ທະນາຄານໂລກປະເມີນວ່າມີຄວາມສ່ຽງສູງ ສປປ ລາວ ມີໜີ້ຕ່າງປະເທດກວມເອົາ 51.5% ຂອງ GDP

ລາຍງານ 31 ຕຸລາ 2020, ອີງຕາມບົດລາຍງານການເງິນແຫ່ງລັດ ປະຈຳປີ 2019 ສປປ.ລາວ ມີມູນຄ່າ GDP 164,017 ຕື້ກີບ (ໜຶ່ງແສນຫົກສິບສີ່ພັນສິບເຈັດຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ (GDP per capita) ປະມານ 2,650 ໂດລາສະຫະລັດ.

ເຊິ່ງໜີ້ສິນຕ່າງປະເທດຂອງ ສປປ.ລາວ ນັບແຕ່ປີ 2014-2019 ມີທ່າອ່ຽງເພີ່ມຂຶ້ນທຸກໆປີ ໂດຍໃນປີ 2019 ໜີ້ສິນຕ່າງປະເທດຂອງ ສປປ.ລາວ ມີປະມານ 51.5% ຂອງ GDP ເຊິ່ງໃນນັ້ນປະກອບດ້ວຍເງິນກູ້ຢືມສອງຝ່າຍ 34.1% ຂອງ  GDP, ເງິນກູ້ຢືມຫຼາຍຝ່າຍ 8.7% ຂອງ GDP ແລະ ພັນທະບັດ 8.3% ຂອງ GDP.

ໃນດ້ານຂອງບົດລາຍງານເສດຖະກິດ ສປປ.ລາວ ຂອງທະນາຄານໂລກ (World Bank) ລະບຸວ່າ: ໜີ້ສິນສາທາລະນະຕໍ່ GDP ຂອງ ສປປ.ລາວ ຢູ່ໃລະດັບ 58% ຂອງ GDP ໃນປີ 2019 ເພີ່ມຂຶ້ນເລັກໜ້ອຍຈາກ 57.2% ຂອງ GDP ໃນປີ 2018 ແຕ່ອັດຕາສ່ວນຂອງໜີ້ສິນສາທາລະນະຕໍ່ GDP ຄາດວ່າຈະຫຼຸດລົງຕ່ຳກວ່າ 56% ເມື່ອຮອດທ້າຍປີ 2021 ແລະ ຄວາມສ່ຽງດ້ານໜີ້ສິນສາທາລະນະຍັງມີສູງຢູ່.

ນອກນີ້, ທະນາຄານໂລກຍັງລະບຸວ່າ ຕໍ່ກັບສະພາບການດັ່ງກ່າວ ລັດຖະບານລາວ ມີຄວາມຕັ້ງໃຈຈະຫຼຸດຜ່ອນການກູ້ຢືມ ໂດຍຈຳກັດການກູ້ຢືມແບບຜ່ອນຜັນ ເພື່ອມາຈັດຕັ້ງປະຕິບັດໂຄງການ ທີ່ຄາດວ່າຈະມີຜົນໄດ້ຮັບທາງເສດຖກິດ ແລະ ສັງຄົມສູງ,

ພ້ອມນັ້ນ ລັດຖະບານຍັງຄົງສືບຕໍ່ໂຈະການລົງທຶນຂອງລັດທີ່ມີຜົນໄດ້ຮັບທາງເສດຖະກິດຕ່ຳ ທີ່ຍັງບໍ່ທັນໄດ້ລິເລີ່ມການໃຊ້ຈ່າຍເທື່ອ, ອີກດ້ານໜຶ່ງ ເພື່ອຫຼຸດຜ່ອນຄວາມຈຳເປັນໃນການກູ້ຢືມຈາກພາຍນອກ ແລະ ເພື່ອປະເມີນຄືນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງກວດກາຄວາມປອດໄພຂອງເຂື່ອນໄຟຟ້າ ລັດຖະບານໄດ້ປະຕິບັດການໂຈະໂຄງການສ້າງເຂື່ອນໃໝ່.

ໃນດ້ານຂອງທ່ານ ທອງລຸນ ສີລຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ເມື່ອວັນທີ 27 ຕຸລາ ທີ່ຜ່ານມາ ວ່າບັນດາຕົວເລກຄາດໝາຍ ແມ່ນບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ, ສາເຫດມາຈາກສະພາບການພາຍໃນ ແລະ ສາກົນ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19, ບັນຫາໄພທຳມະຊາດ ແລະ ອື່ນໆ

ທີ່ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ການພັດທະນາຢູ່ໃນຫຼາຍປະເທດ, ໂດຍໃນ 9 ເດືອນປີ 2020 ຂາດດຸນງົບປະມານແລ້ວ 3,228 ຕື້ກີບ, ພ້ອມທັງລະບຸວ່າ ຈະສືບຕໍ່ສູ້ຊົນລະດົມທຶນດຸ່ນດ່ຽງງົບປະມານ ໃຫ້ໄດ້ຕາມແຜ່ນການຂາດດຸນ ແລະ ຊຳລະເໜີສິນຕ່າງປະເທດໃຫ້ທັນຕາມກຳນົດເວລາ.