ບົດຄວາມ
ຄອບຄົວຄວາມຝັນພັງທະລາຍເພາະຜົວຂ້ອຍຖືກຂອງ…ຕອນນີ້ປ່ຽນໄປກາຍເປັນຂອງຄົນອື່ນ(ເລື່ອງເລົ່າຊິວີດຈີງ)

ສະບາຍດີແອັດ ຜົວຂອງຂ້ອຍກາຍເປັນຂອງຄົນອື່ນຍ້ອນຖືກຂອງ ຄອບຄົວຄວາມຝັນແລະທຸກໆຢ່າງມັນພັງທະລາຍໄປພຽງຄຳວາຫລິ້ນຊື່ໆ ຜົວຂ້ອຍເຮັດວຽກອາກອນສ່ວນຂ້ອຍເປັນຄູສອນ ຜົວທີ່ແສນດີອົບອຸ່ນມີເວລາໄຫ້ແລະໄຫ້ເງິນເມຍທຸກເດືອນ ຮັກລູກຮັກເມຍ ແຕ່ດ້ວຍຄວາມຫ່າງໄກກັນພຽງນ້ອຍນິດ ຈາກຜົວທີ່ແສນດີ ກໍ່ກາຍເປັນຄົນລະຄົນ ຈາກທີ່ທຸກເທືອທີ່ພັກຜົວຈະກັບມາເຮືອນທຸກຄັ້ງພ້ອມຊື້ກຸ້ງປາຫມຶກບໍ່ກໍ່ຫມາກໄມ້… ຄວາມຮູ້ສຶກເລີ່ມແປກເລີມຮູ້ສຶກວາຜົວປ່ຽນໄປ ເລີຍໂທໄຫ້ຄົນຮູ້ຈັກສຶບໄຫ້ແລະໄດ້ຮູ້ວາຜົວເຮົາຫລິ້ນສາວ

ຕອນນັ້ນນຳ້ຕາໄຫລແບບບໍ່ຮູ້ໂຕບໍ່ເຊື່ອວາຜົວຈະເຮັດແບບນີ້ ຄອບຄົວທີ່ສົມບູນມີລົດມີເຮືອນແລະລູກສອງຄົນທີ່ກຳລັງຫນ້າຮັກຫລັງຈາກນັ້ນຂ້ອຍກໍ່ພະຍາຍາມໂທກຳກັບຜົວເຕັມທີ່ໂທເຫັນຫນ້າ …ເພືອບໍ່ໄຫ້ຜົວມີໂອກາດລັກໄປ ແຕ່ບໍ່ເປັນຜົນ ທິດນັ້ນຜົວໃດ້ກັບມາເຮືອນແລະຂ້ອຍໄດ້ລັກເບິ່ງໂທລະສັບເຫັນແຊດເຫັນຮູບທີ່ກອດກັນ…ເລີຍເກີດປາກສຽງກັນພ້ອມນຳ້ຕາທີ່ມັນໄຫລຫົວໃຈທີແສນເຈັບເຈັບບໍ່ມີແນວບັນຍາຍ ຄຳຕອບຂອງຜົວຄືຂໍໂທດຫລິ້ນຊື່ໆຂ້ອຍຮັກເຈົ້າເລືອກເຈົ້າແລະລູກ.. ຂ້ອຍໄຫ້ອະໄຟແລະປ່ຽນໂທສັບພ້ອມເບີກັນໃຊ້ ຫລັງຈາກນັ້ນຜົວກໍ່ໄປວຽກອີກຕາມເຄີຍ ຜູ້ຍິງຄົນນັ້ນກໍ່ແຊດມາ ແລະໄດ້ມີການໂຕ້ຕອບໄປວາຂ້ອຍຄືເມຍເຈົ້າຢ່າມາວຸ້ນວາຍແລະແຊດມາຫາອີກຜູ້ຊາຍຄົນນີ້ມີເມຍມີຄອບຄົວແລ້ວ

