ບັນຫາໜີ້ເສຍ ຫຼື ໜີ້ທີ່ບໍ່ເກີດດອກອອກຜົນ (NPL) ມີທ່າອ່ຽງເພີ່ມຂຶ້ນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ບັນຫາໜີ້ເສຍ ຫຼື ໜີ້ທີ່ບໍ່ເກີດດອກອອກຜົນ (NPL) ມີທ່າອ່ຽງເພີ່ມຂຶ້ນ

Published

on

ໜີ້ເສຍ ຫຼື ໜີ້ບໍ່ເກີດດອກອອກຜົນ (NPL) ໃນ 9 ເດືອນຕົ້ນປີ 2020 ຢູ່ໃນລະດັບ 3,17% ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ ເນື່ອງຈາກບັນຫາໄພທຳມະຊາດ ບວກໃສ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫົວໜ່ວຍທຸລະກິດປະສົບບັນຫາ.

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ ສສຊ ວ່າ: ບັນຫາໜີ້ເສຍ ຫຼື ໜີ້ທີ່ບໍ່ເກີດດອກອອກຜົນ (NPL) ຊຶ່ງຕາມສະຖິຕິ ໂຕເລກ NPL ປີ 2017 ຢູ່ 3,07%, ປີ 2018 ຢູ່ 3,12%, ປີ 2019 ຢູ່ 3,04% ແລະ ໃນ 9 ເດືອນຂອງປີ 2020 ນີ້ ຢູ່ທີ່ 3,17% ຖ້າທຽບໃສ່ປີ 2019 ແມ່ນເພີ່ມຂຶ້ນ ແຕ່ກໍເນື່ອງຈາກວ່າເກີດມີໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸລະກິດຫຼາຍອັນປະສົບບັນຫາ.

ເຖິງແນວໃດກໍຕາມ, ພວກເຮົາຍັງຊອກວິທີການແກ້ໄຂຊ່ວຍປະຊາຊົນ ກໍຄືຜູ້ກູ້ຢືມ. ໜີ້ NPL 3,17% ທີ່ເກີດຂຶ້ນໃນໄລຍະ 9 ເດືອນຂອງປີ 2020 ແມ່ນສັງລວມຈາກລະບົບທະນາຄານ ຊຶ່ງໃນນີ້ ມີທະນາຄານທຸລະກິດຂອງລັດ 1,8%, ທະນາຄານຮ່ວມທຶນ 0,26%, ທະນາຄານເອກະຊົນ 0,7%, ທະນາຄານຕ່າງປະເທດ 0,4%. ສະນັ້ນ, ເຫັນໄດ້ວ່າໃນທະນາຄານລັດ ມີໜີ້ສິນເຊື່ອທີ່ທວງບໍ່ໄດ້ຕາມເວລາ ແລະ ບໍ່ອອກດອກອອກຜົນສູງກວ່າກຸ່ມທະນາຄານອື່ນ ເນື່ອງຈາກວ່າທະນາຄານທຸລະກິດຂອງລັດເຮັດສອງພາລະບົດບາດຄື ເຮັດທັງໜ້າທີ່ການເມືອງ ແລະ ເຮັດທັງທຸລະກິດ, ການຄຸ້ມຄອງພະນັກງານໃນການບໍລິຫານ ກໍມີຂໍ້ບົກຜ່ອງຈຳນວນໜຶ່ງ ເປັນຕົ້ນການພິຈາລະນາສິນເຊື່ອ, ການວິເຄາະວິໄຈ, ການບໍລິການລູກຄ້າ, ການລົງຕິດຕາມຕ່າງໆ ຊຶ່ງເປັນປັດໄຈໜຶ່ງ ທີ່ຈະຕ້ອງໄດ້ຮັບການປັບປຸງ ລວມທັງປັບປຸງໂຄງສ້າງການຖືຮຸ້ນຕ່າງໆ. ນອກນີ້, ຍັງມີປັດໄຈພາຍນອກດ້ານເສດຖະກິດທີ່ບໍ່ມີຄວາມແນ່ນອນ ເກີດມີຄວາມຫຍຸ້ງຍາກ ເຮັດໃຫ້ໜີ້ບໍ່ເກີດດອກອອກຜົນເພີ່ມຂຶ້ນ.

ສ່ວນປັດໄຈສຳຄັນໃນການແກ້ໄຂ ແມ່ນໄດ້ຕິດພັນກັບຂະແໜງການອື່ນ ເປັນຕົ້ນແມ່ນຂະແໜງຍຸຕິທຳ ໃນການແກ້ໄຂບັນຫາແມ່ນຕ້ອງໄປຕາມຂັ້ນຕອນຂອງຂະບວນການຍຸຕິທຳ ຊຶ່ງຊັກຊ້າ ບໍ່ສາມາດແກ້ໄຂບັນຫາໄດ້ຢ່າງທັນການ, ຊຶ່ງທຸກຂະແໜງການຕ້ອງໄດ້ປັບປຸງໄປພ້ອມໆກັນ ເພາະວ່າທຸກຂະແໜງການແມ່ນປິ່ນອ້ອມກັນໝົດ.

ທ່ານ ກ່າວອີກວ່າ: ລະບົບທະນາຄານ ມີຄວາມຮັບຜິດຊອບ 2 ຢ່າງ, ເງິນທີ່ເອົາມາປ່ອຍແມ່ນລະດົມຈາກປະຊາຊົນ ຊຶ່ງບັນຊີເງິນຝາກໃນທົ່ວປະເທດທີ່ເຂົ້າສູ່ລະບົບທະນາຄານ ປະມານ 3.700.000 ບັນຊີ ແລ້ວທ້ອນເອົາຈາກຫຼາຍບັນຊີມາປ່ອຍໃຫ້ຜູ້ກູ້ຢືມ ໃນທົ່ວລະບົບທະນາຄານທີ່ໄດ້ກູ້ຢືມ ມີປະມານ 150.000 ບັນຊີ, ຂະນະດຽວກັນ ທະນາຄານກໍຕ້ອງມີຄວາມຮັບຜິດຊອບເວລາຜູ້ຝາກໄປຖອນແມ່ນຕ້ອງຖອນໃຫ້ໄດ້ ເພື່ອໃຫ້ຮັບປະກັນໄດ້ທັງ 2 ຢ່າງນີ້.

ພາບ-ຂ່າວ: ສຸກສະຫວັນ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້