ເຫດລົດໃຫຍ່ຕຳລົດຈັກແລ້ວຫນີ(ເສຍຊີວິດຄາທີ່ 1 ຄົນ ປະກາດຕາມຫາຍາດພີ່ນ້ອງ)

ວັນທີ01/11/2020 ເວລາ 21:10 ໂມງ.
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ຕຳລົດຈັກ(ແລ້ວຫນີ).

+ຈຸດເກີດເຫດແມ່ນໄຟແດງຫໍປະຊຸມຫລັກ5.

ເພດຊາຍ ອາຍຸ ປະມານ 20-25 ປີ (ບໍ່ມີຂໍ້ມູນກ່ຽວກັບຜູ້ເສຍຊີວິດ)
ອາການເບື້ອງຕົ້ນແມ່ນກະທົບຫົວຢ່າງຮຸນແຮງ(ເສຍຊີວິດຄາທີ່)

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ນຳສົ່ງສົບໄປຝາກໄວ້ໂຮງເຢັນໂຮງຫມໍມະໂຫສົດ.

ທາງຫນ່ວຍກູ້ໄພມູນນິທິ 1623 ຕ້ອງຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດຕິພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.

#ຈຸດດົງໂດກ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.

ເລກບັນຊີ:
092-12-00-01026649-001 LAK.
092-12-01-01026649-001 USD.
092-12-02-01026649-001 THB.

ບາດເຈັບສຸກເສີນໂທແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ.

.

.

.