ທົ່ວໄປ
ເຕືອນພໍ່ແມ່ ລະວັງລູກຕິດ ໄວຣັດ RSV ກຳລັງລະບາດໜັກ.

ຄິດມາດົນ ຄິດມາຫລາຍມື້ແລ້ວວ່າຈະເອົາລົງດີບໍ່ແຕ່ມື້ນີ້ຕັດສິນໃຈເອົາລົງເພື່ອເປັນອຸທາຫອນໃຫ້ແມ່ໆຫລາຍຄົນຢ່າສະລ້າໃຈເວລາທີ່ລູກບໍ່ສະບາຍ
➡️ໂລກນີ້ຜູ້ໃຫຍ່ສາມາດເປັນພາຫະນຳໂລກໄດ້ເຊັ່ນດຽວກັນເດີ້ ບໍ່ແມ່ນແຕ່ຈະຕິດຈາກເດັກສູ່ເດັກ

ບົດຄວາມນີ້ອາດຈະຍາວແນ່ ແຕ່ກະຫວັງວ່າຈະເປັນບົດຮຽນໃຫ້ຫລາຍໆຄົນ
ວັນທີ14-10-20 ອາລີສມີນັດຊັກວັກຊິນຢູ່ໂຮງຫມໍອະໄລແອນສ ມື້ທີ່ໄປມື້ນັ້ນຄົນເຈັບເຕັມໂຮງຫມໍຈົນບໍ່ມີບ່ອນນັ່ງ ແມ່ກະຄິດໃນໃຈວ່າລູກສິບໍ່ຕິດໂລກກັບມາຫວາ ເພ່ະຫ້ອງລໍຖ້າຂ້ອນຂ້າງແຄບ ແລະ ແອອັດ, ຫລັງຈາກນັ້ນກະຊັກຢາຕາມປົກກະຕິ ຫມໍກະແຈ້ງວ່າຢາໂຕນີ້ອາດຈະມີໄຂ້ຮຸ່ມໆ ເຮົາກະໂອເຄ

ກັບມາບ້ານອາລີສກະຍັງບໍ່ມີໄຂ້ ຈົນມາຮອດແລງວັນທີ15-10-20 ໄຂ້ເລີ່ມຂຶ້ນ ມີອາການໄອ ໄອຈົນຮາກ ເຮົາກະບໍ່ໄດ້ຄິດຫຍັງກະຄິດວ່າປົກກະຕິ ກະເລີຍບໍ່ໄດ້ພາລູກໄປຫາຫມໍ ເພາະນາງຈະໄຂ້ສະເພາະຕອນເດິກໆ ຕອນເວັນນາງຈະບໍ່ມີໄຂ້
ວັນທີ16-10-20 ໄຂ້ຍັງບໍ່ເຊົາ ເລີຍໂທໄປຫາຫມໍ ຖາມວ່າໄຂ້ວັກຊິນມັນຄືຍັງບໍ່ເຊົາເທື່ອ ເພາະປົກະຕິໄຂ້ຄືນທີ່ຊັກຢາເຊົ້າມາມັນກະເຊົາແລ້ວ ຫມໍເລີຍບອກວ່າຖ້າມື້ອື່ນຍັງມີໄຂ້ຢູ່ໃຫ້ເຂົ້າມາກວດ(ຄືນນີ້ກະມີໄຂ້ຂຶ້ນສູງ ແລະ ໄອຫມົດຄືນ ໄອຈົນໂຕຄົດໂຕງໍ)
ວັນທີ17-10-20 ໄດ້ເອົານາງໄປກວດ ແຕ່ໂຮງຫມໍຄິວເຕັມ (ເດັກນ້ອຍຫລາຍແຮງ) ໃນໃຈຄິດ ຍ້າຍໂຮງຫມໍດີກວ່າຍ້ານລູກຕິດrsv ເລີຍຍ້າຍໄປກວດຢູ່ລາວ-ອາຊຽນ ແຕ່ໂຮງຫມໍນັ້ນບໍ່ສາມາດກວດrsvໄດ້ ເລີຍກວດແຕ່ໄຂ້ເລືອດອອກ ແລະ ແຕ່ງຢາໃຫ້ກິນຕາມອາການ
ຈົນຮອດວັນທີ 19-10-20 ໄຂ້ນາງກະຍັງບໍ່ລົງ ໄອກະຫນັກກວ່າເກົ່າ ເລີຍຕັດສິນໃຈເອົາໄປກວດຢູ່ອະໄລແອນສຄືນ ປະກວດວ່າຕິດເຊື້ອ ຕອນໄດ້ຍິນຫມໍບອກວ່າ ຜົນກວດເປັນ positive ຫູແມ່ຈົນອຶ້ງນັ່ງຊຶງມີແຕ່ຄຳຖາມເຂົ້າມາໄປຕິດຢູ່ໃສ? ຕິດຕອນໃດ? ຕິດມາໄດ້ຈັ່ງໃດ? ຫລັງຈາກນັ້ນຫມໍກະຟັງປອດ ແລະ ໃຫ້ຜົ່ນຢາ ແຕ່ງຢາໃຫ້ກັບໄປກິນຢູ່ບ້ານ ເພາະໂຮງຫມໍເຕັມ
ທຸກຄາບຕ້ອງກິນຢາປະມານ4-5ຢ່າງ ແລະ ຜົ່ນຢາທຸກໆ6ຊົ່ວໂມງ ເພື່ອບໍ່ໃຫ້ຂີ້ສະເລດຫນຽວ ແລະ ລົງປອດງ່າຍ ໂຊກດີຂອງລູກທີ່ລູກບໍ່ມີນ້ຳມູກເລີຍ ມີແຕ່ໄອ

