ທຳຄວາມຮູ້ຈັກ ອະດີດນັກການທູດສິງກະໂປ ທີ່ສະເໜີໃຫ້ລາວອອກຈາກອາຊຽນ – ສື່ລາວ.ຄອມ
Connect with us

ທົ່ວໄປ

ທຳຄວາມຮູ້ຈັກ ອະດີດນັກການທູດສິງກະໂປ ທີ່ສະເໜີໃຫ້ລາວອອກຈາກອາຊຽນ

Published

on

ບິລາຮາຣີ ກໍສິກັນ ຫຼື ຊື່ເຕັມ ບິລາຮາຣີ ຄິມ ຮີ ພາພານາຊາມ ເຊັດເລີ ກໍສິກັນ ເປັນນັກວິຊາການ ພ້ອມທັງເປັນນັກການທູດບຳນານ ແລະ ພະນັກງານລັດຂອງສິງກະໂປ. ທ່ານເປັນຫົວໜ້າສະຖາບັນແຫ່ງຕາເວັນອອກກາງ ເຊິ່ງຂຶ້ນກັບມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ເປັນອະດີດນັກສຶກສາອາວຸໂສຂອງວິທະຍາໄລວິທະຍາສາດສັງຄົມ ມະຫາວິທະຍາໄລບໍລິຫານແຫ່ງສິງກະໂປ. ທ່ານຍັງເຄີຍເປັນເອກອັກຄະລັດຖະທູດໃຫຍ່ ແລະ ທີ່ປຶກສາດ້ານນະໂຍບາຍຂອງກະຊວງການຕ່າງປະເທດສິງກະໂປ.

ທ່ານກໍສິກັນຍັງເປັນອະດີດເລຂາທິການຖາວອນ ປະຈຳກະຊວງການຕ່າງປະເທດ ແລະ ໄດ້ຮັບຜິດຊອບເປັນຜູ້ຕາງໜ້າຖາວອນຂອງສິງກະໂປ ປະຈຳອົງການສະຫະປະຊາຊາດ ແລະ ເອກອັກຄະລັດຖະທູດປະຈຳຣັດເຊຍ. ນອກຈາກນີ້ ທ່ານຍັງມັກຖືກກ່າວເຖິງຢູ່ສະເໝີວ່າ ເປັນ “ນັກການທູດທີ່ບໍ່ມີເລ່ລ່ຽມ” ແລະ ເປັນທີ່ຮູ້ຈັກກັນດີໃນຫຼາຍປີມານີ້ ໃນກໍລະນີທີ່ໄດ້ສະແດງຄວາມເຫັນກ່ຽວກັບວຽກງານການຕ່າງປະເທດຂອງສິງກະໂປ ຜ່ານທາງເຟສບຸກ

ບິດາຂອງທ່ານກໍສິກັນແມ່ນ ທ່ານ ພີ.ເອສ. ຣາມັນ ເຊິ່ງເປັນຄົນທີ່ມີເຊື້ອສາຍທະມິນມາຈາກ ທະມິນ ນາດູ, ປະເທດອິນເດຍ.

ທ່ານໄດ້ຍ້າຍມາຢູ່ທີ່ສິງກະໂປຫຼັງຈາກເຫດການຕັດແບ່ງອິນເດຍ ແລະ ໄດ້ສົມລົດກັບຄົນຈີນທີ່ມີເຊື້ອສາຍພາຣານະຂັນ. ພວກເຂົາທັງສອງມີລູກຊາຍໜຶ່ງຄົນ ນັ້ນກໍຄື ກໍສິກັນ ແລະ ລູກສາວອີກ 2 ຄົນ. ໃນເດືອນມິຖຸນາ 1968, ທ່ານ ຣາມັນໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດສິງກະໂປປະຈຳອິນໂດເນເຊຍ ທ່າມກາງການປະທະກັນລະຫວ່າງມາເລເຊຍ ແລະ ອິນໂດເນເຊຍ ຢູ່ທີ່ບໍນຽວ.

