ຊົມເຊີຍເຈົ້າໜ້າທີ່ ! ສະກັດຈັບພວກຄ້າຢາໄດ້ 3 ຄົນ ມີຢາໄອສ໌ ແລະ ເຮໂຣອິນ ລວມນ້ຳໜັກ 1.756 ກິໂລ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຊົມເຊີຍເຈົ້າໜ້າທີ່ ! ສະກັດຈັບພວກຄ້າຢາໄດ້ 3 ຄົນ ມີຢາໄອສ໌ ແລະ ເຮໂຣອິນ ລວມນ້ຳໜັກ 1.756 ກິໂລ

Published

on

ໃນວັນທີ 2 ພະຈິກ ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ສະກັດຈັບເປົ້າໝາຍຢາເສບຕິດລາຍໃຫຍ່ ໂດຍນຳໃຊ້ລົດກະບະ ຈຳນວນ 3 ຄັນ ຂົນຢາເສບຕິດຈຳນວນຫຼາຍ ຈາກແຂວງບໍ່ແກ້ວ ມຸ້ງໜ້າມາຕາມເສັ້ນທາງເມືອງແບງ, ສາມາດຈັບເປົ້າໝາຍໄດ້ 3 ຄົນ ພ້ອມຂອງກາງເຮໂຣອິນ 400 ແທ່ງ ໜັກ 152 ກິໂລກຼາມ ແລະ ຢາໄອສ໌ 1.604 ກິໂລກຼາມ, ປືນສັ້ນ 1 ກະບອກ ພ້ອມລູກປືນ 27 ລູກ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ລາຍງານ ຈະການລັກລອບຂົນຢາເສບຕິດຈຳນວນຫຼາຍ ມາແຕ່ແຂວງບໍ່ແກ້ວ ໂດຍນໍາໃຊ້ເສັ້ນທາງຜ່ານແຂວງອຸດົມໄຊ,ຈຶ່ງໄດ້ປະສານສົມທົບກັບ ປກສ ເມືອງປາກແບງ ອອກຈຸດກວດກາຢູ່ເສັ້ນທາງກິໂລແມັດ 139 ຈຸດທາງແຍກຂຶ້ນໄປທາງເມືອງຜາອຸດົມ ແຂວງບໍ່ແກ້ວ, ພໍຮອດເວ ລາປະມານ 22:30 ໂມງ ຂອງວັນທີ 2 ພະຈິກ ໄດ້ພົບເຫັນລົດເປົ້າໝາຍ ຈໍານວນ 3 ຄັນ ໄດ້ແລ່ນມາຮອດແຍກດັ່ງກ່າວ, ເມື່ອໄດ້ພົບເຫັນເຈົ້່າໜ້າທີ່ ລົດເປົ້າໝາຍກໍລ້ຽວກັບຄືນ.

ຈາກນັ້ນ, ເຈົ້າໜ້າທີ່ ປະຈໍາຈຸດດັ່ງກ່າວ ໄດ້ແຈ້ງໃຫ້ ປກສ ກຸ່ມບ້ານແຕງແວງ ອອກລັດສະກັດ ດ້ວຍການເອົາທ່ອນໄມ້ມາຂວາງທາງລົດ ມາຮອດເວລາປະມານ 23:00 ໂມງ ຂອງວັນດຽວກັນ ລົດເປົ້າໝາຍແລ່ນຮອດຈຸດບ້ານແຕງແວງ ຖືກເຈົ້າໜ້າທີ່ລັດ ແຕ່ບໍ່ຍອມຈອດ ແລ່ນຜ່າດ່ານຂອງເຈົ້າ ໜ້າທີ່ ໄດ້ຕໍາເອົາໄມ້ທີ່ຂວາງທາງໄວ້ ເຮັດໃຫ້ລົດເປົ້າ ໝາຍ 2 ຄັນ ເສຍຫຼັກລົງຮ່ອງຂ້າງທາງ ແລະ ອີກ 1 ຄັນ ສົກອັບໜ້າຫັກ ບໍ່ສາມາດໄປຕໍ່ໄດ້, ເປົ້າໝາຍທັງໝົດລົງຈາກລົດ ແລ່ນໜີເຂົ້າປ່າ.ຈາກນັ້ນ, ເຈົ້າໜ້າທີ່ໄດ້ໄລ່ຕິດຕາມ ສາມາດຈັບຕົວ ໄດ້ 3 ຄົນ ຄື: ທ້າວ ເອຍວ່າ ອາຍຸ 24 ປີ ບ້ານຫ້ວຍເງິນ ເມືອງຄອບ ແຂວງໄຊຍະບູລີ, ທ້າວ ຝົງວ່າ ອາຍຸ 35 ປີ ບ້ານຫ້ວຍສາລາ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ແລະ ທ້າວ ໄກຢາງ ອາຍຸ 29 ປີ ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ, ອີກຈໍານວນໜຶ່ງເອົາຕົວຫຼົບໜີ.

ຜ່ານການກວດຄົ້ນລົດ ທັງ 3 ຄັນ ຄື: ລົດຄັນທີ 1. ລົດກະບະວິໂກ້ແຊັມ ສີປອນທອງ ໝາຍເລກທະບຽນ ກກ 0579 ໄຊຍະບູລີ ມີຂອງກາງ ເຮໂຣອິນ ຈໍານວນ 4 ເປົາ ມີ 400 ແທ່ງ ນໍ້າໜັກ 152 ກິໂລກຼາມ ແລະ ຢາໄອສ໌ 10 ເປົາ ມີ 400 ຫໍ່ ນໍ້າ ໜັກ 400 ກິໂລກຼາມ; ລົດຄັນທີ 2. ລົດກະບະ ວິໂກ້ແຊັມ ສີຂາວ ໝາຍເລກທະ ບຽນ 0091 ປກສ, ມີຢາໄອສ໌ 15 ເປົາ ມີ 592 ຫໍ່ ນໍ້າໜັກ 592 ກິໂລກຼາມ, ປືນສັ້ນ 1 ກະບອກ ພ້ອມລູກ ປືນ 27 ລູກ ແລະ ລົດຄັນທີ 3. ລົດກະບະຣິໂວ້ ສີປອນທອງ ໝາຍເລກທະບຽນ ກຂ 8031 ກໍາແພງນະຄອນ ມີຢາໄອສ໌ 16 ເປົາ ມີ 612 ຫໍ່ ນໍ້າໜັກ 612 ກິໂລກຼາມ.

ໃນການມ້າງຄະດີຢາເສບຕິດຄັ້ງນີ້, ສາມາດຢືດຂອງກາງໄດ້ທັງໝົດ ຢາໄອສ໌ 41 ເປົາ ມີ 1.604 ຫໍ່ ນໍ້າໜັກ 1.604 ກິ ໂລກຼາມ, ເຮໂຣອິນ 4 ເປົາ ມີ 400 ແທ່ງ ໜັກ 152 ກິໂລກຼາມ, ລົດກະບະ 3 ຄັນ, ລົດຈັກ 1 ຄັນ, ປືນສັ້ນ 1 ກະບອກ ແລະ ໂທລະສັບ 3 ເຄື່ອງ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້