ຜົວຂ້ອຍກໍ່ກັບມາເຮືອນປົກກະຕິທຸກວັນເສົາແລະອາທິດ ແຕ່ຫລັງຈາກນັ້ນພຽງສາມອາທິດ ຜົວກໍ່ປ່ຽນໄປບໍ່ກັບມາໂທຫາບໍຮັບບາງເທືອກໍ່ຕິດຕໍ່ບໍໃດ້ ຂ້ອຍບໍມີທາງເລືອກຈຶ່ງໃດ້ບອກພໍ່ແມ່ແລະປູ່ຍ່າ ສຸດທ້າຍຜົວກໍ່ມາເວົ້າກັນ ແຕ່ຜົວຂ້ອຍເລືອກທີ່ຢາກຢ່າແລະບໍ່ເອົາຫຍັງທັງລູກເເລະເຮືອນຂໍພຽງລົດ ວິນາທີນັ້ນຂ້ອຍເຈັບໃຈຈົນເວົ້າບໍ່ອອກແຕ່ແນມເບິ່ງຫນ້າຜົວຄືຄົນລະຄົນ ເເສນເຈັບປວດເສຍໃຈເສຍຄວາມຮູ້ສຶກແລະເຈັບໃດກໍ່ບໍ່ເທົ່າເຈັບຜົວນອກໃຈໄປມີຄົນອື່ນ ໃນການເວົ້າແລະໂອ້ລົມຄັ້ງນີ້ຜູ້ໄຫຍ່ເລີຍໄຫ້ຫ່າງກັນ3ເດືອນເພືອທີ່ຈະໄຫ້ໂອກາດກັນໄດ້ຄິດ ໃນໄລຍະເວລານີ້ຜົວບໍ່ເຄີຍໂທມາລູກໄຂ້ກໍ່ບໍ່ສົນໃຈໃຍດີ ຄວາມທຸກຂ້ອຍຫາແນວປຽບບໍ່ໃດ້ຂ້ອຍຕ້ອງເຂັ້ມແຂງເພືອລູກແລະຕ້ອງທຳໃຈໄປວຽກປົກກະຕິ ຈົນຫມູ່ໃນບ່ອນເຮັດວຽກທີ່ສະຫນິດກັນແນະນຳ ໄຫ້ໄປເບິ່ງໄພ້ຂ້ອຍຕັດສິນໃຈໄປ ແລະສິ່ງນີ້ຄືທາງອອກ ເບິ່ງໄພ້ແລ້ວເພິນບອກວ່າຜົວເຈົ້າຖືກຂອງຕຳ່ຂອງເປື້ອນຖ້າເຈົ້າໄປແກ້ເຈົ້າຈະໄດ້ຜົວເຈົ້າຄືນມາ

ໃນວິນາທີນັ້ນຂ້ອຍບໍ່ເຊື່ອເພາະຜູ້ຍິງທີ່ຜົວຂ້ອຍຫລິ້ນເປັນຄົນງາມ ຜົວຄົງຈະມັກຄວາມງາມຂອງຜູ້ຍິງຄົນນັ້ນ ຂ້ອຍກັບມາເຮືອນພ້ອມນອນຄິດວາຈະຍອມປ່ອຍຜົວໄປແລ້ວລ້ຽງລູກຄົນດຽວ ຫລືຈະລອງສູ້ຕໍ່ ຄຳຕອບທີ່ມາສະກິດໃຈຄື ຂ້ອຍຈະຂໍສູ້ອີກຄັ້ງຂ້ອຍເລີຍຕັດສິນໃຈໄປເເກ້ຕາມທີ່ເບິ່ງມາຫລັງຈາກນັ້ນພຽງ5ວັນສຽງໂທສັບຂ້ອຍດັງແລະສາຍນັ້ນຄືຜົວຂ້ອຍເອງໂທມາຫາຫລັງຈາກທີ່ບໍ່ໃດ້ໂທມາເປັນເດືອນ ຂ້ອຍຮັບສາຍພ້ອມໄດ້ຍິນຄຳເວົ້າຂອງຜົວວາມື້ອື່ນຈະມາຫາ ຂ້ອຍຍິ້ມທັງນຳ້ຕາດ້ວຍຄວາມດີໃຈ

