ເລື່ອງເລົ່າເສົ້າໃຈ ສາວເລີກກັນກັບແຟນ ຍ້ອນຄອບຄົວແຟນກີດກັ້ນເພາະຕ່າງຊົນເຜົ່າ

ສະບາຍດີຂ້ອຍມີເລື່ອງປະສົບການກ່ຽວກັບຄວາມຮັກ ຢາກຂໍໃຫ້ເເອັດມິນເປັນສື່ກາງໃນການແຊຣ໌ປະສົບການຄວາມຮັກຂອງຂ້ອຍເພື່ອເຕືອນໃຫ້ຫລາຍໆຄົນທີ່ຕົກຍູ່ໃນພາວະດຽວກັນກັບຂ້ອຍ, ຂ້ອຍຊື່ນາງສ່ວນແຟນຂ້ອຍຊື່ເກນ ເຮົາຮັກກັນມາມາ3ປີ ຂ້ອຍເປັນຄົນບ້ານນອກທີ່ເຂົ້າມາຮຽນໃນເມືອງໃຫຍ່ບໍ່ຮູ້ສັງຄົມ ບໍ່ຮູ້ທາດແທ້ຂອງຄົນ

ຂ້ອຍກັບລາວຮັກກັນຫລາຍ ຢູ່ກີນນຳກັນມີຫຍັງຊ່ວຍເຫຼືອກັນທຸກຢ່າງ ທັງເວລາທຸກເວລາສຸກ ເຄີຍເລິກກັນຫລາຍຄັ້ງແລ້ວ ສຸດທ້າຍກະກັບມາຮັກກັນຄືເກົ່າ ຄອບຄົວຂອງເເຟນຂ້ອຍບໍ່ຄ່ອຍຈະຍອມຮັບໃນຕົວຂ້ອຍ, ທຸກຄັ້ງທີ່ຂ້ອຍຢູ່ກັບພວກເຂົາ ສາຍຕາທີ່ພວກເຂົາເບີ່ງຂ້ອຍ ເບີ່ງຄືຂ້ອຍເປັນຄົນຕ້ອຍຕຳ່ທັງບໍ່ໃຫ້ກຽດ ທັງເວົ້າໃສ່ໜ້າວ່າບໍ່ມັກຂ້ອຍ ເພາະຂ້ອຍເປັນຄົນຊົນເຜົ່າລາວລຸ່ມ ສ່ວນແຟນຂ້ອຍເປັນຄົນຊົນເຜົ່າຢ້າວ

ແຕ່ຂ້ອຍກະອົດທົນ ເພາະຄິດວ່າຄວາມດີສິສາມາດຊື້ໃຈຄົນໄດ້ ແຟນຂອງຂ້ອຍບອກຂ້ອຍໃຫ້ອົດທົນ ໃຫ້ເຊື່ອໃຈເຂົາ ຈົນມາຮອດປີນີ້ເປັນປີສຸດທ້າຍທີ່ຂ້ອຍຈະຮຽນຈົບ ເຮົາສັນຍາວ່າຈະມາຫມັ້ນຫມາຍຂໍແຕ່ງງານປີສິມານີ້, ແຕ່ພໍ່ແມ່ເຂົາເອົາເລື່ອງສາດສະໜາຮີດຄອງເຂົ້າມາຕັດສີນ ໂດຍການເອົາວັນເດືອນປີເກີດຂອງຂ້ອຍກັບແຟນໄປເບີ່ງນຳຫມໍຜີໂດຍເປັນຄົນຢ້າວຄືກັນກັບເຂົາແລ້ວແມ່ລາວກະບອກວ່າຂ້ອຍກັບແຟນບໍ່ສາມາດເຂົ້າກັນໄດ້(ບໍ່ແມ່ນເນື້ອຄູ່)

ວ່າຂ້ອຍນີ້ຫາກີນບໍ່ຂື້ນບໍ່ຮັກຄອບຮັກຄົວເອົາກັນໄປກະບໍ່ມີຄວາມສຸກມີແຕ່ທຸກໃຈສິໄດ້ປະໄດ້ຮ້າງ ເເລ້ວໃຫ້ແຟນຂ້ອຍມາບອກຂ້ອຍວ່າໃຫ້ເຮົາເລິກກັນສາ, ພໍ່ແມ່ລາວສິໃຫ້ລາວໄປແຕ່ງກັບຄົນຊົນເຜົ່າດຽວກັນກັບເຂົາເຈົ້າເຊີ່ງພໍ່ແມ່ໄດ້ຫາໃຫ້ແລ້ວສິໃຫ້ແຕ່ງງານໃນປີສິມານີ້ ຂ້ອຍບໍ່ຮູ້ຈະເວົ້າແນວໃດທັງເຈັບໃຈທັງເສຍໜ້າ ຂ້ອຍພະຍາຍາມຕິດຕໍ່ລາວທຸກທາງລາວກະບໍ່ຮັບໂທລະສັບຂ້ອຍ

ບຼັອກຂ້ອຍທຸກທາງ (ພໍ່ແມ່ກີດກັ້ນພວກຂ້ອຍທຸກທາງໂດຍບໍ່ຄິດເຫັນໃຈລູກ)ສັນຍາບໍ່ເປັນສັນຍາ, ເຫດການນີ້ສອນໃຫ້ຂ້ອຍຮູ້ວ່າຄວາມຮັກບໍ່ແມ່ນເລື່ອງຂອງຄົນ 2 ຄົນອີກຕໍ່ໄປຄວາມຮັກທີ່ພໍ່ແມ່ບໍ່ເຫັນດີສຸດທ້າຍແລ້ວມັນກະໄປບໍ່ລອດ, ຈາກເລື່ອງເລົ່າຊີວິດຈິງຂອງສາວຄົນນີ້ ກະຂໍເປັນກຳລັງໃຈ ແລະ ຂໍໃຫ້ຜ່ານຜ່າອຸປະສັກຈຸດໆນີ້ໃຫ້ໄດ້ ຄົນອື່ນບໍ່ຮັກກະຂໍໃຫ້ຮັກຕົວເອງ ແລະ ຍັງມີຄວາມຮັກຈາກພໍ່ແມ່ເຮົາທີ່ເປັນຮັກທີ່ພ້ອມຢູ່ຄຽງຂ້າງເຮົາສະເໝີ