ຖືກຈັບມາດຳເນີນຄະດີ ຂໍ້ຫາປອມແປງເອກະສານທາງລັດຖະການ

ປກສ ນະຄອນຫຼວງວຽງຈັນ: ໃນຕອນບ່າຍຂອງວັນທີ 19 ພຶດສະພາ 2020, ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ນວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ເມື່ອໄດ້ຮັບການມອບ ໝາຍຈາກຂັ້ນເທິງ ໃນວັນທີ 18 ພຶດສະພາ 2020, ຫ້ອງຕໍາຫຼວດ ປກສ ນວ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ເພື່ອລົງຕິດຕາມ, ກວດກາ ເປົ້າໝາຍທີ່ປອມແປງເອກະສານທາງລັດຖະການຈົນຮອດເວລາ 14:30 ໂມງ ຈຶ່ງພົບເຫັນເປົ້າໝາຍຊື່: ນາງກອງມະນີ ອາຍຸ 32 ປີ ອາຊີບ ປະຊາຊົນ ຢູ່ບ້ານຊໍາເຄ້ ເມືອງໄຊເຊດຖາ ຢູ່ຮ້ານເຟີນີເຈີແຫ່ງໜຶ່ງເຂດບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຈຶ່ງກັກຕົວມາສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ນາງ ກອງມະນີ ໄດ້ຮັບສາລະພາບວ່າ: ຕົນເອງໄດ້ເລີ່ມຂາຍປື້ມມາແຕ່ເດືອນຕຸລາ 2019 ໂດຍໄດ້ໄປຮັບເອົາປື້ມວາລະສານຕ່າງໆ ຢູ່ຮ້ານຈໍາໜ່າຍປື້ມໃນຕະຫຼາດເຊົ້າ. ຕົກມາຮອດເດືອນ ພຶດສະພາ 2020 ຕົນເອງໄດ້ໄປຮັບເອົາໜັງສືທາງລັດຖະການ ນໍາພະນັກງານຂອງກົມເລຂາ ປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຈະເອົາປື້ມອອກໄປຈໍາໜ່າຍ (ຂາຍ)

ເຊິ່ງໃນໜັງສືທາງລັດຖະການນັ້ນ ຈະມີລາຍເຊັນ ແລະ ປະທັບຕາຂອງກົມເລຂາ ທີ່ເປັນເອກະສານສະບັບເດີມ (ຂອງແທ້ ) ຢູ່ເນື້ອໃນເອກະສານດັ່ງກ່າວແມ່ນ ໄດ້ບົ່ງບອກລາຍລະອຽດຢ່າງຈະແຈ້ງກ່ຽວກັບຊື່ປື້ມວາລະສານ ທີ່ຈະຂາຍ; ພ້ອມທັງກໍານົດລາຄາຢ່າງຄັກແນ່. ຈາກນັ້ນ ຕົນເອງແມ່ນໄດ້ເອົາເອກະສານດັ່ງກ່າວ ໄປໃຫ້ຮ້ານກ໋ອບປີ່ເອກະສານແຫ່ງໜຶ່ງເຂດທາດຫຼວງ ເພື່ອປ່ຽນແປງວັນທີ, ເດືອນ, ປີ; ພ້ອມທັງປ່ຽນແປງລາຄາ ແລະ ຊື່ຂອງປື້ມ ເຊັ່ນ:ຈາກຊື່ປື້ມ ນັກບໍລິຫານ ມາເປັນປະຫວັດສາດລາວໂດຍຫຍໍ້ ຊື້ໃນລາຄາຈາກຫົວລະ 25.000 ກີບມາຂາຍເປັນຫົວ 150.000 ກີບ, ເຊິ່ງໄດ້ຈໍາໜ່າຍອອກໄປແລ້ວຈໍານວນ 30 ຫົວ ແລະ ໄດ້ປ່ຽນຊື່ປື້ມນັກບໍລິຫານເປັນຊື່ປື້ມພົງສາວະດານ ໂດຍໄດ້ຊື້ໃນລາຄາ 15.000 ກີບແລ້ວນຳໄປຂາຍໃນລາຄາ 65 .000 ກີບ, ໃນນີ້ໄດ້ຂາຍແລ້ວຈໍານວນ 10 ຫົວ.

ທ່ານຫົວໜ້າຫ້ອງຕຳຫຼວດ ປກສ ນວ ໄດ້ໃຫ້ຮູ້ອີກວ່າ: ຕໍ່ກັບຄະດີລາຍນີ້້ປັດຈຸບັນ ເຈົ້າໜ້າທີ່ກໍາລັງລວບລວມຂໍ້ມູນ ເພື່ອດໍາເນີນຄະດີຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ.

ປກສ ນະຄອນຫຼວງວຽງຈັນ