ກະຊວງ​ ພະລັງງານ​ ແລະ ບໍ່ແຮ່​ ອອກແຈ້ງເຕືອນ ໃຫ້ເຂື່ອນໄຟຟ້າ​ ຢູ່ພາກກາງ ແລະ ພາກໃຕ້ ຂອງລາວ​ ກະກຽມຮັບມື ກໍລະນີ​ສຸກເສີນ​ຈາກພະຍຸ ( GONI)

ກະຊວງ​ ພະລັງງານ​ ແລະ ບໍ່ແຮ່​ ອອກແຈ້ງເຕືອນ ໃຫ້ເຂື່ອນ ໄຟຟ້າ​ ຢູ່ພາກກາງແລະພາກໃຕ້ ຂອງລາວ​ ກະກຽມຮັບມື ກໍລະນີ​ສຸກເສີນ​ຈາກພະຍຸ ( GONI)​ ທີ່ຈະພັດຜ່ານປະເທດລາວໃນລະຫວ່າງວັນທີ 5-6​ ພະຈິກນີ້

.

ກົມອຸຕຸນິຍົມ ແລະ ອຸທົກກະສາດ​ກະຊວງ​ຊັບພະຍາກອນທຳມະຊາດ​ ແລະ ສິ່ງແວດລ້ອມກໍໄດ້ອອກແຈ້ງເຕືອນໄພພະຍຸຫມູນເຂດຮ້ອນ(Goni)​ ຈະພັດຜ່ານ ພາກກາງ ແລະພາກໃຕ້ຂອງລາວ ໃນລະຫວ່າງວັນທີ 5-6 ພະຈິກນີ້ເຊັ່ນດຽວກັນ