ເປີດຍອດບໍລິຈາກເດັກແຝດ ນ້ອງນ້ຳຝົນ​ເດັກແຝດທີ່ຖືກທຳຮ້າຍ

ເປີດຍອດບໍລິຈາກຂອງເດັກແຝດທີ່ຖືກທຳຮ້າຍ ສ່ວນຜູ້ເປັນເອື້ອຍແມ່ນເສຍຊີວິດແລ້ວສ່ວນນ້ອງສາວແມ່ນກຳລັງຮັກສາອາການຢູ່ນະຄອນຫຼວງວຽງຈັນ ຈາກເຟສບຸກຂອງອ້າຍ Kou OK ໄດ້ໂພສຂອບໃຈແລະ ເປີດຍອດບໍລິຈາກໃນວັນທີ່ 03/11/2020 ເວລາປະມານ 17ໂມງວ່າ:

ຂອບໃຈທຸກພະລັງນ້ຳໃຈຂອງສັງຄົມທຸກຄົນຈາກໃຈ ແທນຄອບຄົວພໍ່ແມ່ນ້ອງ ນ້ຳຝົນເດີ 2 ວັນ ມີຄົນແຊຣ໌ 10.000 ກ່ວາແຊຣ໌ ມີຍອດການຊ່ວຍເຫຼືອ 90 ປາຍລ້ານ 🙏🙏🙏 ຂໍພາວະນາໃຫ້ນ້ອງປອດໄພ…

ທາງທີມງານຂ່າວຂອງພວກເຮົາກໍ່ຂໍຂອບໃຈອ້າຍ Kou OK ທີ່ເປັນກະບອກສຽງໃຫ້ກັບຄອບຄົວເດັກແຝດ ແລະ ຂໍຂອບໃຈທາງຜູ້ໃຈບຸນທີ່ຊ່ວຍເຫຼືອນ້ອງເດັກແຝດ

.