ຫລັງຈາກທີ່ລາວກັບມາລາວກໍ່ປົກກະຕິຊວນພາລູກໄປໄອເຕັກ ໄປຊະລອຍນຳ້ … ໄປວຽກແລະກັບມາທຸກວັນພັກ ຜ່ານໄປສອງທິດຂ້ອຍຕັດສິນໃຈຖາມຜົວໂຕເອງວ່າເຫດການເປັນແບບໃດ ຄຳຕອບທີ່ໃດ້ຈາກຜົວຄື ຕອນນັ້ນພຽງຄິດຢາກຄົບຫລິ້ນໆ ແລະຂ້ອຍພ້ອມເວົ້າໄຫ້ຜົວຟັງວາເຫດການນີ້ຜົວຖືກຜູ້ຍິງຄົນນັ້ນເອົາມົນຄາຖາແລະເລືອດປະຈຳເດືອນໄຫ້ຜົວກິນຜົວຂ້ອຍໂອບກອດຂ້ອຍພ້ອມຄຳເວົ້າທີວາຂໍໂທດຕໍ່ໄປຈະບໍ່ໄຫ້ເກີດເຫດການແບບນີ້ແລະຈະຈົດຈຳມັນໄປຮອດມື້ຕາຍບໍ່ຄາດຄິດວາຜູ້ຍິງງາມໆຈະເຮັດແບບນີ້

ນະປະຈຸບັນຂ້ອຍແລະຜົວກໍ່ມີຄວາມສຸກແລະຮັກແພງກັນດີ ຂ້ອຍຢາກຝາກເຕືອນຜູ້ຊາຍທຸກຄົນຄຳວາຫລິ້ນໆຊື່ໆຂອງເຈົ້າອາດຈະເຮັດໄຫ້ອີກຊີວິດຫນຶ່ງພັງແລະເຈັບປວດທໍ່ລະມານພຽງໃດ ຖ້າຕັດສີນໃຈແຕ່ງງານກໍ່ຂໍໄຫ້ຈົ່ງຮັກສາຄອບຄົວທີ່ມີໄຫ້ມັນມີແຕ່ຄວາມສຸກບໍ່ມີໃຜຈະຮັກເຈົ້າເທົ່າກັບຄອບຄົວ
ບົດຄວາມ
5 ດວງ ວັນເກີດນີ້ ຈະລຳລວຍແບບຢຸດ ໝົດເຄາະກຳ ເງິນທອງໄຫຼມາ 2023 ນີ້

ດວງ 5 ວັນເກີດນີ້ ຈະລຳລວຍແບບຢຸດບໍ່ໄດ້ ລວຍຈົນຄົນອື່ນອິດສາ.

