ຕູ້ແບ່ງປັນຄວາມສຸກ ຕູ້ທຳອິດໃຈກາງນະຄອນຫຼວງວຽງຈັນ

ທ່າມກາງການລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ທົ່ວໂລກຕົກຢູ່ວິກິດການ ທາງດ້ານເສດຖະກິດ ແລະ ສັງຄົມ ປະຊາຊົນຫວ່າງງານການທຳມາຫາກິນລໍາບາກ ແຕ່ກໍ່ຍັງມີສິ່ງດີໆທີ່ເກີດຂຶ້ນ ຈາກຄວາມອຶດຫິວ ກາຍເປັນການແບ່ງປັນໃນຮູບແບບ ຕູ້ແບ່ງປັນຄວາມສຸກ ໄດ້ເກີດຂຶ້ນໃນຫຼາຍໆປະເທດ ລວມທັງບ້ານເຮົາ.

ຕູ້ແບ່ງປັນຄວາມສຸກ ມີລັກສະນະຄ້າຍຄືກັບຕູ້ຂອງກິນພາຍໃນຄົວເຮືອນ ແລ້ວຖືກນຳມາວາງໄວ້ຢູ່ແຄມທາງ ເພື່ອໃຫ້ຜູ້ທີ່ຢາກນຳເອົາອາຫານແລະ ເຄື່ອງດື່ມ ມາຮ່ວມກັນແບ່ງປັນ ໃຫ້ກັບຜູ້ທີ່ຕົກວຽກ ບໍ່ມີລາຍຮັບ ຫຼື ຄົນຕ່າງປະເທດທີ່ເລລອນຢູ່ໃນນະຄອນຫຼວງວຽງຈັນ.​

ທັງນີ້, ຕູ້ແບ່ງປັນຄວາມສຸກ ຕູ້ທໍາອິດຖືກນໍາມາວາງໄວ້ທີ່ ຫົວມຸມ ສີແຍກ ວັດມີໄຊ ໂດຍມີຂໍ້ຄວາມຕິດໄວ້ຢູ່ໜ້າຕູ້ວ່າ ຕູ້ແບ່ງປັນຄວາມສຸກ ທຸກທ່ານສາມາດເອົາອາຫານ ແລະ ເຄື່ອງດື່ມມາຮ່ວມຊ່ວຍເຫຼືອແບ່ງປັນເພື່ອຄົນທຸກຍາກລໍາບາກນໍາກັນ Happiness Sharing Box Let’s Share Foods And Drinks For The Poor People Together

ຂໍ້ມູນຈາກ: insidelaos.com