ຕານ້ອຍ ML31 ຈາກນັກກີລາບ້ານສົ່ງທີມມຊ ຂຶ້ນສູ່ເວທີປະກວດນາງສາວລາວ 2020 – ສື່ລາວ.ຄອມ
Connect with us

ຂ່າວບັນເທິງ

ຕານ້ອຍ ML31 ຈາກນັກກີລາບ້ານສົ່ງທີມມຊ ຂຶ້ນສູ່ເວທີປະກວດນາງສາວລາວ 2020

Published

on

ມາທໍາຄວາມຮູ້ຈັກກັບສາວນ້ອຍ 100 ຄວາມສາມາດ ພິມມະສອນ ວໍລະສັກ (ຕານ້ອຍ) 1 ໃນຜູ້ເຂົ້າປະກວດນາງສາວລາວ 2020 ໝາຍເລກ ML31

ເປັນສາວງາມຈາກ ເເຂວງໄຊຍະບູລີອາຍຸ 21 ປີ ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຕະຫຼາດ ປີທີ 4 (ປະລິນຍາຕີ) ແລະ ກຳລັງສຶກສາຢູ່ທີ່ ວິທະຍາໄລ ໂລໂກສ ສາຂາ ພາສາອັງກິດທົ່ວໄປ ປີທີ 2 (ຊັ້ນສູງ).

ບອກເລີຍວ່າຄົນນີ້ສາຍກິລາ ແຕ່ຂໍມາຂຶ້ນເມທີນາງງາມຄັ້ງທຳອິດ ເວທີທຳອິດອີກໜຶ່ງບົດບາດທີ່ໃຜກໍບໍ່ເຄີຍເຫັນມາກ່ອນ ເພາະສາວ ຕານ້ອຍ ເປັນຫົວໜ້າທີມ ນັກກີລາບານສົ່ງມະຫາວິທະຍາໄລເເຫ່ງຊາດ

ຕານ້ອຍ ໄດ້ໃຫ້ສຳພາດວ່າ: ຢາກລອງປະກວດນາງງາມ ເວທີອັນຊົງກຽດນີ້ເບິ່ງ ວ່າຕົນເອງຈະເຮັດໄດ້ດີຊ່ຳໃດ ເພາະກຽມຄວາມພ້ອມມາເຕັມ ພ້ອມຄວາມຮູ້ ຄວາມສາມາດໃນການປະກວດ ເຖິງເວທີນີ້ເປັນເວທີທໍາອິດໃນຊີວິດ ແລະ ເປັນຄັ້ງທໍາອິດທີ່ຢຽບສູ່ເສັ້ນທາງເກີບສົ້ນສູງກໍຕາມ (ຍິ້ມ)

ນ້ອງຄິດວ່າ ເວທີນາງສາວລາວຄືເວທີເເຫ່ງຄວາມຝັນຂອງນາງສາວລາວທົ່ວປະເທດ ເເລະ ຄຸນສົມບັດຂອງຄໍາວ່າເເມ່ຍິງລາວ ນ້ອງມີພຽງພໍ ເເລະ ພຽບພ້ອມໃນການປະກວດ ໃນການເປັນໃບໜ້າໃບຕາໃຫ້ເເກ່ເເມ່ຍິງລາວສະໄໝໃໝ່

ຖ້າຖາມຄວາມແຕກຕ່າງລະຫວ່າງການເປັນນາງງາມ ເເລະ ນັກກິລາ ຕານ້ອຍຄິດວ່າ ມີບ່ອນຄ້າຍຄືກັນ ເພາະຕ້ອງໄດ້ເເຂ່ງຂັນເພື່ອເປັນ 1 ແລະ ໄຊຊະນະ ເເຕ່ກໍຍັງຄົງເຕັມໄປດ້ວຍມິດຕະພາບ

ສ່ວນຈຸດຕ່າງກັນຄື ບົດບາດ ເເລະ ໜ້າທີ່ ຂອງທັງ 2 ຢ່າງ ເພາະນາງງາມຄືຕ້ອງເປັນຄົນທີ່ມີຄວາມງາມ ພຽບພ້ອມທັງຄວາມຮູ້ຄວາມສາມາດ ທີ່ຈະເປັນຜູ້ຍິງທີ່ກ້າເວົ້າ, ກ້າສະເເດງອອກ ເປັນຕົນເເບບຂອງຜູ້ຍິງຍຸກໃໝ່ຢ່າງເເທ້ຈິງ

ສໍາລັບນັກກິລາ ເເມ່ນຕ້ອງເເຂ່ງຂັນຢ່າງເຕັມທີ່ ເພື່ອໄດ້ຮັບໄຊຊະນະ ຕ້ອງໄດ້ຝຶກຝົນທັກສະ ເພື່ອໃຫ້ເເຂງເເຮງໃນການລົງເເຂ່ງທຸກຮອບ

ໃນທາງດ້ານການກຽມຄວາມພ້ອມເເມ່ນເຕັມທີ່ເຊັ່ນດຽວກັນ ທາງດ້ານຮ່າງກາຍ ກໍຄືອອກກໍາລັງກາຍໃຫ້ພ້ອມສໍາລັບການເຮັດແຕ່ລະກິດຈະກໍາ