+ ຄົນທີ່ເກີດວັນຈັນ : ຕາມຄຳທຳນາຍໄດ້ກ່າວວ່າ ຕະຫຼອດທັງປີນີ້ ການງານງານຈະມີການປ່ຽນແປງໃນທາງທີ່ຂື້ນ ອາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ປັບເງິນເດືອນຂື້ນ ມີໂອກາດໄດ້ບອກລາຄວາມຈົນ ນອກຈາກນີ້ໃນຊວງເວລານີ້ ຍັງສາມາດຈັດສັນໃນເລື່ອງດານເງິນ ມີເງິນເກັບ ເງິນໃຊ້ບໍ່ຂາດມື ໃຜເປັນເຈົ້າຂອງທຸລະກິດຈະເລີນກ້າວໜ້າ ຄົນໂສດໄດ້ພົບເນື້ອຄູ່ ຄົນມີຄູ່ຮັກກັນໝັ້ນຄົງ ຊີວິດມີແຕ່ຄວາມສຸກສົມຫວັງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນອັງຄານ : ຕາມຄຳທຳນາຍໄດ້ກ່າວວ່າຕະຫຼອດທັງປີນີ້ ທາງດ້ານການເງິນຈະດີຫຼາຍ ເລີ່ມຕັ້ງຫຼັກເລື່ອງການເງິນໄດ້ ໄດ້ເລື່ອນຂັ້ນຕຳແໜ່ງ ເລື່ອນຂຶ້ນເງິນເດືອນຂື້ນ ພ້ອມມີເກນໂຊກດີ ມີໂອກາດຖືກລາງວັນໃຫຍ່ ນອກຈາກນີ້ຍັງສາມາດຊອກທາງຫາເງິນໄດ້ຫຼາຍຊ່ອງທາງ ດວງການເງິນໂດດເດັ່ນຫຼາຍປີນີ້. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພຸດ : ຕາມຄຳທຳນາຍໄດ້ກ່າວວ່າ ໃນໄລຍະ 2-3 ປີຫຼັງຊີວິດມີແຕ່ຄວາມລຳບາກ ການເງິນບໍ່ດີ ຕ້ອງຫ່ວງໜ້າຫ່ວງຫຼັງ ຕະຫຼອດ ທັງປີນີ້ ເປັນຈັງຫວະຊີວີດມີແຕ່ຄວາມໂຊກດີ ເປັນປີແຫ່ງມະຫາໂຊກຂອງທ່ານ ການເງິນຄ່ອງຕົວຂື້ນ ໝູນເງິນທັນ ມິໂອກາດໄດ້ໂຊກໃຫຍ່ຈາກການສ່ຽງດວງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພະຫັດ : ຈາກການທຳນາຍວ່າ ຕະຫຼອດທັງປີນີ້ ທ່ານຈະມີໂຊກໃຫຍ່ ເຮັດຫຍັງກໍປະສົບຜົນສຳເລັດ ການເງີນໂຊກລາບມາແຮງ ດວງການງານເດັ່ນ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ເລື່ອນເງິນເດືອນຂື້ນ ຊີວິດຢູ່ດີມີສຸກ ຄອບຄົວມີແຕ່ຄວາມສຸກຕະຫຼອດປີໃໝ່. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນສຸກ : ຕາມຄຳທຳນາຍ ປິ 2021 ດວງດີທີ່ສຸດ ຊີວິດຜິກຜັນ ໝົດທຸກ ໝົດໂສກ ມີງານໃຫຍ່ລໍຖ້າຢູ່ ດວງຊາຕາໃນຊວງເວລານີ້ ມີເກນໄດ້ຊັບກ້ອນໃຫຍ່ ຈາກການສ່ຽງໂຊກ ແບບບໍ່ຄາດຝັນເລີຍລະ ຄວນທຳບຸນ ເພື່ອເສີມດວງຊາຕາຂອງທ່ານ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.
ບົດຄວາມ
ເງິນ 2ແສນກີບ ຂອງແຕ່ລະຄົນບໍ່ເທົ່າກັນ ໂຊກດີເທົ່າໃດແລ້ວທີ່ມີເພີ່ນເປັນພໍ່ແມ່

ເງິນ 200,000ກີບ #ເຮັດໃຫ້ຂ້ອຍນ້ຳຕາໄຫລໄດ້ 🥺
ມີພໍ່ລຸງຄົນ1 ມາຫາຢູ່ຮ້ານ ລາວຈັບເງິນມາ ໂອນເງິນໃຫ້ລູກຊາຍພໍ່ແນ່ ລູກຊາຍບໍ່ມີເງິນຈ້າງລົດມາວຽງ

