວ ຖາມຫາຜູ້ຊ່ວຍສ້ອມແຊມຄົນເລັກນ້ອຍແມ່ນຫາຍາກສຳຫລັບພວກເຮົາທີ່ຈະມີຜູ້ໃຈດີມາຊ່ວຍສ້ອມແລະຄໍ້າຊູ ເນື່ອງຈາກເຮົາເປັນສູນນ້ອຍ ທີ່ຫ່າງໃກ ແຕ່ການຊ່ວຍທ່ານພວກເຮົາແມ່ນບໍ່ຫວັງຜົນຕອບແທນໃດໆ
ແລະພາບລຸ່ມນີ້ຄືພາບເຫດການສ່ວນ 1 ທີ່ລົດຄັນນີ້ໄດ້ຮັບໃຊ້ສັງຄົມທີ່ຜ່ານມາ.

ຈຶ່ງວອນສັງຄົມຊ່ວຍປະກອບສ່ວນຊ່ວຍຊີວິດລົດພວກເຮົາດ້ວຍ
( ກູ້ໄພຄືແນວໜ້າຂອງປະຊາຊົນ ຍາມເມື່ອປະຊາຊົນຕ້ອງການທຸກເວລານາທີ )
ປະຈຸບັນທາງທີມງານຂອງພວກເຮົາມີຄວາມຈຳເປັນໃນການອອກຮັບ-ສົ່ງຜູ່ປ່ວຍ ເນື່ອງຈາກລົດເພແລະບໍ່ມີງົບສ້ອມແຊມ
ສະນັ້ນ ຈຶ່ງວອນສັງຄົມຊ່ວຍຄ່າສ້ອມແປງທີ່ຍັງເຫລືອ ມູນຄ່າ 5.865.000 ກີບ ພວກເຮົາແມ່ນເຄີຍຂໍຄວາມຊ່ວຍເຫລືອນັບແຕ່ວັນທີ 12/10/2020 ຍັງບໍ່ທັນມີໃຜຊ່ວຍເຫລືອ.

ແລະຊ່ວຍປະກອບສ່ວນຊື້ຕຽງໃສ່ຄົນເຈັບເນື່ອງຈາກໂຕເກົ່າແມ່ນເປເພພໍສົມຄວນ ມູນຄ່າ 22000 ບາດ
ເພາະວ່າທີມງານຂອງພວກເຮົາແມ່ນໄດ້ອອກເຮັດວຽກຊ່ວຍສັງຄົມຕະຫຼອດເວລາເພື່ອນຳມາສົ່ງໂຮງໝໍ ຈຶ່ງຂໍວອນສັງຄົມຄິດເຫັນໃຈແລະຕອບສະໜອງໃຫ້ແກ່ພວກເຮົາດ້ວຍ 🙏🏻🙏🏻🙏🏻

ທ່ານສາມາດບໍລິຈາກຜ່ານ BCEL ໂດຍໃສ່ເບີໂທເລກທີ
02054323636 ອອກຊື່ ບຸນຄໍ້າ ຫລວງລາດ ສະກຸນເງິນກີບ
ແລະ ເລກທີ:010120001278328001
ຊື່ບັນຊີ ຄະນະບໍລິຫານງານ: BOUNKHAM LUANGLATH ເປັນບັນຊີກາງຂອງຫນ່ວຍກູ້ໄພອາສາເພື່ອປະຊາຊົນ
{ລະບຸເຫດຜົນທີ່ບໍລິຈາກດ້ວຍ}

ຫລືສາມາດມາບໍລິຈາກດ້ວຍໂຕທ່ານເອງທີ່ ສູນກູ້ໄພອາສາເພື່ອປະຊາຊົນ ເຂດ 4 1624
ຕັ້ງຢູ່ ບ້ານ ບໍ່ເຫຼັກເມືອງໄຊທານີ ນະຄອນຫລວງວຽງຈັນ
🔜ໂທສອບຖາມຂໍ້ມູນເພີ້ມເຕີມ : 020 5432 3636, 02098483839🚨🚨🚑🚑

.

.

.

.

.

.

.


ຊ່ວຍເຫຼືອ
ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ
ເດີນທາງໄກ້ຈະປອດໄພ ໜຸ່ມວິນ
ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

…

….

….

….

ຄລິບ
ຊ່ວຍເຫຼືອ
ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

ຊ່ວຍເຫຼືອ
ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ
ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