ການປະກວດແມ່ນໄດ້ເລີ່ມຂຶ້ນແລ້ວ ຕານ້ອຍເປັນ 1 ໃນ 40 ຄົນທີ່ຜ່ານເຂົ້າຮອບ ການປະກວດນາງສາວລາວ 2020 ນັບຈາກນນີ້ ຖ້າຕິດຕາມການປະກວດ ແລະ ທຸກກິດຈະກຳໄດ້ເລີຍ ແລະ ຝາກເຊຍແນ່ເດີ້ ຕານ້ອຍ ພິມມະສອນ ວໍລະສັກ ML31

ຂ່າວ: ເມລີ ເສດຖະກິດ ການຄ້າ

ພາບ: Tanoy Vorlasack

Continue Reading

ຂ່າວບັນເທິງ

ຊົມເຊີຍ! ທັງງານທັງເກັ່ງ Miss Universe Laos ໄດ້ໃຫ້ສະພາດແກ່ລາຍການຊື່ດັງ 3 the CW Las Begas ຂອງ ສ.ອາເມລິກາ

Published

on

ນາງ ປ່າເຢັ້ງຊ່າ ລໍ່ Miss Universe Laos ໄດ້ໃຫ້ສຳພາດທີ່ປະເທດອາເມຣິກາ ໃນລາຍການ KSNV News 3 Las Vegas ເຊິ່ງໄດ້ເວົ້າກ່ຽວກັບຄວາມສຳຄັນທາງວັດທະນະທຳ ຂອງການໄດ້ຮັບມົງກຸດ.

ໃນວັນທີ 29 ທັນວາ 2022 ໃນການໃຫ້ສະພາດກັບ News 3 Today ນາງ ປ່າເຢັ້ງຊ່າ ໄດ້ບອກຕໍ່ພິທີກອນເຖິງຄວາມມັກຮັກໃນກິລາເທຄວນໂດ ເຊິ່ງມັນເປັນສິ່ງສຳຄັນຫຼາຍໃນການຮັກສາສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ ລວມເຖິງງານຊ່ວຍເຫຼືອຕ່າງຂອງລາວ.

ນາງ ປ່າເຢັ້ງຊ່າ ລໍ່ ເປັນນາງງາມຊົນເຜົ່າມົ້ງທຳອິດຂອງລາວ ທີ່ໄດ້ຄວ້າຕຳແໜ່ງ Miss Universe Laos.

ພິທີກອນ Kim Wagner ໄດ້ຍ້ອງກ່ຽວກັບ ຄວາມສາມາດທັກສະການໃຊ້ພາສາອັງກິດຂອງນາງ.

ການປະກວດ Miss Universe Laos ຄັ້ງທີ 71 ຈະຈັດຂຶ້ນທີ່ເມືອງນິວອໍລີນ ລັດລຸຍເຊຍນາ ໃນວັນທີ 14 ມັງກອນ 2023.

….

ຄລິບ:

Continue Reading

ทั่วไป

ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ

Published

on

By

ຊົມເຊີຍ! ນັກຮ້ອງໜຸ່ມ STS73 ເຮັດຕາມຝັນຮ້ອງເພງ ຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໄດ້ ເປັນຕົວຢ່າງທີ່ດີແກ່ໄວໜຸ່ມລາວ

STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະ ມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ທຸກຄົນມີຄວາມຝັນເປັນຂອງຕົນເອງນ້ອງສຸລິກໍ່ເຊັ່ນດຽວກັນນ້ອງແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ

ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຄ່ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ

ດ້ວຍຄວາມສຳເລັດນີ່ຈຶ່ງເຮັດໃຫ້ STS73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ

ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ແຫຼະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ

ຂໍອະນຸຍາດໃຊ້ຮູບພາບແດ່ເດີ້ນ້ອງສຸລິ

Continue Reading

ຂ່າວບັນເທິງ

ພິ້ງກີ້ ສາວິກາ ດາລາສາວຊື່ດັງຂອງໄທ ໄດ້ຮັບປະກັນໂຕແລ້ວ​ ເງິນປະກັນຕົວຈຳນວນ 5 ລ້ານບາດ.

Published

on

ພິ້ງກີ້ ສາວິກາ ຖືກກັກໂຕ ວັນທີ​ 18 ສິງຫາ​ 2022 ໃນຂໍ້ຫາຄະດີ ແຊຕ່ອງໂສ້ (Forex 3D).

ການປະກັນຕົວຄັ້ງນີ້​ ຕ້ອງເປັນໄປຕາມກຳນົດຂອງສານຄື:

ຫ້າມເດີນທາງອອກຈາກປະເທດໄທ

– ຫາກມີການຍ້າຍຖິ່ນຖານຕ້ອງແຈ້ງພາຍໃນ​ 7​ ວັນ

– ຕ້ອງລາຍງານຕົວທຸກໆເດືອນ​ ຈົກວ່າຈະມີການປ່ຽນແປງ

– ຕ້ອງແຈ້ງຕຳຫລວດ ຕມ ຮັບຮູ້ນຳ.

Cr: Thairath

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້