ແຟນຖາມ : ລູກຊາຍໄປໃສ..??
ພໍ່ລຸງ : ລູກໄປຮຽນຢູ່ຕ່າງແຂວງ ຢາກກັບມາຫລີ້ນບຸນທາດຫລວງ
ພໍ່ບໍ່ຮູ້ເຮັດ #ຢາກໃຫ້ໂອນໃຫ້ລູກຊາຍ ຢາກເຫັນຫນ້າລູກ🥺
ຂ້ອຍ : ໄດ້ຍິນຈົນນຳ້ຕາແຕກ #ຄວາມຮັກຂອງພໍ່ເນາະ
ມີເທົ່າໃດໃຫ້ລູກໄດ້ຫມົດ ຂໍແຕ່ໄດ້ເຫັນລູກ🥺
ເງິນ200,000ຂອງຄົນເຮົາ ມັນມີຄ່າບໍ່ເທົ່າກັນອີຫລີ💙
ບາງຄົນເຂົ້າຄາບດຽວ ກໍ່ຫມົດ
ບາງຄົນເສື້ອຜືນດຽວກໍຫມົດ ແຕ່ສຳຫລັບບາງຄົນ #ມັນຄືຄວາມຮັກແລະຄວາມຫວັງຂອງຜູ້ລໍຄອຍ ຂໍໃຫ້ລູກຊາຍເຈົ້າເດີນທາງປອດໄພ ມາຮອດບ້ານຮອດເຮືອນ ສົມຄວາມຕັ້ງໃຈເຈົ້າເດີ ພໍ່ລຸງ😊
ຮັກພໍ່ແມ່ໃຫ້ຫລາຍໆເດີ #ເຈົ້າໂຊກດີທີ່ມີພໍ່ທີ່ຮັກເຈົ້າຂະຫນາດນີ້✌️🥺
ທີ່ມາ:

ບົດຄວາມ
ປະຫວັດທະນາຄານ ການຄ້າ ຕ່າງປະເທດລາວ ທະນາຄານທີ່ໃຫຍ່ທີ່ສຸດ ແລະ ເປັນທະນາຄານທຸລະກິດທີ່ມີອາຍຸຫຼາຍສຸດຂອງປະເທດລາວ

ປີນີ້ ຄົບຮອບ 33 ປີ ໃນການສ້າງຕັ້ງທະນາຄານການຄ້າຕ່າງປະເທດລາວ (BCEL) ດັ່ງນັ້ນມື້ນີ້ ສື່ລາວ ຈະມາເລົ່າປະຫວັດທະນາຄານການຄ້າ ໃນການກ້າວສູ່ທະນາຄານອັນດັບຫນື່ງໃນ ສປປ ລາວ
ທະນາຄານການຄ້າຕ່າງປະເທດລາວ (BCEL) ມີຈຸດເລີ່ມຕົ້ນຈາກການເປັນສາຂາໃຫ້ກັບທະນາຄານກາງ ໂດຍໄດ້ປະຕິບັດພາລະບົດບາດພິເສດຄື ເປັນທະນາຄານແຫ່ງດຽວ ໃນ ສປປ ລາວ ທີ່ສາມາດດຳເນີນທຸລະກິດກັບສາກົນ (Inter Banking), ຄຸ້ມຄອງບັນດາເງິນຊ່ວຍເຫຼືອລ້າ ແລະ ຄຸ້ມຄອງເງິນກູ້ຈາກຕ່າງປະເທດ

ຈົນມາຮອດປີ 1989 ລະບົບທະນາຄານປະເທດລາວໄດ້ແບ່ງເປັນ 2 ລະບົບໄດ້ແກ່: ທະຄານຄານກາງມີໜ້າທີ່ຄຸ້ມຄອງສະຖຽນລະພາບເງິນຕາ ແລະ ທະນາຄານທຸລະກິດເປັນຜູ້ໃຫ້ບໍລິການທາງການເງິນແກ່ປະຊາຊົນ ໃນເວລານັ້ນທະນາຄານທຸລະກິດແຍກອອກມາເປັນທະນາຄານທຸລະກິດເຕັມຮູບແບບໄດ້ແກ່ ທະນາຄານນະຄອນຫຼວງ ທະນາຄານເສດຖາທິລາດ ແລະ ທະນາຄານການຄ້າຕ່າງປະເທດລາວ ໂດຍມີພຽງສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ

