ຂ່າວພາຍໃນ
ລັດຖະບານ ຄວນມີມາດຕະການແກ້ໄຂ ບັນຫາແຮງງານ ທີ່ຫວ່າງງານໃນໄລຍະຍາວ

ສູນກາງສະຫະພັນ ກຳມະບານລາວ ໄດ້ສະເໜີໃຫ້ລັດຖະບານ ສຸມໃສ່ຄົ້ນຄວ້າສຳລັບມາດຕະການ ແກ້ໄຂບັນຫາແຮງງານ ທີ່ຫວ່າງງານໃນໄລຍະຍາວ ເພື່ອປົກປ້ອງຜູ້ອອກແຮງງານ ໃຫ້ໄດ້ຮັບຄວາມຍຸຕິທຳ ເນື່ອງຈາກພະຍາດ ໂຄວິດ-19 ທີ່ກໍາລັງລະບາດ ໃນທົ່ວໂລກ ແລະ ຍັງສືບຕໍ່ມີຄວາມສ່ຽງຕໍ່ ການລະບາດ ຢູ່ປະເທດເຮົາ. ພ້ອມນັ້ນ ຜົນກະທົບຕໍ່ ເສດຖະກິດ-ສັງຄົມ ກໍຍັງສືບຕໍ່ພົບ ຄວາມຫຍຸ້ງຍາກ ໂດຍສະເພາະ ກຳມະກອນ ແລະ ຊາວຜູ້ອອກແຮງງານ ທີ່ອາໄສເງິນເດືອນ ໃນການດຳລົງຊີວິດພຽງຢ່າງດຽວ, ທ່ານ ພອນສານ ວິໄລເມັ້ງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳ ມະບານລາວ ໃຫ້ສຳພາດກັບນັກຂ່າວສຳນັກຂ່າວ ສານປະເທດລາວ ໃນວັນທີ 18 ພຶດສະພາ 2020 ທີ່ສູນກາງສະຫະພັນ ກໍາມະບານລາວ.

ທ່ານ ພອນສານ ວິໄລເມັ້ງ ແຈ້ງໃຫ້ຮູ້ວ່າ: ໃນນາມອົງການກຳມະບານ ເຊິ່ງເປັນຕົວແທນ ຂອງຊາວຜູ້ອອກ ແຮງງານ ເຮັດໜ້າທີ່ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງກຳມະ ກອນ ແລະ ຊາວຜູ້ອອກ ແຮງງານ ບັນດາເຜົ່າ ມີຄວາມເປັນຫ່ວງ ເປັນໃຍຢ່າງຍິ່ງ, ເຊິ່ງຈຳເປັນຕ້ອງ ໄດ້ສະເໜີລັດຖະບານ, ຜູ້ໃຊ້ແຮງງານ ເພື່ອຄົ້ນຄວ້າພິຈາລະນາ ແກ້ໄຂບັນຫາຕໍ່ຜູ້ໄດ້ຮັບ ຜົນກະທົບດັ່ງນີ້: ສະເໜີໃຫ້ລັດຖະບານ ເພີ່ມການ ກະຕຸ້ນເສດຖະກິດ ໃຫ້ແຂງແຮງກວ່າເກົ່າ ດ້ວຍການສ້າງທຸລະກິດປະ ກອບການໃໝ່, ສ້າງວຽກເຮັດງານທຳເພີ່ມຂຶ້ນ ແລະ ສ້າງລາຍຮັບໃຫ້ແຮງງານກຳມະກອນລາວ, ພ້ອມກັນນັ້ນ ກໍຄວນໃຊ້ໂອກາດ ໃນການດັດສົມ-ຈຳກັດ ແຮງງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ລາວ ທີ່ບໍ່ຈຳເປັນ ໂດຍສະເພາະແມ່ນ ແຮງງານກຳມະກອນ ທີ່ບໍ່ມີສີມື, ອາຊີບທີ່ສະຫງວນ ໃຫ້ຄົນລາວ ຕາມທີ່ໄດ້ລະບຸໄວ້ໃນ ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍອື່ນໆ ຢ່າງເຂັ້ມງວດ ເພື່ອເປັນການສ້າງກາ ລະໂອກາດໃຫ້ແຮງງານລາວ ທີ່ເຄື່ອນຍ້າຍເຂົ້າມາ ຈາກຕ່າງປະເທດ ມີວຽກເຮັດງານ ທຳຫລາຍຂຶ້ນ ແລະ ຫລຸດຜ່ອນການເຄື່ອນຍ້າຍ ແຮງງານໄປຕ່າງປະເທດຜິດກົດໝາຍ ຕົກເປັນເຫຍື່ອ ຂອງການຄ້າມະນຸດ ແລະ ປະກົດການຫຍໍ້ທໍ້ຕ່າງໆ

