ການແພດຈີນວິໄຈ! ພົບເຊື້ອໂຄວິດ-19 ໃນນໍ້າເຊື້ອ ສະເປີມ ຜູ້ຊາຍ

ໃນວັນທີ 8 ພຶດສະພາ 2020 ການສຶກສາຫຼ້າສຸດຂອງນັກວິໄຈຈີນຈາກໂຮງໝໍ ຊາງຊິວ ສປ ຈີນ ນັກວິໄຈກວດພົບເຊື້ອໄວຣັສ ໂຄວິດ-19 ໃນນໍ້າອະສຸຈິ ຈຳນວນ 6 ຄົນ ຈາກທັງໝົດ 38 ຄົນ ໂດຍ ໃນນັ້ນ 4 ຄົນ ແມ່ນຢູ່ໃນຂັ້້ນຂອງການຕິດເຊື້ອແບບກະທັນຫັນ, ສ່ວນອີກ 2 ຄົນ ແມ່ນກວດພົບເຊື້ອໂຄວິດ ໃນອະສຸຈິ ຂະນະທີ່ຢູ່ໃນຂັ້ນການຟື້ນຕົວຈາກການປ່ວຍຈາກອາການໂຄວິດ-19

ເຊິ່ງຜົນການວິໄຈດັ່ງກ່າວໄດ້ຖືກເຜີຍແຜ່ໃນວາລະສານການແພດ ທີ່ມີການກວດພົບວ່າມີເຊື້ອໄວຣັສ ໂຄວິດ ໃນນໍ້າອະສຸຈິ ຜູ້ຊາຍ.

ຢ່າງໃດກໍ່ຕາມ ການສຶກສານີ້ຍັງບໍ່ໄດ້ກວດສອບລົງເລິກໄປເຖິງຂັ້ນທີ່ວ່າ ຈຳນວນເຊື້ອໄວຣັສດັ່ງກ່າວ ມີຢູ່ນໍ້າອະສຸຈິໜ້ອຍຫຼາຍຊໍ່າໃດ ແລະ ຍັງບໍ່ໄດ້ສະຫຼຸບໄດ້ວ່າ ໂຄວິດສາມາດຕິດຕໍ່ທາງເພດສຳພັນໄດ້ ຫຼື ບໍ່ ຕ້ອງໄດ້ວິໄຈຕື່ມອີກ.