ນັບແຕ່ນັ້ນມາທະນາຄານການຄ້າກໍ່ມີການດຳເນີນງານທີ່ມີປະສິດທິພາບມາຕະຫຼອດ ເຊິ່ງສັງເກດໄດ້ຈາກທະນາຄານທຸລະກິດອື່ນແຍກຕົວອອກມາຄືກັບທະນາຄານການຄ້າ ແຕ່ປະສົບບັນຫຼາຍດ້ານ ໂດຍສະເພາະຂາດປະສິດຕິພາບໃນການບໍລິຫານ ຕ້ອງຍຸບສາຂາ ແລ້ວນຳໄປໂຮມກັບທະນາຄານອື່ນ, ມີການປ່ຽນຊື່ທະນາຄານທຸລະກິດ ມີພຽງແຕ່ທະນາຄານຄ້າຕ່າງປະເທດລາວແຫ່ງດຽວທີ່ຍັງຍືດໜັ້ນຊື່ເດີມຈົນຮອດປະຈຸບັນ ຫຼືອາດເວົ້າໄດ້ວ່າເປັນທະນາຄານທຸລະກິດມີອາຍຸຫຼາຍສຸດໃນປະເທດລາວ

ມາປີ 2011 ທະຄານການຄ້າກໍ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນທະນາຄານທຳອິດໃນ ສປປ ລາວ ໃນນັ້ນຜູ້ຖືຫຸ້ນລາຍໃຫຍ່ແມ່ນກະຊວງ ການເງິນຖືຮຸ້ນ 70%(ປະຈຸບັນຍັງເຫຼືອ 60%) ພະນັກງານ ທຄຕລ 5%, ຄູ່ຮ່ວມຍຸດທະສາດ 10% ແລະ ມະຫາຊົນທົ່ວໄປ 15%

ຈົນມາໃນປະຈຸບັນທະນາຄານທຸລະກິດໃນລາວມີທັ້ງຫມົດ 37 ແຫ່ງ ແຕ່ທະນາຄານການຄ້າເປັນທະນາຄານທີ່ມີປະລິມານຄົນໃຊ້ບໍລິການຫຼາຍສຸດ ສະເເດງອອກໄດ້ຄື:
– ເປັນທະນາຄານທີ່ປະຊາຊົນລາວມາຝາກເງິນຫຼາຍສຸດ ຄິດເປັນ 48% ຂອງປະລິມານເງິນຝາກທັ້ງຫມົດໃນລະບົບເສດຖະກິດ
– ມີສັດສ່ວນປ່ອຍກູ້ຫຼາຍສຸດ ຄິດເປັນ 34% ຂອງປະລິມານສິນເຊື່ອທັ້ງຫມົດໃນລະບົບເສດຖະກິດ
– ມີ User ໃຊ້ແອບ BCELone ຫຼາຍສຸດ ແລະ ມີຈຳນວນສາຂາ ແລະ ຕູ້ ATM ຫຼາຍສຸດໃນປະເທດ
ລອງມາເບີ່ງຜົນການດຳເນີນງານທະນາຄານການຄ້າຕ່າງປະເທດລາວ 3 ປີຍ້ອນຫຼັງ
ປີ 2019 ລາຍໄດ້ລວມ 1.325.424 ລ້ານກີບ
ກຳໄລສຸດທິ 329.482 ລ້ານກີບ
ປີ 2020 ລາຍໄດ້ລວມ 1.383.454 ລ້ານກີບ
ກຳໄລສຸດທິ 223.036 ລ້ານກີບ
ປີ 2021 ລາຍໄດ້ລວມ 1.215.264 ລ້ານກີບ
ກຳໄລສຸດທິ 11.410 ລ້ານກີບ

ປິດທ້າຍ ຖ້າຖາມວ່າທະຄານການຄ້າກ້າວເປັນທະນາຄານອັນດັບໜື່ງໃນປະເທດລາວໄດ້ແນວໃດ? ແນ່ນອນທີ່ຜ່ານມາຈົນຮອດປະຈຸບັນທີ່ທະນາຄານການຄ້າປະຕິບັດຄື “ການສ້າງຄວາມໜ້າເຊື່ອຖື” ແລະ ພັດທະນານະວັດຕະກຳທາງການເງິນໃຫ້ຕອບສະໜອງໃຫ້ກັບຄົນທີ່ມາໃຊ້ບໍລິການທຸກຊ່ວງເວລາ
Reference: BCEL
ບົດຄວາມ: 10 STORY ເລື່ອງເລົ່າຂອງ 10
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