ແຈ້ງເຕືອນໄພພາຍຸໝູນເຂດຮ້ອນ ປະຈຳວັນທີ 04/11/2020

ຄວາມກົດດັນສູງຂອງອາກາດເຢັນທີ່ມີກຳລັງປານກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນແຂວງພາກເໜືອດ້ານຕາເວັນຕົກ.

ພາຍຸໝູນເຂດຮ້ອນ (Goni) ຫົວທີ 19 ປະຈໍາປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ, ຊຶ່ງໃນເວລາ 08 ໂມງ 05 ນາທີ ຂອງວັນທີ 04 ພະຈິກ 2020, ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.6 ອົງສາເໜືອ ແລະ ເສັ້ນແວງທີ 113.4 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ,

ຄາດຄະເນພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງ ພາກກາງ ຂອງປະເທດ ສສ ຫວຽດນາມ ໃນວັນທີ 5 – 6 ພະຈິກ 2020 ນີ້ ແລະ ສືບຕໍ່ອ່ອນກໍາລັງລົງເປັນພາຍຸດີເປຼ່ຊັນເຄື່ອນທີຜ່ານແຂວງ ອັດຕະປື ແລະ ຈໍາປາສັກ,

ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໝັກ ແລະ ລົມພັດແຮງຢູ່ບາງທ້ອງຖີ່ນ. ດັ່ງນັ້ນຄວນຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.