ຫຼັງຈາກຜ່ານພົ້ນວິກິດການພະຍາດຫົວໃຈໃນລະຫວ່າງດຳລົງຕຳແໜ່ງຢູ່ທີ່ຈາກາຕາ, ທ່ານ ຣາມັນ ໄດ້ຖືກຍ້າຍໃຫ້ໄປເປັນຂ້າຫຼວງໃຫຍ່ຂອງສິງກະໂປປະຈຳຢູ່ອົດສະຕຣາລີ ແລະ ຮັບຜິດຊອບໜ້າທີ່ດັ່ງກ່າວເປັນເວລາໜຶ່ງປີເຄິ່ງ. ໃນປີ 1971, ລາວໄດ້ກາຍເປັນເອກອັກຄະລັດຖະທູດຂອງສິງກະໂປຄົນທຳອິດທີ່ໄປປະຈຳຢູ່ທີ່ ສະຫະພາບໂຊວຽດ (ອະດີດຣັດເຊຍ) ແລະ ໄດ້ດຳລົງຕຳແໜ່ງຈົນກະທັ້ງເສຍຊີວິດຍ້ອນພະຍາດຫົວໃຈທີ່ນະຄອນຫຼວງມົດສະກູ ໃນວັນທີ 15 ທັນວາ 1976

ທ່ານ ພີ. ເອສ. ຣາມັນ ໄດ້ຕັ້ງຊື່ຂອງລູກຊາຍວ່າ ບິລາຮາຣີ ຄິມ ຮີ ພາພານາຊາມ ເຊັດເລີ ກໍສິກັນ ເຊິ່ງເປັນຊື່ທີ່ບໍ່ເປັນໄປຕາມແບບແຜນຂອງສັງຄົມ ເນື່ອງຈາກມີການປະສົມປະສານຂອງຄຳຫຼາກຫຼາຍຮູບແບບທີ່ມີຕົ້ນຄຳມາຈາກຮິນດູ ແລະ ຈີນ

ທ່ານ ກໍສິກັນ ໄດ້ສຶກສາວິທະຍາສາດການປົກຄອງ (ລັດຖະສາດ) ທີ່ມະຫາວິທະຍາໄລແຫ່ງສິງກະໂປ ແລະ ໄດ້ຮັບທຶນຈາກຄະນະກຳມະການວຽກງານສັງຄົມ (PSC) ຂອງສິງກະໂປ

ເພື່ອໄປສຶກສາຕໍ່ໃນລະດັບປະລິນຍາເອກ ສາຂາ ການພົວພັນສາກົນ ທີ່ມະຫາວິທະຍາໄລໂຄລຳເບຍ ມະຫານະຄອນນິວຢອກ ສະຫະລັດອາເມລິກາ ດ້ວຍເປົ້າໝາຍທີ່ຢາກກາຍເປັນນັກວິຊາການ.

ໃນລະຫວ່າງໄລຍະເວລານີ້ ມີການລາຍງານວ່າ ທ່ານໄດ້ສະໜອງບົດຂ່າວຢ່າງລັບໆໃຫ້ກັບ The StraitsTimes ເຊິ່ງເປັນສື່ຂອງສິງກະໂປ ພາຍໃຕ້ນາມແຝງວ່າ “Bee Kim Hee”. ໃນລະຫວ່າງທີ່ກຳລັງເຮັດບົດວິທະຍານິພົນນັ້ນ, ທ່ານໄດ້ຕັດສິນໃຈພັກການສຶກສາໄວ້ກ່ອນ ແລະ ກັບຄືນໄປທີ່ສິງກະໂປ ເຊິ່ງລາວໄດ້ຖືກແຕ່ງຕັ້ງໃຫ້ຮັບໜ້າທີ່ຢູ່ກະຊວງການຕ່າງປະເທດ. ທ້າຍທີ່ສຸດ ທ່ານຈຶ່ງໄດ້ຈົບການສຶກສາຈາກມະຫາວິທະຍາໄລໂຄລຳເບຍ

ທ່ານກໍສິກັນໄດ້ເຂົ້າເປັນພະນັກງານລັດທຳອິດໃນປີ 1981 ໃນຖານະເຈົ້າໜ້າທີ່ວຽກງານການຕ່າງປະເທດ ແລະ ໄດ້ຊຶມຊັບວຽກງານການປົກຄອງໃນປີ 1983.

