ກຽມຮັບມືພາຍຸໄຕ້ຝຸ່ນໂຄນີ (GOni) 4 ຫາ 6 ພະຈິກ 2020 ນີ້

ເຕືອນໄພ: ອຸຕຸເຕືອນເຝົ້າລະວັງພະຍຸໄຕ້ຝຸ່ນໂຄນີ ຈະພັດເຂົ້າພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 4-6 ພະຈິກນີ້ ຊິ່ງຈະເຮັດໃຫ້ຝົນຕົກໜັກ, ລົມພັດແຮງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະຍາກອນອາກາດປະຈຳວັນທີ 2 ພະຈິກ 2020 ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ມີກຳລັງປານ ກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ.

ສຳລັບພະຍຸໄຕ້ຝຸ່ນໂຄນີ (GOni) ຫົວທີ 19 ປະຈຳປີ 2020 ຊຶ່ງໃນເວລາ 7:50 ໂມງ ຂອງວັນທີ 2 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.5 ອົງສາເໜືອ ແລະ ເສັ້ນແວງທີ 118.6 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນພະຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງເຂດເມືອງດານັງ ຂອງ ສສ ຫວຽດນາມ ໃນວັນທີ 4-5 ພະຈິກ ນີ້

ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານພາກໃຕ້ ຫາ ພາກກາງຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງ ໃນໄລຍະວັນທີ 4 – 6 ພະຈິກນີ້ ແລະ ຄວນຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.