ຕ້ອງສຸມໃສ່ຄົ້ນຄວ້າກຳນົດການ ອັດຕາການ ຈ່າຍເງິນ ຊົດເຊີຍຜົນກະທົບ ໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນໄລຍະປິດໂຮງງານ ແລະ ທຸລະກິດຕ່າງໆ ຈາກການປິດປະເທດ ໂດຍສະເພາະອັດຕາຊົດເຊີຍ ທີ່ນຳໃຊ້ເງິນຈາກ ກອງທຶນປະກັນສັງຄົມ ທີ່ຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ພ້ອມກັນນີ້, ຮຽກຮ້ອງມາຍັງຜູ້ໃຊ້ ແຮງງານ ຈ່າຍເງິນເດືອນ ໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານ ຕາມທີ່ກອງປະຊຸມຂອງອົງການ 3 ຝ່າຍດ້ານແຮງງານ ແລະ ຄະນະສະເພາະກິດດ້ານເສດຖະກິດ ໄດ້ຄົ້ນຄວ້າເປັນເອກະພາບກັນ ເພາະວ່າມາຮອດປັດຈຸບັນ ຍັງມີຫລາຍໂຮງງານ ບໍ່ທັນໄດ້ຈ່າຍເງິນເດືອນ ຂອງເດືອນ 4 ໃຫ້ກໍາມະກອນ ແລະ ກໍຂໍຮຽກຮ້ອງໃຫ້ ຜູ້ໃຊ້ແຮງງານ ບໍ່ຄວນຊອກຫາເຫດຜົນ ເພື່ອເປັນການຖ່ວງດຶງ ບໍ່ຈ່າຍຄ່າແຮງງານ ໃຫ້ກຳມະກອນໃນເດືອນ 4 ແລະ ບໍ່ສວຍໃຊ້ ໂອກາດປົດ ຈໍານວນແຮງງານອອກຈາກວຽກ.

ໂອກາດດຽວກັນນີ້, ທ່ານ ພອນສານ ວິໄລເມັ້ງ ຍັງໄດ້ຮຽກຮ້ອງມາ ຍັງກຳມະກອນ ແລະ ຊາວຜູ້ອອກ ແຮງງານ ຫັນໄປຊອກວຽກ ເຮັດງານທຳອັນໃໝ່ ເປັນຕົ້ນ ຫັນເປັນຜູ້ປະກອບການ ດ້ວຍຕົນເອງເຊັ່ນ: ການຜະລິດກະສິກຳ ແລະ ປ່າໄມ້, ການຜະລິດຫັດຖະກຳ, ການເປີດຮ້ານຂາຍເຄື່ອງ, ສ້າງຜະລິຕະພັນ ເປັນຂອງຕົນເອງ ແລະ ອື່ນໆ ເພື່ອເພີ່ມລາຍຮັບແກ້ໄຂ ຊີວິດການເປັນຢູ່ ດັ່ງຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງເທື່ອລະກ້າວ.
ຂ່າວ: ມະນີທອນ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ12 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