ທ່ານ ກໍສິກັນ ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດສິງກະໂປປະຈຳສະຫະພັນຣັດເຊຍເຊິ່ງຫາກໍສ້າງຕັ້ງຂຶ້ນໃໝ່ໃນປີ 1994 ພ້ອມທັງໄດ້ຮັບການແຕ່ງຄັ້ງໃຫ້ເປັນເອກອັກຄະລັດຖະທູດປະຈຳທີ່ປະເທດຟິນແລນ. ໃນລະຫວ່າງປີ 1995 ຫາ 1998 ທ່ານຍັງໄດ້ເປັນຜູ້ຕາງໜ້າຖາວອນຂອງສິງກະໂປປະຈຳອົງການສະຫະປະຊາຊາດ ພ້ອມທັງຮັບໜ້າທີ່ເປັນຂ້າຫຼວງໃຫຍ່ປະຈຳແຄນາດາ ແລະ ເອກອັກຄະລັດຖະທູດປະຈຳເມັກຊິໂກ.

ໃນປີ 1998, ທ່ານ ກໍສິກັນ ໄດ້ຖືກແຕ່ງຕັ້ງເປັນ ຮອງເລຂາທິການປະຈຳກະຊວງການຕ່າງປະເທດ. ຫຼັງຈາກນັ້ນຈຶ່ງໄດ້ຮັບການແຕ່ງຕັ້ງເປັນເລຂາທິການຖາວອນຄົນອັນດັບສອງໃນປີ 2001 ແລະ ຖືກເລື່ອນໃຫ້ເປັນເລຂາທິການຖາວອນໃນວັນທີ 1 ກັນຍາ 2010

ໃນເດືອນກໍລະກົດ 2017, ທ່ານ ກໍສິກັນ ໄດ້ອອກມາກ່າວປະນາມບົດຂ່າວສະແດງຄຳເຫັນຂອງທ່ານ Kishore Mahbubani ເຊິ່ງເປັນຄະນະບໍດີຂອງ ວິທະຍາໄລນະໂຍບາຍສາທະລະນະ ລີ ກວນ ຢູ,ມະຫາວິທະຍາໄລແຫ່ງສິງກະໂປ ທີ່ໄດ້ສະໜັບສະໜຸນ “ການຢູ່ໃຕ້ບັງຄັບບັນຊາເປັນບັນທັດຖານຂອງນະໂຍບາຍການຕ່າງປະເທດຂອງສິງກະໂປ”.

ການກ່າວປະນາມຂອງທ່ານໄດ້ຮັບການສະໜັບສະໜຸນໂດຍ ທ່ານ ເຄ. ຊານມູກາມ ລັດຖະມົນຕີກະຊວງກົດໝາຍ ແລະ ວຽກງານພາຍໃນ ແລະ ທ່ານ ອົງ ເຄງ ຢອງ ເອກອັກຄະລັດຖະທູດໃຫຍ່

Continue Reading

ທົ່ວໄປ

An introduction to Gambling slot online space arcade establishment Position Games Mathematics

Published

on

By

Blogs

Red-colored, White and you may Blue position on the web was made from the IGT, one of the recommended games slot online space arcade organization global. One of those game try Reddish Light and you can Blue, a server created by IGT. Now, belongings based casinos scarcely could, possibly offer you totally free gaming. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Dragon 50 free spins no deposit hells grannies Temple Video slot

Published

on

By

Blogs

This may change lives ranging from dropping, playing prolonged otherwise scoring immense effects. For everybody admirers from risk have, the new gaming place gives precisely the thing. After each and every successful range, a player becomes a chance to 50 free spins no deposit hells grannies enjoy a risk game in which the made dollars might be multiplied from time to time. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Best British No deposit Incentives November 2023

Published

on

By

Articles

At the Fortune.com Local casino, their membership can get you a hundred more revolves to your Glucose Bonanza Deluxe position. The new spins will be divided into 20 revolves each day, for five months. (ເພີ່ມເຕີມ…)

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້