ຫມໍກວດພົບຄື ມີຂີ້ສະເລດໃນປອດຫນ່ອຍ1 ແລະ ຫລອດລົມອັກເສດ
ວັນທີ21-10-20 ຫມໍນັດເຂົ້າໄປກວດຄືນ ມື້ນີ້ນາງບໍ່ມີໄຂ້ ແລະ ອາການໄອກະລຼຸດລົງ ຫມໍບອກວ່າເປັນສັນຍານທີ່ດີແລ້ວ ຕອນນີ້ນ້ອງບໍ່ມີເຊື້ອ ແຕ່ກະຍັງຕ້ອງໄດ້ໃຊ້ເວລາໃຫ້ຫລອດລົມ ແລະ ອາການໄອເຊົາ ເພາະປົກກະຕິເດັກທີ່ເປັນໂລກນີ້ຈະໃຊ້ເວລາປົວຕ່ຳສຸດ2ອາທິດ ແຕ່ລູກສາວແມ່ນ1ອາທິດ ແລະ ບໍ່ມີນ້ຳມູກ ທີ່ເປັນເຫດໃຫ້ຫາຍໃຈຍາກ ຫມໍບອກໃຫ້ລົດຢາທຸກໂຕ ແລ້ວໃຫ້ກິນຢາກັນຫອບຫືດໃຫ້ຄົບ28ມື້ ຖືວ່າຈົບ

ຝາກເຕືອນພໍ່ແມ່ທຸກຄົນທີ່ມີລູກນ້ອຍ ວ່າຢ່າສະລ້າໃຈເວລາທີ່ລູກບໍ່ສະບາຍ ໃຫ້ພາໄປພົບຫມໍຈະດີກວ່າ ການທີ່ເຮົາປົວເອງເຮົາບໍ່ຮູ້ວ່າລູກເຮົາເປັນຫຍັງແທ້ ເພາະພະຍາດດຽວນີ້ຮ້າຍແຮງ ແລະ ລະບາດໄວກວ່າທີ່ເຮົາຄິດ
ຢາທີ່ໃຊ້ປົວພະຍາດນີ້ແມ່ນບໍ່ມີ ແຕ່ຈະປົວຕາມອາການ ອາລີສຈະໄດ້ຢາ: ແກ້ແພ້(ລົດນ້ຳມູກ), ຢາແກ້ໄອ(ຂະຫຍາຍຫລອດລົມ), ຢາຕ້ານເຊື້ອ, ຢາປົວຫລອດລົມອັກເສບ, ຢາຜົ່ນ, ຢາກັນຫອບຫືດ(ໂຕນີ້ສຳຄັນຫລາຍຕ້ອງກິນຄົບ28ມື້ ເພາະເດັກທີ່ເປັນໂລກນີ້ມີໂອກາດເປັນຫອບຫືດໄດ້ສູງໃນເວລາຂ້າງຫນ້າ)
ປລ: ລູກແມ່ນີ້ບໍ່ໄດ້ເຂົ້າໂຮງຮຽນປະຈຳ, ລູກຮຽນຢູ່ໂຮງຮຽນຊິຈິດະ ອາທິດລະຊົ່ວໂມງ..!
ຫລັງຈາກທີ່ຮູ້ວ່າລູກຕິດເຊື້ອແມ່ນີ້ໄດ້ກັກໂຕລູກເປັນເວລາ1ທິດ ເພື່ອບໍ່ເປັນການແຜ່ເຊື້ອສູ່ຄົນອື່ນ
ທົ່ວໄປ
ການບິນໄທ!ກຽມຍຸບສາຍ ໄທສະມາຍ ໃນທ້າຍປີ2023ນີ້

ສຳນັກຂ່າວໄທລາຍງານ: ວັນທີ 14 ພຶດສະພາ 2023 ຜ່ານມາ, ທ່ານ ຊາຍ ອ່ຽມສິຣິ ປະທານຜູ້ບໍລິຫານ (CEO)
ບໍລິສັດການບິນໄທ ໄດ້ເປີດເຜີຍຄວາມຄືບໜ້າຂອງແຜນຄວບລວມສາຍການບິນໄທ ກັບສາຍການບິນໄທສະມາຍ …

ທົ່ວໄປ
ຊົມເຊີຍ!ເຈົ້າຫນ້າທີມອບ ຄືນລົດຈັກ2ຄັນ ທີ່ຖືກລັກໃຫ້ເຈົ້າຂອງ

ໃນວັນທີ 25 ເມສາ 2023 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຜົ້ງສາລີ ໄດ້ມອບລົດຈັກ ເວັບ 100 ສີດໍາແດງ 1 ຄັນ ແລະ ສີຂຽວດໍາ 1 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ.
ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເດືອນກຸມພາ 2023 ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍໄດ້ລັກລົດຈັກທີ່ຈອດໄວ້ຢູ່ເຮືອນໄປ. ສະນັ້ນ, ຄະນະຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາການ ລົງເກັບກໍາຂໍ້ມູນ ແລະ ມາໃນວັນທີ 18 ກຸມພາ 2023 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ມີ ວົງສາ ອາຍຸ 48 ປີ………

ທົ່ວໄປ
ປະໂທ້!ອັດຕາເງີນບາດ ມື້ນີ້ສູງຂຶ້ນເຖີງ +518ແລ້ວ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